spot_img
Homeຂ່າວການພັດທະນາຮ່ວມກັນປູກຕົ້ນໄມ້ ສ້າງເນື້ອທີ່ປ່າປົກຫຸ້ມໃຫ້ໄດ້ 70% ໃນປີ 2020

ຮ່ວມກັນປູກຕົ້ນໄມ້ ສ້າງເນື້ອທີ່ປ່າປົກຫຸ້ມໃຫ້ໄດ້ 70% ໃນປີ 2020

Published on

20150611101351

ໃນ​ວັນ​ທີ 13 ມິຖຸນາ 2015 ພະ​ແນກ​ກະສິກຳ ແລະ ປ່າໄມ້ ສົມທົບ​ກັບ​ບັນດາ​ນັກທຸລະກິດ​ນະຄອນ​ຫຼວງ​ວຽງ​ຈັນ ໄດ້​ຈັດ​ພິທີ​ປູກຕົ້ນໄມ້​ໃສ່​ເສັ້ນທາງ 450 ປີ ເພື່ອປະຕິບັດ​ນະໂຍບາຍ 6ສ ຂອງ​ນະຄອນ​ຫຼວງ ຢູ່​ຕາມ​ເສັ້ນທາງບ້ານທ່າ​ນາ​ແລ້ງ ເມືອງ​ຫາດ​ຊາຍຟອງ ແລະ ເມືອງ​ໄຊ​ເຊດ​ຖາ ນະຄອນ​ຫຼວງ​ວຽງ​ຈັນ ໂດຍ​ເປັນກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ສົມ​ສະຫວາດ ເລັ່ງ​ສະ​ຫວັດ ຮອງ​ນາຍົກລັດຖະມົນຕີ ຜູ້​ຊີ້​ນຳ​ວຽກ​ງານເສດຖະກິດ ແລະ ຈໍ​ລະ​ຈອນ ທ່ານ ​ດຣ. ສິນ​ລະ​ວົງ ຄຸດ​ໄພທູນ ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ພ້ອມ​ດ້ວຍ​ບັນດາ​ທ່ານ​ລັດ​ຖະ​ມົນຕີ​ຈາກ​ກະຊວງ​ຕ່າງໆ ຄະນະການ​ນຳ​ນະຄອນຫຼວງ ເຈົ້າເມືອງ ຫົວໜ້າ​ພະ​ແນກ ກົມ ຫ້ອງການ ອຳນາດ​ການ​ປົກຄອງ​ບ້ານ ຕະຫຼອດ​ຮອດພໍ່​ແມ່​ປະຊາຊົນ​ບ້ານອ້ອມ​ຂ້າງ ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.

ທ່ານ ​ຮສ.​ດຣ. ລິນ​ຄຳ ດວງສະຫວັນ ຫົວໜ້າ​ພະ​ແນກ​ກະ​ສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງ​ຈັນ ກ່າວ​ວ່າ: ເພື່ອ​ເປັນ​ການປະຕິບັດ​ນະໂຍບາຍ 6ສ ໂດຍ​ສະເພາະ ສ ສີຂຽວ ຂອງ​ນະຄອນຫຼວງ​ວຽງ​ຈັນ​ວາງ​ອອກ ຕິດ​ພັນກັບ​ຂະ​ບວນ​ການ​ຮັກ​ຊາດ ແລະ ພັດທະນາ ທັງ​ເປັນ​ການ​ປູກ​ປ່າ-ປົກ​ປັກ​ຮັກສາ​ປ່າໄມ້ ແນໃສ່​ສ້າງເນື້ອທີ່​ປ່າ​ປົກ​ຫຸ້ມ​ໃຫ້​ໄດ້ 70% ຂອບ​ເຂດ​ທົ່ວ​ປະເທດ ໃນ​ປີ 2020 ແລະ ເພື່ອ​ສ້າງ​ຂະ​ບວນການ​ຄຳນັບ​ຮັບ​ຕ້ອນ​ກອງ​ປະຊຸມໃຫຍ່ ​ຄັ້ງ​ທີ VI ຂອງ​ອົງຄະ​ນະ​ພັກນະຄອນຫຼວງ ​ທີ່​ຈະ​ໄຂ​ຂຶ້ນ​ໃນ​ມໍ່ໆ​ນີ້ ​ເຊິ່ງ​ໃນ​ປີ​ນີ້​ຕາມ​ແຜນທີ່​ວາງ​ໄວ້ຂອງ​ນະຄອນຫຼວງ​ວຽງ​ຈັນ​ແມ່ນ 500 ເຮັກຕາ ຄາດ​ຄະເນ​ຈະ​ປູກໃຫ້​ໄດ້​ລື່ນ​ຄາດໝາຍ ປັດຈຸບັນ ປູກ​ໄດ້​ຫຼາຍ​ກວ່າ 300 ເຮັກຕາ ແລະ ຢູ່​ເສັ້ນທາງ 450 ຈະ​ປູກໃຫ້​ໄດ້ 1.800 ຕົ້ນ ລວມ​ມູນ​ຄ່າ 4 ຮ້ອຍ​ລ້ານ​ກວ່າ​ກີບ ໃນ​ນີ້ ພວກເຮົາ​ໄດ້​ກະກຽມ​ເບ້ຍ​ໄມ້​ປູກ ຈຳນວນ 500 ຕົ້ນ ສ່ວນ​ທີ່​ເຫຼືອ ພະແນກ​ກະສິກຳ ແລະ ປ່າໄມ້ ຈະສືບຕໍ່​ປູກ​ຮ່ວມ​ກັບ​ຜູ້​ປະກອບ​ການ ແລະ ປະຊາຊົນໃຫ້​ສຳເລັດ​ໃນທ້າຍ​ເດືອນ​ມິຖຸນາ 2015 ນີ້ ຕົ້ນໄມ້​ທີ່​ນຳ​ມາ​ປູກ​ແມ່ນ​ເນັ້ນ​ໃສ່​ໄມ້ປະເພດ​ອຸດສາຫະກຳ ເປັນຕົ້ນ ໄມ້​ແຕ້​ຂ່າ ໄມ້​ຫຳ​ງົວ ໄມ້ແຄນ​ຂະຍອມ ແລະ ໄມ້​ສາມ​ສາ ໂດຍ​ນະຄອນ​ຫຼວງ​ວຽງ​ຈັນ ​ມອບ​ໃຫ້​ພະແນກ​ກະສິກຳ ແລະ ປ່າໄມ້ ນວ ບໍລິສັດ​ເຈົ້າ​ຂອງ​ທີ່​ດິນ​ຕາມ​ເສັ້ນທາງ​ ເປັນ​ເຈົ້າ​ການ​ປົກ​ປັກ​ຮັກສາຕົ້ນໄມ້​ທີ່​ປູກ ພ້ອມ​ນັ້ນ ພະ​ແນກດັ່ງກ່າວ ​ໄດ້​ມີ​ການ​ຂຶ້ນ​ທະບຽນ ແລະ ອອກ​ລະບຽບ​ການ​ປົກ​ປັກຮັກສາ ສຳລັບ​ຕົ້ນໄມ້​ທີ່​ປູກ​ຕາມເສັ້ນທາງ 450 ປີ​ອີກ​ດ້ວຍ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...