Homeຂ່າວຕ່າງປະເທດຣັດເຊຍລະບຸ ມີຊາວອູແກຣນ ໄດ້ຮັບສະຖານະພາບເປັນຜູ້ລີ້ໄພຊົ່ວຄາວແລ້ວ 3 ແສນກ່ວາຄົນ!

ຣັດເຊຍລະບຸ ມີຊາວອູແກຣນ ໄດ້ຮັບສະຖານະພາບເປັນຜູ້ລີ້ໄພຊົ່ວຄາວແລ້ວ 3 ແສນກ່ວາຄົນ!

Published on

558000006829601

ສຳນັກຂ່າວຕ່າງປະເທດລາຍງານວ່າ ໃນວັນພຸດທີ 10 ມິຖຸນາຜ່ານມານີ້ ທ່ານ ເຊີເກ ເຕມຣີຢາໂຄວິດ ຜູ້ອຳນວຍການສຳນັກງານສູນກາງ ການຄວບຄຸມກວດຄົນເຂົ້າເມືອງຂອງຣັດເຊຍ ໄດ້ລະບຸວ່າ ມີພົນລະເມືອງຊາວອູແກຣນ ຫລາຍກ່ວາ 336,000 ຄົນ ໄດ້ຮັບສະຖານະເປັນຜູ້ລີ້ໄພຊົ່ວຄາວໃນຣັດເຊຍແລ້ວ.

ທັງນີ້ ການຖະແຫລງເຖິງຕົວເລກ ການອະນຸມັດໃຫ້ສະຖານະຜູ້ລີ້ໄພຊົ່ວຄາວດັ່ງກ່າວໃຫ້ແກ່ຊາວອູແກຣນໃນເທື່ອນີ້ ແມ່ນມີຂຶ້ນບໍ່ພໍເທົ່າໃດມື້ ຫລັງຈາກທີ່ໂຄສົກກະຊວງສະຖານະການສຸກເສີນຂອງຣັດເຊຍ ໄດ້ລະບຸວ່າ ທາງກະຊວງໄດ້ກະກຽມສົ່ງຂະບວນລົດບັນທຸກ ເພື່ອລຳລຽງການຊ່ວຍເຫລືອດ້ານມະນຸດສະທຳຮອບໃໝ່ ເຊິ່ງເປັນຮອບທີ 29 ເຂົ້າໄປເຂດໂດເນດ ແລະ ລູການ ທາງພາກຕາເວັນອອກຂອງອູແກຣນ ເຊິ່ງໄດ້ປະກາດແຍກໂຕເປັນເອກະລາດ ບໍ່ຂຶ້ນກັບລັດຖະບານກາງຂອງອູແກຣນ.

ຂະບວນລົດຂົນສົ່ງການຊ່ວຍເຫລືອດ້ານມະນຸດສະທຳຄັ້ງນີ້ ແມ່ນຈະມີທັງການຊ່ວຍເຫລືອອາຫານ, ຢາປົວພະຍາດ ແລະ ອຸປະກອນອື່ນໆທີ່ຈຳເປັນ ເຊິ່ງເປັນການຮ້ອງຂໍໂດຍກົງ ຂອງປະຊາຊົນທີ່ອາໄສໃນເຂດດັ່ງກ່າວ ເຊິ່ງສ່ວນໃຫຍ່ແມ່ນເປັນຊາວອູແກຣນທີ່ປາກພາສາຣັດເຊຍ ແລະ ມີຄວາມຜູກພັນທາງປະຫວັດສາດກັຊຣັດເຊຍ.

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...