spot_img
Homeຂ່າວຕ່າງປະເທດບາດກ້າວໃຫມ່ໃນການຮ່ວມມື ລະຫວ່າງປະເທດຫວຽດນາມກັບສະຫະພັນຣັດເຊຍ

ບາດກ້າວໃຫມ່ໃນການຮ່ວມມື ລະຫວ່າງປະເທດຫວຽດນາມກັບສະຫະພັນຣັດເຊຍ

Published on

image001

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນ 29/5/2015 ທີ່ເມືອງບູຣາໄບ ປະເທດກາຊັກສະຖານ ນາຍົກລັດຖະມົນຕີ ດິມິທຣີ ເມດເວເດບ ແຫ່ງສະຫະພັນຣັດເຊຍໄດ້ມີການຟົບປະກັບນາຍົກລັດຖະມົນຕີ ຫງວຽນ ເຕິນ ຢຸງ ແຫ່ງ ສສ. ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຫງວຽນ ເຕິນ ຢຸງ ແຫ່ງ ສສ. ຫວຽດນາມຈັບມືນາຍົກລັດຖະມົນຕີ ດິມິທຣີ ເມດເວເດບ ແຫ່ງສະຫະພັນຣັດເຊຍທີ່ເມືອງບູຣາໄບ ປະເທດກາຊັກສະຖານ

ໃນການພົບປະໃນຄັ້ງນີ້, ສອງຝ່າຍໄດ້ສະເເດງຄວາມພາກພູມໃຈຕໍ່ເຫດການປະເທດຫວຽດນາມ ແລະ ສະຫະພາບເສດຖະກິດອາຊີ – ເອີລົບຫຼັງຈາກໄລຍະເວລາພົບປະເຈລະຈາຢ່າງຕັ້ງໜ້າ ແລະ ຮີບຮ້ອນ, ສອງຝ່າຍພ້ອມກັນເອກະພາບບັນລຸໄດ້ເນື້ອໃນຂອງຂໍ້ຕົກລົງການຄ້າເສລີ

ທ່ານນາຍົກລັດຖະມົນຕີ ຫງວຽນ ເຕິນ ຢຸງ ແຫ່ງ ສສ. ຫວຽດນາມ ໄດ້ຕີລາຄາສູງພາລະບົດບາດຂອງປະເທດຣັດເຊຍໃນຖານະເປັນປະເທດນໍາໜ້າໃນສະຫະພາບເອີລົບທີ່ໄດ້ຮ່ວມມື ແລະ ຊູກຍູ້ເພື່ອສີ້ນສຸດໃນການພົບປະເຈລະຈາ ແລະ ລົງນາມຂໍ້ຕົກລົງຕາມແຜນວາງໄວ້ ພ້ອມກັນນັ້ນທ່ານນາຍົກລັດຖະມົນຕີຫວຽດ ນາມໄດ້ສະເໜີຣັດເຊຍພ້ອມບັນດາປະເທດສະມາຊິກສະຫະພາບເສດຖະກິດອາຊີ – ເອີລົບຈະສໍາເລັດບັນດາ ຂັ້ນຕອນໃຫ້ສັດຕະຍາບັດຂໍ້ຕົກລົງເພື່ອສວຍໃຊ້ໄດ້ບັນດາການບຸລິມະສິດຢ່າງສຸດຂີດຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ – ການຄ້າ, ການລົງທຶນໃນໄລຍະໃຫມ່

ນາຍົກລັດຖະມົນຕີ ດິມິທຣີ ເມດເວເດບ ແຫ່ງສະຫະພັນຣັດເຊຍໃຫ້ຮູ້ວ່າ: ສສ. ຫວຽດນາມແມ່ນຄູ່ການຄ້າທໍາອິດລົງນາມໃນຂໍ້ຕົກລົງການຄ້າເສລີກັບສະຫະພາບ, ສິ່ງເຫຼົ່ານີ້ຍິ່ງພິສຸດໃຫ້ ເຫັນວ່າຖານະບົດບາດຂອງຫວຽດນາມໃນເວທີສາກົນ. ນາຍົກລັດຖະມົນຕີຣັດເຊຍເຊື່ອໝັ້ນວ່າຂໍ້ຕົກລົງນີ້ບໍ່ ພຽງແຕ່ຊູກຍູ້ຂະຫຍາຍການຮ່ວມມືສອງຝ່າຍ, ເພີ່ມສົ້ນນໍາເຂົ້າການຄ້າເຊິ່ງຊຸກຍູ້ອໍານວຍຄວາມສະດວກໃຫ້ແກ່ການປະຕິບັດບັນດາໂຄງການລົງທຶນທີ່ໄດ້ບູລິມະສິດໃນຜືນແຜນດີນຂອງແຕ່ລະປະເທດປະກອບສ່ວນໃນການພົວ ພັນແມ່ນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງປະເທດຫວຽດນາມ – ຣັດເຊຍກ້າວໄປສູ່ລວງເລິກ ແລະ ມີປະສິດທິຜົນ

ໃນທ່າມກາງການພົບປະທ່ານນາຍົກລັດຖະມົນຕີ ຫງວຽນ ເຕິນ ຢຸງ ແລະ ນາຍົກລັດຖະມົນຕີ ດິມິທຣີ ເມດເວເດບໄດ້ມີການແລກປ່ຽນ ແລະ ເຫັນດີໃນການຜັນຂະຫຍາຍບັນດາຂໍ້ຕົກລົງບັນລຸໄດ້ຫຼັງການຢ້ຽມຢາມ ຫວຽດນາມໃນເລລາຜ່ານມາ, ພິເສດແມ່ນໂຄງການສໍາຄັນຂອງການຮ່ວມມືສອງຝ່າຍໃນບັນດາໂຂງເຂດຄື: ພະລັງງານ, ການລົງທຶນ, ປ້ອງກັນຊາດ – ປ້ອງກັນຄວາມສະຫງົບ

ທ່ານນາຍົກລັດຖະມົນຕີ ຫງວຽນ ເຕິນ ຢຸງໄດ້ລົງນາມໃນຂໍ້ຕົກລົງການຄ້າເສລີກັບສະຫະພາບ ເສດຖະກິດອາຊີ – ເອີລົບໄດ້ອໍານວຍຄວາມສະດວກໃຫ້ແກ່ນັກວິສາຫະກິດຫວຽດນາມໄປສູ່ຕະຫຼາດນໍາໃຊ້ຂອງ 5 ປະເທດກັບປະຊາກອນມີກ່ວາ180 ລ້ານຄົນ, ຂະໜາດ GDP ບັນລຸກ່ວາ 2.500 ຕື້ USD, ໄດ້ຮັບການບຸລິມະສິດຫຼາຍຢ່າງ, ອໍານວຍຄວາມສະດວກກ່ຽວກັບດ້ານພາສີ, ຊ່ວຍຍູ້ຍອດມູນຄ່າການຄ້າສີ້ນຄ້າ, ການບໍລິການ ແລະ ການລົງທຶນຂອງຫວຽດນາມ.

ການຕົກລົງເຂດການຄ້າເສລີລະຫວ່າງສອງຝ່າຍດັ່ງກ່າວນີ້ ຄາດວ່າຈະສາມາດຂະຫຍາຍມູນຄ່າການຄ້າລະຫວ່າງປະເທດຂຶ້ນ ເປັນ 10 ຕື້ໂດລາສະຫະລັດ ພາຍໃນປີ 2020 ຈາກໃນປັດຈຸບັນທີ່ມີພຽງແຕ່ 4 ຕື້ໂດລາສະຫະລັດເທົ່ານັ້ນ.

ແຫຼ່ງຂ່າວ: ຂ່າວສານປະເທດຫວຽດນາມ

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...