spot_img
Homeຂ່າວການພັດທະນາການກໍ່ສ້າງເຂື່ອນໄຟຟ້າເຊນໍ້ານອ້ຍ2-ເຊກະຕາມສໍາເລັດແລ້ວ 50%

ການກໍ່ສ້າງເຂື່ອນໄຟຟ້າເຊນໍ້ານອ້ຍ2-ເຊກະຕາມສໍາເລັດແລ້ວ 50%

Published on

ຂປລ. ໂຄງການກໍ່ສ້າງເຂື່ອນໄຟ້ຟ້າເຊນໍ້ານ້ອຍ2 – ເຊກະຕາມ ເມືອງປາກຊ່ອງ ແຂວງຈໍາປາສັກ ແມ່ນໂຄງການໜຶ່ງປະກອບສ່ວນສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນກໍ່ຄືການພັດທະນາເສດຖະກິດ-ສັງຄົມຂອງແຂວງ ເຊິ່ງມາຮອດປັດຈຸບັນການກໍ່ສ້າງສໍາເລັດແລ້ວ 50%.
ທ່ານໄຊສົງຄາມ ວໍລະຈິດ ປະທານກຸ່ມບໍລິສັດເອັດວີກຼຸບ ທັງເປັນຜູ້ອຳນວຍການບໍລິສັດເຂື່ອນໄຟຟ້າເຊນ້ຳນ້ອຍ2 ແລະ ເຊກະຕາມຈໍາກັດໃຫ້ຮູ້ວ່າ:ໂຄງການກໍ່ສ້າງເຂື່ອນໄຟຟ້າເຊນໍ້ານ້ອຍ2-ເຊກະຕາມ ເມືອງປາກຊ່ອງ ແຂວງຈໍາປາສັກແມ່ນໄດ້ຮັບອະນຸຍາດຈາກອໍານາດການປົກຄອງແຂວງຈໍາປາສັກໃນປີ 2009 ເຊິ່ງໃນເບື້ອງຕົ້ນແມ່ນໄດ້ສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເຂື່ອນໃນນັ້ນໄດ້ສຶກສາເບິ່ງທາງດ້ານເຕັກນິກ,ເບິ່ງທາງດ້ານຜົນກະທົນຕໍ່ສິ່ງແວດລ້ອມຕ່າງໆ ຜ່ານຈາກການສໍາຫລວດເຫັນວ່າມີເງື່ອນໄຂດີ ແລະ ເໝາະສົມທີ່ຈະກໍ່ສ້າງເປັນ 2 ເຂື່ອນຄື: ສ້າງເຂື່ອນໄຟຟ້າເຊນໍ້ານ້ອຍ2 ທີ່ມີກໍາລັງຜະລິດ 6,7 ເມກາວັດ ແລະ ເຂື່ອນໄຟຟ້າເຊກະຕາມ ມີກໍາລັງການຜະລິດ 13,4 ເມກາວັດ,ທັງສອງເຂື່ອນແມ່ນມີມູນຄ່າການກໍ່ສ້າງທັງໝົດ 42 ລ້ານກວ່າໂດລາອາເມລິກາ. ປັດຈຸບັນການກໍ່ສ້າງໜ້າວຽກໃຫຍ່ໆເຊັ່ນ ການສ້າງຄູກັນນໍ້າ,ອ່າງເກັບນໍ້າ,ປະຕູນໍ້າເຂົ້າ-ອອກ ແລະ ການຂຸດເຈາະແລວນໍ້າຈາກອ່າງເກັບນໍ້າໄປຍັງຫົວຈັກຂອງທັງສອງເຂື່ອນແມ່ນສໍາເລັດແລ້ວ 50% ,ໜ້າວຽກທີ່ຍັງບໍ່ທັນສໍາເລັດກໍ່ຍັງແຕ່ວຽກນ້ອຍຈໍານວນໜຶ່ງເທົ້ານັ້ນ ຄາດວ່າການກໍ່ສ້າງຈະໃຫ້ສໍາເລັດ 100% ໃນທ້າຍປີ 2016.
ທ່ານໄຊສົງຄາມ ວໍລະຈິດໃຫ້ຮູ້ຕື່ມວ່າ: ການກໍ່ສ້າງເຂື່ອນໄຟຟ້າທັງສອງແຫ່ງດັ່ງກ່າວແມ່ນເປັນການລົງທຶນຂອງບໍລິສັດເອັດວີກຼຸບ 100% ມີໄລຍະສໍາປະທານຕາມກົດໝາຍການລົງທຶນ 50 ປີ,ພາຍຫລັງສໍາເລັດການກໍ່ສ້າງແລ້ວ ທາງບໍລິສັດກໍ່ຈະເລີ່ມຜະລິດກະແສໄຟຟ້າສົ່ງຂາຍໃຫ້ກັບບໍລິສັດໄຟຟ້າລາວຕາມບົດບັນທຶກສັນຍາທີ່ໄດ້ເຊັນສັນຍາການຊື້-ຂາຍນໍາກັນແລ້ວ.

1533718_1451820708468012_1915508166893970191_n 11013630_1451820711801345_8618220379768022981_n

ຂ່າວ-ພາບ : ຊຽງທອນ ຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...