spot_img
Home​ຂ່າວບັນເທິງງານມະຫາກຳ K-POP 2015 ໃກ້ຈະມາຮອດແລ້ວ

ງານມະຫາກຳ K-POP 2015 ໃກ້ຈະມາຮອດແລ້ວ

Published on

Untitled-1

ງານມະຫາກຳ K-POP 2015 ໃກ້ຈະມາເຖິງແລ້ວ. ຜູ້ທີ່ໄດ້ເຂົ້າຮອບຈະໄດ້ຮັບການຄັດເລືອກຈາກຕ່າງປະເທດ ເພື່ອເຂົ້າໄປແຂ່ງຂັນໃນຮອບສຸດທ້າຍ ທີ່ປະເທດ ເກົາຫຼີ

ຈັດງານໂດຍ ກະຊວງການຕ່າງປະເທດຂອງສາທາລະນະລັດເກົາຫຼີ, ເມືອງ ຊັງວອນ ແລະ ລະບົບເຄື່ອຄ່າຍດຽວທຽມຂອງເກົາຫຼີ (KBS). ງານມະຫະກຳ K-POP 2015 ຈະໄດ້ຈັດຂື້ນທີ່ປະເທດເກົາຫຼີ ທີ່ມີຜູ້ຜ່ານເຂົ້າຮອບສຸດທ້າຍຈາກທົ່ວໂລກ.
ໃນປະເທດລາວ, ສະຖານທູດເກົາຫຼີປະຈຳລາວ ແລະ ສະມາຄົມແລກປ່ຽນອາຊີປະຈຳລາວ ຈະໄດ້ຈັດງານແຂ່ງຂັນຮອບຄັດເລືອກໃນເບື້ອງຕົ້ນໃນວັນທີ່ 29 ເດືອນ ສິງຫາ 2015 ນີ້ ຈຶ່ງໄດ້ປະກາດ, ແຈ້ງການ ເຖິງຜູ້ທີ່ມີຄວາມສົນໃຈຢາກຈະສະໝັກເຂົ້າຮ່ວມໃນການແຂ່ງຂັນ ຫຼື ເຂົ້າມາຊົມການແຂ່ງຂັນນຳພວກເຮົາໄດ້ທີ່ ຫໍວັດທະນະທຳແຫ່ງຊາດ.
ຖ້າທ່ານມີຄວາມສົນໃຈ ຫຼື ຕ້ອງການສອບຖາມຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່ :
ອີເມວ : noyphet1991@hotmail.com
ໂທ : 021 454 474, 020 9996 0932 (ໃນໂມງລັດຖະການ)

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...