Homeຂ່າວຕ່າງປະເທດແຜ່ນດິນໄຫວດຸໂພດ! ລິບມັກຄ້າງ! ຍີ່ປຸ່ນຈັດໄປ ກຽມສ້າງວິດຖ່າຍສຸກເສີນ ໄວ້ພາຍໃນລິບ!

ແຜ່ນດິນໄຫວດຸໂພດ! ລິບມັກຄ້າງ! ຍີ່ປຸ່ນຈັດໄປ ກຽມສ້າງວິດຖ່າຍສຸກເສີນ ໄວ້ພາຍໃນລິບ!

Published on

EyWwB5WU57MYnKOuXxykjFR29H4HVgXDpJem3kofKCRMemyzQhlJ6V

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 4 ມິຖຸນານີ້ວ່າ ເຈົ້າໜ້າທີ່ລະດັບສູງຂອງລັດຖະບານຍີ່ປຸ່ນ ໄດ້ຈັດກອງປະຊຸມຮ່ວມກັນກັບສະມາຄົມຜູ້ຜະລິດລິບໄຟຟ້າໂດຍສານ ແຫ່ງປະເທດຍີ່ປຸ່ນ (AEM) ທີ່ນະຄອນຫລວງໂຕກຽວ ໃນມື້ວານນີ້ (3 ມິຖຸນາ) ເພື່ອຫາລືເຖິງແນວທາງການພັດທະນາ ແລະ ຕິດຕັ້ງວິດຖ່າຍພາຍໃນລິບໂດຍສານ ລວມເຖິງຫາລືເຖິງການຈັດຫານ້ຳດື່ມ, ສະບຽງອາຫານ ແລະ ອຸປະກອນທີ່ຈຳເປັນໄວ້ ເພື່ອກໍລະນີສຸກເສີນຈາກໄພພິບັດທາງທຳມະຊາດ ໂດຍສະເພາະແມ່ນແຜ່ນດິນໄຫວ ອັນອາດສົ່ງຜົນສະທ້ອນໃຫ້ລິບຢຸດເຮັດວຽກ.

ທັງນີ້ ກອງປະຊຸມດັ່ງກ່າວ ຈັດຂຶ້ນຢ່າງຮີບດ່ວນທີ່ສຸດ ຫລັງຈາກເຫດການແຜ່ນດິນໄຫວຂະໜາດ 7.8 ແມັກນິຈູດ ຢູ່ທາງພາກໃຕ້ຂອງປະເທດຍີ່ປຸ່ນ ໃນມື້ວັນທີ 30 ພຶດສະພາຜ່ານມາ ເຮັດໃຫ້ມີຜູ້ຕິດຢູ່ໃນລິບທົ່ວປະເທດຍີ່ປຸ່ນ ລວມທັງໝົດ 14 ຄົນ ເຊິ່ງໃນນັ້ນລວມມີຜູ້ສູງອາຍຸ ເຮັດໃຫ້ຜູ້ທີ່ຕິດຢູ່ເກີດພາວະຂາດນ້ຳ ເພາະຕິດຢູ່ໃນລິບດົນຫລາຍຊົ່ວໂມງ ເຊິ່ງລັດຖະບານໄດ້ສະເໜີໃຫ້ມີການພິຈາລະນາ ຕິດຕັ້ງວິດຖ່າຍແບບພັບເກັບມ້ຽນໄດ້ ໂດຍໃຊ້ວັດສະດຸດູດຊືມຄວາມຊຸ່ມ ແລະ ປ້ອງກັນກິ່ນເໝັນ ໂດຍທາງຜູ້ຜະລິດຈະຕ້ອງເອົາແນວຄິດດັ່ງກ່າວໄປອອກແບບ ແລະ ນຳສະເໜີລາຍລະອຽດຜະລິດຕະພັນຂອງຕົນຕໍ່ລັດຖະບານ.

 

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...