Homeຂ່າວພາຍ​ໃນຜົນການແຂ່ງຂັນບານເຕະຊີງຂັນເຈົ້າແຂວງ ແຂວງຫົວພັນປະຈຳປີ 2015

ຜົນການແຂ່ງຂັນບານເຕະຊີງຂັນເຈົ້າແຂວງ ແຂວງຫົວພັນປະຈຳປີ 2015

Published on

ການແຂ່ງຂັນບານເຕະໃນຕອນແລງເວລາ 15:00 ໂມງຂອງວັນທີ 16 ມີຖຸນາ 2015 ທີມບານເຕະຊາຍ ພະແນກສຶກສາທິການ ແລະ ກິລາ ແຂວງຫົວພັນ ລົງສະໜາມພົບກັບທີມບັກຊາ FC, ເຊີ່ງວ່າຜົນການແຂ່ງຂັນແມ່ນ ທີມບານເຕະຊາຍ ພະແນກສຶກສາທິການ ແລະ ກິລາ ແຂວງຫົວພັນ ໄລ່ຖະຫຼົ່ມ ທີມ ບັກຊາ FC 7 – 0, ໃນຮອບ 4 ທີມສຸດທ້າຍສາມາດຜ່ານເຂົ້າຮອບຊີງຊະນະເລີດເປັນຄັ້ງປະຫວັດສາດໃນງານແຂ່ງຂັນກິລາບານເຕະຊາຍຊີງຂັນ ທ່ານ ເຈົ້າແຂວງຫົວພັນ ປະຈຳປີ 2015, ສຳລັບນັດຊີງຊະນະເລີດນັ້ນແມ່ນຍັງບໍ່ທັນກຳນົດໄດ້ເທື່ອເພາະວ່າກອງປະຊຸມອົງຄະນະພັກ ແຂວງຫົວພັນ ຄັ້ງທີ 9 ມີການເລື່ອນເວລາ ສະນັ້ນໃນຮອບຊີງຊະນະເລີດແມ່ນຈະລໍຖ້າຊີງໃສ່ມື້ສຳເລັດກອງປະຊຸມ ( ມີການແຂ່ງມື້ໃດຈະແຈ້ງໃຫ້ຮູ້ ແລະ ຕິດຕາມຊົມ,ເຊຍຕາມພາຍຫຼັງ )

1982081_1619425228344608_3435110421078580486_n

10606225_1619425355011262_4665337376324077852_n

11148666_1619425338344597_7724547535828687833_n

11426321_1619425328344598_4811376118508360969_n

11427703_1619425245011273_5167243314369265177_n

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...