Homeຂ່າວພາຍ​ໃນສະຕິບ ດາບິບ ເອີ້ນ 6 ນັກເຕະຈາກຊຸດຊີເກມເສີມທັບທີມຊາດລາວຊຸດໃຫຍ່

ສະຕິບ ດາບິບ ເອີ້ນ 6 ນັກເຕະຈາກຊຸດຊີເກມເສີມທັບທີມຊາດລາວຊຸດໃຫຍ່

Published on

ສະຕິບ ດາບິບ ເອີ້ນ 6 ນັກເຕະ ຈາກຊຸດຊີເກມເສີມທັບ ໃນເກມນັດທີ2 ຂອງບານໂລກຮອບຄັດເລືອກ ທີ່ຈະພົບກັບ ເລບານອນ ໃນວັນທີ 16/6/2015 ທີ່ສະໜາມກິລາແຫ່ງຊາດຫຼັກ 16 ເວລາ 19:00 ໂມງ ປະກອບມີ:
1. ວັດທະນາ ແກ້ວດວງເດດ
2. ສຸກອາພອນ ວົງຈຽງຄຳ
3. ສຸກຈິນດາ ນັກຜາສຸກ
4. ແກ້ວວຽງເພັດ ລິດທິເດດ
5. ພຸດທະໄຊ ໂຄຈະເລີນ
6. ຕີ່ນີ່ ບຸນມາໄລ
ລາວເຮົາຢູ່ໃນກຸ່ມ G ເຊີ່ງວ່າໃນການແຂ່ງຂັນນັດທຳອິດທີມຊາດລາວເຮົາພົບກັບທີມຊາດມຽນມາ, ຜົນການແຂ່ງຂັນແມ່ນ ທີມຊາດລາວ ສະເໝີ ທີມຊາດມຽນມາ ໄປທີ່ 2-2 ປະຕູ ແບ່ງກັນໄປທີມລະ 1 ຄະແນນ

11351169_968823436471927_5256399781333633095_n

ແລະນີ້ແມ່ນໂປຣແກມການແຂ່ງຂັນທັງໝົດຂອງທີມຊາດລາວ:

ໃນບ້ານ:

– ວັນທີ 11 ມິຖຸນາ 2015 ທີມຊາດລາວ ພົບກັບ ທີມຊາດມຽນມາ (ສະເໝີ 2-2)

– ວັນທີ 16 ມິຖຸນາ 2015 ທີມຊາດລາວ ພົບກັບ ທີມຊາດເລບານອນ

– ວັນທີ 8 ກັນຍາ ທີມຊາດລາວ ພົບກັບ ທີມຊາດ ຄູເວດ

– ວັນທີ 17 ພະຈິກ 2015 ທີມຊາດລາວ ພົບກັບ ທີມຊາດເກົາຫຼີໃຕ້

1610988_968816549805949_403457983280834012_n

ນອກບ້ານ:

– ວັນທີ 03 ກັນຍາ 2015 ທີມຊາດລາວ ພົບກັບ ທີມຊາດເກົາຫຼີໃຕ້

– ວັນທີ 13 ຕຸລາ 2015 ທີມຊາດລາວ ພົບກັບ ທີມຊາດມຽນມາ

– ວັນທີ 12 ພະຈິກ ທີມຊາດລາວ ພົບກັບ ທີມຊາດ ເລບານອນ

– ວັນທີ 24 ມີນາ 2016 ທີມຊາດລາວ ພົບກັບ ທີມຊາດ ຄູເວດ

11423626_968816559805948_3145250678645056724_n

ສຳລັບແຟນກິລາລາວເຮົາສາມາດເຂົ້າຊົມທຸກນັດການແຂ່ງຂັນທີ່ທີມຊາດລາວແຂ່ງຂັນໃນບ້ານທີ່ສະໜາມກິລາແຫ່ງຊາດຫຼັກ 16, ແລ້ວຢ່າລືມໄປໃຫ້ກຳລັງໃຈນັກກິລາລາວເຮົານຳກັນເດີ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...