spot_img
Homeຂ່າວຕ່າງປະເທດເກົາຫລີໃຕ້ ສັ່ງພົ່ນຢາຂ້າເຊື້ອໄວຣັດ MERS-CoV ທົ່ວນະຄອນຫລວງເຊອູນ ຈົນຮອດວັນທີ 21 ມິຖຸນານີ້!

ເກົາຫລີໃຕ້ ສັ່ງພົ່ນຢາຂ້າເຊື້ອໄວຣັດ MERS-CoV ທົ່ວນະຄອນຫລວງເຊອູນ ຈົນຮອດວັນທີ 21 ມິຖຸນານີ້!

Published on

625388-02

ທາງການເກົາຫລີໃຕ້ ເລີ່ມມາດຕະການພົ່ນຢາຂ້າເຊື້ອໃນສະຖານທີ່ສາທາລະນະທັງໝົດ 9,973 ແຫ່ງ ຈົນເຖິງວັນທີ 21 ມິຖຸນານີ້ ເພື່ອສະກັດກັ້ນໄວຣັດ MERS-CoV ທີ່ກຳລັງລະບາດ ໃນຂະນະທີ່ມີຜູ້ຕິດເຊ່ື້ອເສຍຊີວິເພີ່ມອີກ 3 ຄົນ ລວມເປັນ 19 ຄົນ.

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 17 ມິຖຸນານີ້ວ່າ ເຈົ້າໜ້າທີ່ສາທາລະນະສຸກຂອງເກົາຫລີໃຕ້ ໄດ້ຖືກຄຳສັ່ງໃຫ້ລົງສີດພົ່ນຢາຂ້າເຊື້ອ ຕາມຮ້ານອິນເຕີເນັດຢ່າງລະອຽດ ຕະຫລອດຮອດເຄື່ອງຄອມພິວເຕີ້, ຫູຟັງ, ໂຕະ, ຕັ່ງ ພາຍໃນຮ້ານ ສ່ວນຕາມສູນສີລະປະການສະແດງ ເຈົ້າໜ້າທີ່ກໍໄດ້ເດີນທາງໄປສີດພພົ່ນຢາຂ້າເຊື້ອທົ່ວບໍລິເວນພາຍໃນ ເຊິ່ງການສີດພົ່ນຢາຂ້າເຊື້ອໃນສະຖານທີ່ສາທາລະນະດັ່ງກ່າວ ທົ່ວນະຄອນຫລວງເຊອູນ ຈະດຳເນີນໄປຈົນເຖິງວັນທີ 21 ມິຖຸນາ ເພື່ອສະກັດເຊື້ອໄວຣັດ MERS-CoV ບໍ່ໃຫ້ມີການແຜ່ລະບາດໃນຊຸມຊົນ.

ທັງນີ້ ກະຊວງສາທາລະນະສຸກ ແລະ ສະຫວັດດີການຂອງເກົາຫລີໃຕ້ ໄດ້ລາຍງານລ່າສຸດວ່າ ປັດຈຸບັນມີຜູ້ຕິດເຊື້ອໄວຣັດດັ່ງກ່າວ ເສຍຊີວິເພີ່ມອີກ 3 ຄົນ ລວມເປັນ 19 ຄົນ ແລະ ມີຜູ້ຕິດເຊື້ອລາຍໃໝ່ອີກ 4 ຄົນ ລວມເປັນທັງໝົດ 154 ຄົນ.

 

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...