Homeຂ່າວການພັດທະນາເຂດເສດຖະກິດສະເພາະບຶງທາດຫລວງ ເປີດໃຫ້ຈັບຈອງຫ້ອງແລ້ວ ດ້ວບລາຄາ 1,048 ໂດລາ/ຕາແມັດ

ເຂດເສດຖະກິດສະເພາະບຶງທາດຫລວງ ເປີດໃຫ້ຈັບຈອງຫ້ອງແລ້ວ ດ້ວບລາຄາ 1,048 ໂດລາ/ຕາແມັດ

Published on

thatluang lake

ເຂດເສດຖະກິດສະເພາະບຶງທາດຫລວງ ທີ່ມີຊື່ວ່າ: ເມືອງໃນຝັນຂອງຄົນຍຸກໃໝ່ ໄດ້ເປີດຫ້ອງໃຫ້ສາມາດຈັບ ຈອງເປັນເຈົ້າຂອງແລ້ວ, ເຊິ່ງພິທີທາງການໄດ້ຈັດຂຶ້ນໃນຕອນຄໍ່າຂອງວັນທີ 15 ມິຖຸນານີ້, ຢູ່ນະຄອນຫລວງວຽງຈັນ.
ທ່ານ ຫວງ ກວາປິງ (Huang GuoPing) ປະທານສະພາບໍລິຫານເສດ ຖະກິດຂອງໂຄງການດັ່ງກ່າວ ມີຄຳເຫັນວ່າ: ໃນວັນທີ 28 ທັນວາ 2011 ລັດຖະ ບານລາວ ໄດ້ລົງນາມຮ່ວມມືກັບກຸ່ມບໍລິສັດ ອະສັງຫາລິມະຊັບ ຫວ່ານເຟີງ ຊຽງໄຮ ສປ ຈີນ ເພື່ອຮ່ວມກັນພັດທະນາເຂດເສດຖະກິດສະເພາະບຶງທາດຫລວງ ໃຫ້ເປັນເມືອງໃໝ່ທີ່ທັນສະໄໝ ແລະ ນຳເອົາຄວາມອຸດົມຮັ່ງມີມາສູ່ປະຊາຊົນລາວ, ໂດຍສະເພາະການພັດທະນາເສດຖະກິດ-ສັງຄົມຂອງລາວ ໃຫ້ຈະເລີນສີວິໄລຍິ່ງຂຶ້ນ. ໂຄງການດັ່ງກ່າວມີເນື້ອທີ່ທັງໝົດ 365 ເຮັກຕາ, ໃນມູນຄ່າການລົງທຶນທັງໝົດ 5 ຕື້ໂດລາສະຫະລັດ, ຕັ້ງຢູ່ໃຈກາງເມືອງ ຂອງນະຄອນຫລວງວຽງຈັນ,
ມີສະພາບແວດລ້ອມທີ່ດີ, ມີໜອງນ້ຳໃຫຍ່ ແລະ ການສັນຈອນໄປມາສະດວກສະບາຍ. ຊຶ່ງໄລຍະທຳອິດມີເນື້ອທີ່ທັງໝົດ 3 ແສນຕາແມັດ, ໂດຍໄດ້ສ້າງໃຫ້ເປັນທີ່ຢູ່ອາໄສ ຫລື ເຮືອນອາພາດເມັ້ນ ມີທັງໝົດ 300 ກວ່າຫ້ອງ, ແຕ່ລະຫ້ອງມີມາດຕະຖານສູງ, ຫລູຫລາ, ງົດງາມ ແລະ ສາມາດຕອບສະໜອງຄວາມຕ້ອງການຂອງລູກຄ້າຢ່າງບໍ່ມີໂຄງການໃດໆມາກ່ອນ, ພ້ອມນີ້ ຍັງມີລາຄາຖືກທີ່ສຸດພຽງ 1.048 ໂດລາສະຫະລັດ/ຕາແມັດ.
ໂຄງການດັ່ງກ່າວ ໃນໄລຍະຕໍ່ໄປຈະສ້າງໃຫ້ມີຮ້ານຊັບພະສິນຄ້າ, ສະຖາບັນການເງິນ, ການທະນາຄານ, ຕຶກຄອນໂດມິນ້ຽມ ທີ່ສາມາດນຳໃຊ້ເປັນຫ້ອງການຂອງອົງການຈັດຕັ້ງຕ່າງໆໄດ້, ພ້ອມທັງມີສະຖານທີ່ບັນເທີງ, ຮ້ານອາຫານ-ຮ້ານກິນດື່ມ, ສະຖານທີ່ພັກຜ່ອນ, ໂຮງແຮມລະດັບ 5 ດາວ, ໂຮງຮຽນນາໆຊາດ ແລະ ໂຮງໝໍລະດັບມາດຕະຖານສາກົນ ແລະ ມີສະຖານທີ່ວັດທະນະທຳເຊັ່ນ: ວັດວາອາຮາມ ແລະ ອື່ນໆ ເພື່ອໃຫ້ຄວາມສະດວກສະບາຍຕາມຄວາມຕ້ອງການໃນບ່ອນດຽວ.
ທ່ານນາງ ບຸນເພັງ ມູນໂພໄຊ ລັດຖະມົນຕີ ປະຈຳຫ້ອງວ່າການລັດຖະບານ, ຮອງປະທານຜູ້ປະຈຳການຂອງຄະນະກຳມະການແຫ່ງຊາດ ເພື່ອຄຸ້ມຄອງເຂດເສດຖະກິດພິເສດ ແລະ ສະເພາະ, ໄດ້ມີຄຳເຫັນເຖິງຄວາມສຳຄັນຂອງໂຄງການດັ່ງກ່າວວ່າ: ໂຄງການນີ້ ມີໄລຍະສຳປະທານຍາວເຖິງ 99 ປີ, ມີໃບຢັ້ງຢືນກຳມະສິດອອກໃຫ້ໂດຍລັດຖະບານລາວ, ໃນນັ້ນ ຄົນຕ່າງປະເທດມີສິດນຳໃຊ້ເຖິງ 99 ປີ ແລະ ຄົນລາວສາມາດນຳໃຊ້ຖາວອນ. ເມື່ອໂຄງການນີ້ ສຳເລັດຈະປະກອບ ສ່ວນສຳຄັນຕໍ່ການພັດທະນາເສດຖະກິດຂອງລາວ ແບບກ້າວກະໂດດ, ໂດຍສະເພາະນັກລົງທຶນຈາກຕ່າງປະເທດຈະຫັນເຂົ້າມາລົງທຶນໃນລາວຫລາຍຂຶ້ນຢ່າງແນ່ນອນ. ເນື່ອງຈາກວ່າສິດທິສຳລັບຄົນຕ່າງປະເທດແມ່ນມີຢ່າງຫລວງຫລາຍ, ໂດຍສເພາະຊື້ຫ້ອງມູນຄ່າເກີນ 2 ແສນໂດລາສະຫະລັດຂຶ້ນໄປ, ຈະໄດ້ຮັບອະນຸຍາດພັກອາໄສໄລຍະຍາວ, ມີວີຊາເຂົ້າ-ອອກ ໃນໄລຍະ 5 ປີຂຶ້ນໄປ, ພ້ອມທັງມີນະໂຍບາຍພິເສດດ້ານພາສີ-ອາກອນແກ່ຜູ້ລົງທຶນອີກດ້ວຍ.

ຂ່າວລາວພັດທະນາ

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...