Homeຂ່າວພາຍ​ໃນກູ້ໄພນະຄອນຫຼວງບັ້ງອົດແຕກ ຫຼັງໂລກຈິດໂທປ່ວນຫຼາຍຄັ້ງ

ກູ້ໄພນະຄອນຫຼວງບັ້ງອົດແຕກ ຫຼັງໂລກຈິດໂທປ່ວນຫຼາຍຄັ້ງ

Published on

Capture_2015_06_17_21_50_59_209

ຕອນບ່າຍຂອງວັນທີ 17 ມິຖຸນາ 2015 ນີ້ ເຟສບຸກເພຈ ສະມາຄົມອາສາກູ້ໄພ ນະຄອນຫຼວງວຽງຈັນ ໄດ້ໂພສຂໍ້ຄວາມລະບາຍຄວາມອຶດອັດ ໃນໃຈຜ່ານໜ້າເພຈຂອງຕົນເອງ ໂດຍລະບຸວ່າ ໄດ້ມີຜູ້ບໍ່ຫວັງດີ ຫຼືໂລກຈິດ ໂທລະສັບເຂົ້າສາຍດ່ວນ 1624 ແລ້ວຕົວະ ຫຼື ສ້າງຄວາມປັ່ນປ່ວນ ເຊິ່ງເຫດການໃນລັກສະນະດັ່ງກ່າວ ແມ່ນເຄີຍມີຫຼາຍຄັ້ງແລ້ວ ເຊິ່ງຂໍ້ຄວາມທີ່ທາງສະມາຄົມ ອາສາກູ້ໄພນະຄອນຫຼວງວຽງຈັນ ໂພສລົງມີຄື: “ຂໍຄວາມກະລຸນາກັບພວກທີ່ຂ້າພະເຈົ້າແຈ້ງ ເບີໂທໄວ້ຂ້າງລຸ່ມນີ້ຖ້າທ່ານມີເວລາຫຼາຍ ແລ້ວເອົາເວລານັ້ນມາສ້າງຄວາມວຸ່ນວາຍ ໃຫ້ສະມາຄົມອາສາກູ້ໄພນະຄອນຫຼວງ ດ້ວຍການໂທມາກວນ ໂທມາຕົວະກໍໃຫ້ເອົາເວລານັ້ນ ໄປຫາເຮັດແນວອື່ນ xxxx ພວກເຮົາຮັບຄົນເຈັບເກັບຄົນຕາຍ ກໍບໍ່ມີເວລາແລ້ວ ຢ່າໃຫ້ພວກເຮົາມາໄຮ້ສາລະ ກັບພວກທ່ານອີກເລີຍ ນອກຈາກເສຍແຕ່ວ່າຍາດພີ່ນ້ອງ ຂອງພວກທ່ານxxxບໍ່ມີເງິນຊື້xxxແລ້ວຄ່ອຍໂທມາບອກເດີທ່ານ ພວກຂ້າພະເຈົ້າຈະຊ່ວຍxxxxxxxxxxxxໃຫ້ແກ່ຄອບຄົວຂອງພວກທ່ານ…”

ນອກຈາກນັ້ນ ຂໍ້ຄວາມຍັງໄດ້ແຈ້ງເບີທີ່ມັກໂທໄປ ລົບກວນແລະຕົວະສະມາຄົມຯ ມີດັ່ງນີ້: 020 9635 2734, 020 96004597, 020 97668571,​ 030 5012145.

Capture_2015_06_17_14_34_04_737

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...