spot_img
Homeຂ່າວການພັດທະນາຫລາຍ​ບໍລິສັດຢູ່​ນະຄອນຫລວງ​ ຖືກ​ໂຈະ​ການ​ດຳ​ເນີນທຸລະ​ກິດ

ຫລາຍ​ບໍລິສັດຢູ່​ນະຄອນຫລວງ​ ຖືກ​ໂຈະ​ການ​ດຳ​ເນີນທຸລະ​ກິດ

Published on

images
ຮູບປະກອບ ນະຄອນຫຼວງວຽງຈັນໃນອະນາຄົດ

      ​ໃນ​ລະຫວ່າງ​ກາງ​ເດືອນ​ພຶດສະພາ​ຜ່ານ​ມາ, ຂະ​ແໜງ​ການ​ກ່ຽວຂ້ອງ​ຂອງ​ນະຄອນຫລວງ​ວຽງ​ຈັນ ​ເປັນຕົ້ນຂະ​ແໜງ​ພະລັງງານ ​ແລະ ບໍ່​ແຮ່ ພ້ອມ​ຂະ​ແໜງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​ດຳ​ເນີນ​ມາດ​ຕະການ​ຢ່າງ​ເຂັ້ມງວດ​ກັບ​ບັນດາ​ບໍລິສັດ​ທີ່​ເຄື່ອນ​ໄຫວ​ບໍ່​ໄປ​ຕາມ​ລະບຽບ​ກົດໝາຍ ​ໂດຍ​ສະ​ເພາະ​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ບໍ່​ມີ​ຜົນ​ກຳ​ໄລ ​ແລະ ບໍ່​ຖືກຕ້ອງ​ຕາມ​ລະບຽບ​ກົດໝາຍ​ຂອງ ສປປ ລາວ ​ໄດ້​ກຳນົດ​ໄວ້.

ຕໍ່​ບັນຫາ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນີ້ ​ໃນ​ເບື້ອງຂະ​ແໜງ​ການ​ພະລັງງານ ​ແລະ ບໍ່​ແຮ່​ ​ໄດ້​ສັ່ງ​ຍົກ​​ເລີກ ຫລື ​ໂຈະ​ດຳ​ເນີນ​ທຸລະ​ກິດ​ດ້ານ​ບໍ່​ແຮ່​ຢູ່​ນະຄອນຫລວງ​ວຽງ​ຈັນລວມ 23 ບໍລິສັດ ທີ່​ບໍ່​ມີ​ການ​ເຄື່ອນ​ໄຫວ ​ແລະ ບໍ່​ເຂົ້າພົວພັນ​ວຽກ​ງານ​ນຳ​ພະ​ແນ​ກພະລັງງານ ​ແລະ ບໍ່​ແຮ່​ປະຈຳ​ນະຄອນຫລວງ ​ໃນ​ນີ້ສ່ວນ​ໃຫຍ່​ແມ່ນ​ບໍລິສັດ​ທີ່​ໄດ້​ຮັບ​ສຳ​ປະທານ​ຂຸດ​ຄົ້ນຫີນ​ດານ​, ຫີນ​ພູ​ກໍ່ສ້າງ ​ແລະ ຫີນ​ປູນ. ບັນດາ​ບໍລິສັດ​ທີ່​ຖືກ​ຖອນ​ໃບ​ອະນຸຍາດ​ຈະ​ເປັນ​ບໍລິສັດ​ດຳ​ເນີນ​ທຸລະ​ກິດ​ຂະໜາດ​ນ້ອຍ​ມີ​ເນື້ອທີ່​ສຳ​ປະທານ​ຫີນ​ດານ, ຫີນ​ພູ​ກໍ່ສ້າງ ​ແລະ ຫີນ​ປູ​ນສູງ​ສຸດ​ແມ່ນ 10 ​ເຮັກຕາ​ລົງ​ມາ, ຈຳນວນ​ບໍລິສັດ​ທີ່​ຖືກ​ຖອນ​ໂຕ​ຈະ​ບໍ່​ມີ​ສິດ​ເຄື່ອນ​ໄຫວ​ທຸລະ​ກິດ​ດ້ານ​ບໍ່​ແຮ່ ​ແລະ ຜູກຂາດ​ການ​ຂຸດ​ຄົ້ນທີ່​ທາງ​ພະ​ແນ​ກ​ອະນຸຍາດ​ໃຫ້​ເມື່ອ​ກ່ອນ​ແຕ່​ຢ່າງ​ໃດ ​ເພາະ​ໃບ​ອະນຸຍາດ​ດ້ານ​ບໍ່​ແຮ່​ຖື​ວ່າ​ໝົດ​ອາຍຸ​ການ​ນຳ​ໃຊ້​ແລ້ວ ນັບ​ແຕ່​ວັນ​ທີ 25 ພຶດສະພາ 2015 ​ເປັນຕົ້ນ​ໄປ. ​ໃນ​ຂະນະ​ດຽວ​ກັນ, ທາງ​ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ​ນະຄອນຫລວງ​ວຽງ​ຈັນ ຍັງ​ໄດ້​ສັ່ງ​ໂຈະ 10 ບໍລິສັດ​ທີ່​ບໍ່​​ແຈ້ງ​ເສຍ​ອາກອນ​ໃຫ້​ແກ່​ລັດ ​ເນື່ອງ​ຈາກ​ຂາດ​ການ​ເຂົ້າມາ​ພົວພັນ​ແຈ້ງ​ເສຍ​ພາສີ​ອາກອນ. ດັ່ງນັ້ນ ທາງພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ ຈຶ່ງ​ໄດ້​ສັ່ງ​ໂຈະ​ການ​ເຄື່ອນ​ໄຫວ​ຂອງ​ບໍລິສັດ​ດັ່ງກ່າວ ຕາມ​ແຈ້ງ​ການ​ສະບັບ​ເລກທີ 0952/ອຄ.ນວ.ທຄວ, ລົງ​ວັນ​ທີ 20 ພຶດ ສະພາ 2015 ຂອງ​ເຈົ້າໜ້າ​ທີ່​ທະບຽນ​ວິ​ສາ​ຫະກິດ ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ​ນະຄອນຫລວງ​ວຽງ​ຈັນ, ​ໃນ​ກໍລະນີ​ລະ​ເມີດ​ຈະ​ຖືກ​ປະຕິບັດ​ມາດ​ຕະການ​ຢ່າງ​ເຂັ້ມງວດ​ຕາມ​ມາດຕາ 212 ຂອງ​ກົດໝາຍ​ວ່າ​ດ້ວຍ​ວິ​ສາ​ຫະກິດ (ສະ ບັບ​ປັບປຸງ 2013) ​ແລະ ຕ້ອງ​ນຳ​ເອົາ​ໃບ​ທະບຽນ​ວິ​ສາ​ຫະກິດ(ສະບັບ​ຕົ້ນ) ມາ​ໃຫ້​ເຈົ້າໜ້າ​ທີ່​ລະບຽບ​ວິ​ສາ​ຫະກິດ​ຊ້າ​ສຸດ​ບໍ່​ໃຫ້​ເກ​ີນວັນ​ທີ 2 ມິຖຸນາ 2015. ຖ້າ​ກໍລະນີ​ບຸກຄົນ ຫລື ນິຕິບຸກຄົນ​ໃດ​ຫາກ​ນຳ​ໃບ​ທະບຽນ​ວິ​ສາ​ຫະກິດ​ຂອງ​ບັນດາ​ວິ​ສາ​ຫະກິດ​ດັ່ງກ່າວ​ໄປ​ນຳ​ໃຊ້ ນອກຈາກ​ຈະ​ຖືກ​ປະຕິບັດ​ມາດ​ຕະການ​ແລ້ວ ຍັງ​ຕ້ອງ​ໄດ້​ຮັບ​ຄວາມ​ຮັບຜິດຊອບ​ທັງ​ໝົດ​ຕໍ່ໜ້າ​ກົດໝາຍ​ຈາກ​ຜົນ​ເສຍ​ຫາຍ​ທີ່​ຕົນ​ໄດ້​ສ້າງ​ຂຶ້ນ ​ແລະ ຕ້ອງການ​ດຳ​ເນີນ​ການ​ຍຸບ​ເລີກ​ຕາມ​ຂັ້ນຕອນ ​ແລະ ກຳນົດ​ເວລາ​ທີ່​ບົ່ງ​ບອກ​ໄວ້​ໃນ​ກົດໝາຍ​ວ່າ​ດ້ວຍ​ວິ​ສາ​ຫະກິດ (ສະບັບ​ປັບປຸງ 2013).

 

ຂ່າວຈາກໜັງສືພິມລາວພັດທະນາ

ບົດຄວາມຫຼ້າສຸດ

ລວມ 9 ອາຊີບມາແຮງໃນປັດຈຸບັນ

ໃນຍຸກປັດຈຸບັນຕະຫຼາດແຮງງານທີ່ກຳລັງເຕີບໃຫຍ່ຢ່າງໄວວາ ໂດຍໄດ້ຮັບອິດທິພົນມາຈາກ ແທັກໂນໂລຢີ ແລະ ພຶດຕິກຳຂອງຜູ້ຊົມໃຊ້ທີ່ປ່ຽນໄປ ເຮັດໃຫ້ທິດທາງການຫາວຽກຂອງແຮງງານເລີ່ມມີຄວາມທ້າທາຍຂຶ້ນ. ສະນັ້ນ, ທີມງານລາວໂພສຈຶ່ງໄດ້ລວບລວມບັນດາອາຊີບທີ່ມາແຮງ ແລະ ຕ້ອງການໃນຕະຫຼາດແຮງງານຫຼາຍທີ່ສຸດ ໃນປີ 2025 ມາເບິ່ງພ້ອມກັນເລີຍວ່າຈະມີອາຊີບໃດແນ່. 1 ນັກພັດທະນາປັນຍາປະດິດ...

ພິທີວາງສີລາລຶກການກໍ່ສ້າງສໍານັກງານໃຫຍ່ ແລະ ສະຖານທີ່ຝຶກອົບຮົມແຫ່ງໃໝ່

ສະຫະລັດອາເມຣິກາ ແລະ ສປປ ລາວ ສະເຫຼີມສະຫຼອງ ພິທີວາງ ສີລາລຶກ ການກໍ່ສ້າງສໍານັກງານໃຫຍ່ ແລະ ສະຖານທີ່ຝຶກອົບຮົມ ແຫ່ງໃໝ່ຂອງພາສີລາວ ນະຄອນຫຼວງວຽງຈັນ, ສປປ ລາວ, ວັນ​ທີ...

ແກ້ງຢານາຣົກຕີນຽນ! ໃສ່ປ້າຍລົດລັດຂົນຢາບ້າກວ່າ 10 ລ້ານເມັດຜ່ານຈຸດກວດ ສຸດທ້າຍຖືກເຈົ້າໜ້າທີ່ົໄລ່ຍິງ

ໄລ່ຍິງສະນັ່ນ! ເຈົ້າໜ້າທີ່ຕຳຫຼວດໄລ່ຍິງກຸ່ມແກ້ງຄ້າຢາເສບຕິດ ໂດຍການໃສ່ປ້າຍລົດລັດ. ໃນຄັ້ງວັນທີ 10 ພຶດສະພາ 2025 ທາງເຈົ້າໜ້າທີ່ປະຈໍາຈຸດກວດການໍ້າເກິ່ງໄດ້ເຮັດວຽກກວດກາຍານພາຫະນະເປັນປົກກະຕິ, ຮອດເວລາປະມານ 11 ໂມງ 00 ນາທີ ໄດ້ມີລົດຟໍຈູນເນີ ສີປອນ...

ຕາດູຕົນ ເຫດໄຟໄໝ້ເຮືອນປະຊາຊົນ ບ້ານປຸ່ງສ້ຽວ ເມືອງສິງ ແຂວງຫຼວງນ້ຳທາ ເສຍຫາຍ 480 ລ້ານກີບ

ເຫດໄຟໄໝ້ເຮືອນປະຊາຊົນ ເສຍຫາຍ 480 ລ້ານ. ຕາມການໃຫ້ຂໍ້ມູນຂອງກອງຕຳຫຼວດຈະລາຈອນ-ມອດໄຟ ປກສ ເມືອງສິງ ແຂວງຫຼວງນ້ຳທາໃຫ້ຮູ້ວ່າ:ໃນຕອນເຊົ້າເວລາ 10 ໂມງ ວັນທີ 12 ພຶດສະພາ 2025 ໄດ້ຮັບແຈ້ງຈາກ...