Homeຂ່າວພາຍ​ໃນການສະໜອງຂໍ້ມູນຈາກພາກລັດ ບາງບ່ອນຍັງຊັກຊ້າ

ການສະໜອງຂໍ້ມູນຈາກພາກລັດ ບາງບ່ອນຍັງຊັກຊ້າ

Published on

11425453_1610684765847101_22186229741055553_n

ອີງຕາມມະຕິ 9 ແລ້ວ ເຮົາໄດ້ຮູ້ວ່າເພິ່ນໄດ້ວາງນະໂຍບາຍຫຍັງໄວ້ແດ່ ໂດຍສະເພາະແມ່ນສີ່ບຸກທະລຸ ແລະສະເພາະເຂົ້າໄປອີກແມ່ນ ບຸກທະລຸທາງດ້ານຈິນຕະນາການ ແລະມີອະທິບາຍໄວ້ວ່າຕ້ອງແກ້ໄຂ ຂອດທີ່ບໍ່ເໝາະສົມກັບຍຸກສະໄໝ ກົດໜ່ວງຄວາມກ້າວໜ້າ ຫຼືຄຳພີຕາຍໂຕ ຊ້າຍຈັດ ຂວາໂພດ… ນັ້ນແມ່ນຖືກຕ້ອງທີ່ສຸດແລ້ວ ເຊິ່ງຫຼາຍພາກສ່ວນກໍໄດ້ເອົາໃຈໃສ່ ປະຕິບັດຈົນເກີດດອກອອກຜົນ ເຮັດໃຫ້ວຽກງານພັດທະນາປະເທດຊາດ ເດິນແມ່ນແລ່ນສະດວກ.

ແນວໃດກໍຕາມ, ເປັນເລື່ອງທຳມະດາວ່າ ເມື່ອມີຜູ້ເຮັດໄດ້ ກໍຍ່ອມມີຜູ້ທີ່ບໍ່ເຮັດໄດ້ ດັ່ງນັກສຶກສາຜູ້ໜຶ່ງ ທີ່ບໍ່ປະສົງອອກນາມ ທີ່ກຳລັງໄປຂໍຂໍ້ມູນຈາກອົງການຈັດຕັ້ງລັດ ແຫ່ງໜຶ່ງ ແຕ່ໄດ້ຮັບຂໍ້ມູນຊັກຊ້າຈົນຜູ້ກ່ຽວ ອາດຈະບໍ່ສາມາດນຳເອົາຂໍ້ມູນທີ່ໄດ້ນັ້ນ ມາປະກອບໃສ່ບົດຂອງຕົນສົ່ງອາຈານ ປະຈຳວິຊາໄດ້ ດັ່ງຄຳເວົ້າທີ່ສື່ອອກມາຂອງຜູ້ກ່ຽວວ່າ “ເປັນຫຍັງການໄປເອົາຂໍ້ມູນມາເຮັດບົດລາຍງານ ຢູ່ກົມກອງຕ່າງໆມັນຄືມາຍາກແທ້ ຫຼາຍມື້ແທ້ບາດນີ້ອາຈານກະໃຫ້ເວລາບໍ່ໄດ້ຫຼາຍ ຍັງສິເອົາໄປລຽບລຽງອີກບົດກະສິທັນແລ້ວຢູ່ຫວາ ໄປມື້ນີ້ກະວ່າຜູ້ຮັກສາຂໍມູນບໍ່ຢູ່ເລືອນໄປທິດໜ້າອີກ ເຮັດຈັ່ງໃດສິທັນ ໃຜມີຂໍ້ມູນເອົາມາໃຫ້ແນ່ ຢາກໃຫ້ສື່ມວນຊົນຊ່ວຍປະຊາສຳພັນໃຫ້ແນ່ ຢາກໃຫ້ເຈົ້າຫນ້າທີທີ່ກ່ຽວຂ້ອງເລັ່ງມືໃນການເຮັດວຽກແນ່ “.

ຕໍ່ເຫດການດັ່ງກ່າວນັ້ນ ຖ້າຟັງຝ່າຍຜູ້ຕ້ອງການຂໍ້ມູນຝ່າຍດຽວ ກໍຄືວ່າຂັ້ນຕອນການໃຫ້ຂໍ້ມູນ ຢູ່ອົງການຈັດຕັ້ງຂອງລັດຫຍຸ້ງຍາກ ຫຼາຍຂັ້ນຫຼາຍຕອນ ຟັງແລ້ວກໍເປັນເລື່ອງຈິງ. ແຕ່ອີກດ້ານໜຶ່ງນັ້ນ ໃນອົງການຈັດຕັ້ງລັດ ກໍໄດ້ມີລະບົບການເຮັດວຽກຄັກແນ່ ມີຂັ້ນມີຕອນ ກ່ອນຈະໃຫ້ຂໍ້ມູນກໍຕ້ອງໄດ້ຖາມ ຄຳເຫັນດີຈາກຜູ້ບັງຄັບບັນຊາກ່ອນ ເພື່ອໃຫ້ຂໍ້ມູນທີ່ໃຫ້ອອກໄປນັ້ນ ມີຄວາມຖືກຕ້ອງ ແມ່ນຍຳ ແລະຖ້າຫາກມີຄວາມຜິດພາດ ກໍຕ້ອງໄດ້ຮ່ວມກັນແກ້ໄຂ ເມື່ອເປັນແນວນັ້ນ ກໍແນ່ນອນວ່າກ່ອນຈະໃຫ້ຂໍ້ມູນໃດແກ່ໃຜ ກໍຕ້ອງໄດ້ຮັບເຫັນດີເຫັນຊອບຈາກ ຜູ້ບັງຄັບບັນຊາກ່ອນ ເມື່ອໄດ້ຮັບອະນຸຍາດແລ້ວຈັ່ງໃຫ້ຂໍ້ມູນໄດ້ ເຊິ່ງເປັນເຫດໃຫ້ຜູ້ຢູ່ໃຕ້ບັງຄັບບັນຊາ ບໍ່ກ້າໃຫ້ຂໍ້ມູນໃດໆ ກັບໃຜໄດ້ທັນທ່ວງທີ ແມ່ນແຕ່ນັກຂ່າວຂໍສຳພາດ ກໍຕ້ອງໄດ້ຂຽນໃບສະເໜີໄປຂໍອະນຸມັດກ່ອນ ແລ້ວຄ່ອຍໄດ້ສຳພາດ ເຊິ່ງກໍໃຊ້ເວລາແດ່ ບາງເທື່ອໄວ ບາງເທື່ອດົນ ຫຼືບາງເທື່ອກໍມິດເສີຍໄປກໍມີ.

ຕໍ່ບັນຫາດັ່ງກ່າວ, ຖ້າຫາກບໍ່ມີການແກ້ໄຂຂອດດັ່ງກ່າວແລ້ວ ນອກຈາກຈະເຮັດໃຫ້ຜູ້ໃຕ້ບັງຄັບບັນຊາ ບໍ່ມີສິດໃຫ້ຂໍ້ມູນແລະເຮັດໃຫ້ວຽກງານຊັກຊ້າແລ້ວ ຍັງເຮັດໃຫ້ຜູ້ຢູ່ໃຕ້ບັງຄັບບັນຊາ ເປັນຄົນຫົວຄິດປະດິດສ້າງບໍ່ສູງ ບໍ່ກ້າສະແດງອອກ ແລະບໍ່ກ້າຕັດສິນໃຈໄດ້.

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...