Homeຂ່າວພາຍ​ໃນທົ່ວປະເທດ ມີຜູ້ຕິດເຊື້ອໄຂ້ຍຸງລາຍ 200 ກວ່າຄົນ

ທົ່ວປະເທດ ມີຜູ້ຕິດເຊື້ອໄຂ້ຍຸງລາຍ 200 ກວ່າຄົນ

Published on

11427659_1452412631742153_1452377301043551031_n

ຂປລ. ປັດຈຸບັນ ສປປ ລາວ ມີຜູ້ຕິດເຊື້ອໄຂ້ຍຸງລາຍ 200 ກວ່າຄົນ ໃນຂອບເຂດທົ່ວປະເທດ ແຕ່ ບໍ່ມີຜູ້ເສຍຊີວິດ, ໂດຍສ່ວນໃຫຍ່ແຜ່ລະບາດຢູ່ ແຂວງພາກໃຕ້ ຄື: ແຂວງອັດຕະປື, ສາລະວັນ ແລະ ແຂວງເຊກອງ. ຂະນະນີ້, ການແຜ່ລະບາດຂອງພະຍາດດັ່ງກ່າວ ພວມໄດ້ຮັບການແກ້ໄຂໃຫ້ຫລຸດລົງ ເທື່ອ ລະ ກ້າວ.
ວັນທີ 15 ມິຖຸນາ 2015 ນີ້, ທີ່ນະຄອນຫລວງວຽງຈັນ ກົມຄວບຄຸມພະຍາດຕິດຕໍ່ ກະຊວງ ສາທາລະນະສຸກ ຮ່ວມກັບຜູ້ຕາງໜ້າຈາກປະເທດສະມາຊິກອາຊຽນ ໄດ້ປຶກສາຫາລື ກ່ຽວກັບການຄວບ ຄຸມ ແລະ ການແກ້ໄຂ ການແຜ່ລະບາດຂອງໄຂ້ຍຸງລາຍ ໃນຂົງເຂດອາຊຽນ ໂດຍມີທ່ານ ດຣ. ເອກ ສະຫວ່າງ ວົງວິຈິດ ລັດຖະມົນຕີວ່າການກະຊວງສາທາລະນະສຸກ, ທ່ານ ສາຍທອງ ແກ້ວດວງດີ ຮອງ ເຈົ້າຄອງນະຄອນຫລວງວຽງຈັນ ເຂົ້າຮ່ວມ.
ການປຶກສາຫາລື ຄັ້ງນີ້ ບັນດາຜູ້ຕາງໜ້າປະເທດສະມາຊິກອາຊຽນ ໄດ້ນຳສະເໜີ ກ່ຽວກັບສະ ພາບການຄວບຄຸມ, ການແກ້ໄຂ ແລະ ການມີສ່ວນຮ່ວມຂອງປະຊາຊົນໃນການຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງໄຂ້ຍຸງລາຍ ໃນຂົງເຂດຂອງຕົນ, ພ້ອມທັງແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ເພື່ອຊອກຫາວິທີທາງການແກ້ໄຂ ແລະ ສະກັດກັ້ນພະຍາດດັ່ງກ່າວ ໃຫ້ຫລຸດລົງ ໂດຍສິ້ນເຊິງ.
ທ່ານ ດຣ. ເອກສະຫວ່າງ ວົງວິຈິດ ໃຫ້ຮູ້ວ່າ: ປັດຈຸບັນພະຍາດໄຂ້ຍຸງລາຍ ເປັນບັນຫາ ສາທາ ລະນະສຸກ ໃນທຸກປະເທດອາຊຽນ ທີ່ຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂ ໂດຍສະເພາະ ການຄວບຄຸມໜອນນ້ຳ ຍຸງລາຍ ຕ້ອງໄດ້ເຮັດໃຫ້ວຽກດັ່ງກ່າວ ກາຍເປັນວຽກຂອງອຳນາດການປົກຄອງ ແລະ ຂັ້ນນຳຂອງ ທຸກພາກສ່ວນໃນສັງຄົມ ລວມທັງພາກລັດ ແລະ ເອກະຊົນ.
ສະເພາະຢູ່ ສປປ ລາວ ພະຍາດດັ່ງກ່າວແມ່ນພົບຢູ່ຕະຫລອດ ແລະ ມີເກືອບທຸກແຂວງ ໃນທົ່ວ ປະເທດ ແລະ ມີແນວໂນ້ມເພີ່ມຂຶ້ນໃນລະດູຝົນ.

ຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...