Homeຂ່າວພາຍ​ໃນໄຟຟ້າຫົງສາເລີ່ມເດີນເຄື່ອງຈັກໜ່ວຍທີໜຶ່ງຜະລິດກະແສໄຟຟ້າຢ່າງເປັນທາງການ‬

ໄຟຟ້າຫົງສາເລີ່ມເດີນເຄື່ອງຈັກໜ່ວຍທີໜຶ່ງຜະລິດກະແສໄຟຟ້າຢ່າງເປັນທາງການ‬

Published on

ໄຟຟ້າຫົງສາ ເມືອງຫົງສາ ແຂວງໄຊຍະບູລີ ໄດ້ເລີ່ມຈ່າຍກະແສໄຟຟ້າຢ່າງເປັນທາງການ ຈາກເຄື່ອງຈັກຜະລິດໜ່ວຍທີ 1 ໂດຍຜ່ານລະບົບສາຍສົ່ງ 500 ກິໂລໂວນ ເຂົ້າສູ່ລະບົບສົ່ງໄຟຟ້າຂອງບໍລິສັດການໄຟຟ້າຝ່າຍຜະລິດແຫ່ງປະເທດໄທແລ້ວ.
ໃນວັນທີ 02 ມິຖຸນາ 2015 ຜ່ານມາ ຕາມກຳນົດເວລາຂອງສັນຍາຊື້-ຂາຍໄຟຟ້າ (PPA) ກັບ ບໍລິສັດການໄຟຟ້າ ຝ່າຍຜະລິດແຫ່ງປະເທດໄທ ຖືເປັນຄວາມສຳເລັດຄັ້ງສຳຄັນຂອງໂຄງການຮ່ວມມືລະຫວ່າງ ບໍລິສັດທີ່ເປັນເອກະຊົນຄື ບໍລິສັດໄຟຟ້າຫົງສາຈຳກັດ ເປັນບໍລິສັດນິຕິບຸກຄົນຈົດທະບຽນໃນ ສປປ.ລາວ ແລະ ຖືຫຸ້ນມີ 3 ບໍລິສັດ ເຊັ່ນ ບໍລິສັດຣາຊະບູຣີໂຮນດິ້ງຈຳກັດມະຫາຊົນ, ເຊິ່ງເປັນບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບ ປະເທດໄທ ຖືຫຸ້ນ 40% ກຸ່ມບໍລິສັດບ້ານປູພາວເວີຈຳກັດ ມະຫາຊົນ (ປະເທດໄທ) ຖືຫຸ້ນ 40% ແລະ ບໍລິສັດລັດວິສາຫະກິດໄຟຟ້າລາວ ຖືຫຸ້ນ 20% ເຊິ່ງໄດ້ອະນຸຍາດໃຫ້ສຳປະທານທາງດ້ານພະລັງງານ ຈາກລັດຖະບານສປປ.ລາວ ເປັນໄລຍະເວລາ 25 ປີ (2016-2041) ໂດຍການກໍ່ສ້າງໂຮງໄຟຟ້າພະລັງງານຄວາມຮ້ອນທີ່ໃຊ້ຖ່ານຫີນຈາກການຂຸດຄົ້ນຖ່ານຫີນໃນພື້ນທີ່ຂອງໂຄງການເປັນເຊື້ອໄຟ ເຊິ່ງປະກອບດ້ວຍໜ່ວຍການຜະລິດ ຈຳນວນ 3 ໜ່ວຍ ມີກຳລັງການຜະລິດໜ່ວຍລະ 626 ເມກາວັດ ຮວມທັງໝົດ 1.878 ເມກາວັດ
ມີມູນຄ່າການລົງທຶນ 3.710 ລ້ານໂດລາສະຫະລັດ ແລະ ຄາດວ່າ ໜ່ວຍການຜະລິດທີ 2 ກໍ່ມີກຳນົດການຈ່າຍກະແສໄຟຟ້າໃນຕົ້ນເດືອນພະຈິກ 2015 ທີ່ຈະມາເຖິງ ແລະ ໜ່ວຍການຜະລິດທີ 3 ແມ່ນໃນເດືອນມີນາ ປີ 2016 ຕາມລຳດັບ.

 

11391122_1002629056444388_3976222272407196556_n

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...