Homeຂ່າວພາຍ​ໃນໂຮງໝໍແມ່ ແລະ ເດັກສຳເລັດການຜ່າຕັດ ຊ່ວຍຊີວິດຍິງໄວ 62 ປີ ທີ່ມົດລູກອັກເສບ ແລະ ຕິດເຊື້ອຮຸນແຮງ

ໂຮງໝໍແມ່ ແລະ ເດັກສຳເລັດການຜ່າຕັດ ຊ່ວຍຊີວິດຍິງໄວ 62 ປີ ທີ່ມົດລູກອັກເສບ ແລະ ຕິດເຊື້ອຮຸນແຮງ

Published on

SONY DSC

ຮອງສາດສະດາຈານ ດຣ ບົວວັນ ແສນສະຖິດ ອຳນວຍການໂຮງໝໍແມ່ ແລະ ເດັກ ໄດ້ໃຫ້ສຳພາດຕໍ່ນັກຂ່າວພວກເຮົາວ່າ: ໃນຕົ້ນເດືອນມິຖຸນານີ້, ໂຮງໝໍຂອງຕົນ ໄດ້ຮັບເອົາຄົນ ເຈັບຍິງອາຍຸ 62 ປີ, ມີອາການມົດລູກຢ່ອນອັກ ເສບ ແລະ ຕິດ ເຊື້ອຮຸນແຮງເຂົ້າມາປິ່ນປົວ, ໂດຍໜ່ວຍງານແພດໄດ້ຮີບຮ້ອນຜ່າຕັດ ແລະ ໃຊ້ເວ ລາເຖິງ 5 ຊົ່ວໂມງຈຶ່ງສຳເລັດການຜ່າຕັດ,ເນື່ອງຈາກຄົນເຈັບມີອາຍຸສູງ, ສຸຂະ ພາບອ່ອນເພຍເຮັດໃຫ້ມີີຄວາມສ່ຽງຫຼາຍຢ່າງ, ແຕ່ດ້ວຍຄວາມຊຳນານໃນພະຍາດ ຍິງຂອງໜ່ວຍງານແພດ, ຈຶ່ງສາມາດຊ່ວຍເອົາຊີວິດຂອງຄົນເຈັບລາຍນີ້ໄວ້ໄດ້ຢ່າງປອດໄພ ແລະ ກະໂຕຄົນເຈັບເອງໄດ້ເລົ່າຕໍ່ ນັກຂ່າວພວກເຮົາວ່າ: ກ່ອນໜ້ານີ້ 6ເດືອນຕົນໄດ້ໄປປິ່ນປົວຢູ່ໂຮງໝໍແຫ່ງໜຶ່ງມາແລ້ວ, ແຕ່ບໍ່ຫາຍດີ, ພໍກັບໄປໂຮງໝໍແຫ່ງ ນັ້ນອີກແພດບອກວ່າບໍ່ເປັນຫຍັງໃຫ້ກັບໄປພັກຜ່ອນຢູ່ບ້ານ, ແຕ່ຕົນເອງພັດມີອາການເຈັບປວດຮຸນແຮງຂຶ້ນນັບມື້ຈົນທົນບໍ່ໄດ້ ແລະ ມີຫຼາຍຄົນແນະນຳໃຫ້ໄປປິ່ນປົວຢູ່ຕ່າງປະເທດ, ແຕ່ຍ້ອນຄວາມບໍ່ພ້ອມທາງດ້ານການເງິນຕົນຈຶ່ງຕັດສິນໃຈເຂົ້ າມາປົວປິ່ນຢູ່ໂຮງໝໍແມ່ ແລະ ເດັກຈົນຫາຍດີ, ພ້ອມນັ້ນຄົນເຈັບຍັງສະແດງຄວາມຂອບໃຈມາຍັງທີມແພດໂຮງໝໍແມ່ ແລະ ເດັກແຫ່ງນີ້ທີ່ສາມາດປິ່ນປົວດີໄດ້ ແລະ ຊ່ວຍໃຫ້ຕົນມີສຸຂະພາບແຂງແຮງດີຂຶ້ນ, ດັ່ງນັ້ນ ໃນໂອກາດນີ້ຈຶ່ງຂໍສະແດງຄວາມ ຂອບອົກຂອບໃຈຢ່າງສູງມາຍັງແພດໝໍໂຮງໝໍແມ່ ແລະ ເດັກທີ່ໄດ້ເສຍສະຫລະ ແລະ ສຸມສະຕິປັນຍາເພື່ອປິ່ນປົວຊ່ວຍຊີວິດ ຂອງຂ້າພະເຈົ້າເອົາໄວ້ຢ່າງພິດສະດານ.

ອຳນວຍການໂຮງໝໍແມ່ ແລະ ເດັກໃຫ້ຮູ້ອີກວ່າ: 6 ເດືອນຜ່ານມາມີຄົນເຈັບເຂົ້າມາກວດສຸຂະພາບຢູ່ໂຮງໝໍແມ່ ແລະ ເດັກຫຼາຍວ່າ 3ພັນຄົນ, ໃນນັ້ນເຂົ້ານອນປິ່ນປົວ ແລະ ເກີດລູກຫຼາຍກວ່າ 2.800 ຄົນ ແລະ ສາມາດຮັບປະກັນຄວາມປອດ ໄພໄດ້ 100% ແລະໂອກາດ ນີ້ທ່ານຍັງໄດ້ແຈ້ງມາວ່າ: ນັບແຕ່ວັນທີ 25 ມິຖຸຸນານີ້ເປັນຕົ້ນໄປໂຮງໝໍແມ່ ແລະ ເດັກຈະໄດ້ ປິດໃຫ້ບໍລິການເປັນການຊົ່ວຄາວເພື່ອຈະມີການຍົກຍ້າຍໂຮງໝໍໄປສູ່ຫຼັງໃໝ່ຕັ້ງຢູ່ບ້ານໜອງ ພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຊຶ່ງເປັນໂຮງໝໍໃໝ່ທັນສະໄໝແລະ ຈະໃຫ້ ຄວາມສະດວກສະບາຍຫລາຍກວ່າຕໍ່ຜູ້ມາໃຊ້ບໍລິການ.

ຂ່າວລາວພັດທະນາ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...