Homeຂ່າວພາຍ​ໃນມຽນມາ ພາດ 3 ຄະແນນ ເຕະບານ ຢູ-20 ຊີງແຊ້ມໂລກ 2015

ມຽນມາ ພາດ 3 ຄະແນນ ເຕະບານ ຢູ-20 ຊີງແຊ້ມໂລກ 2015

Published on

ການແຂ່ງຂັນບານເຕະ ອາຍຸບໍ່ເກີນ 20 ປີ ຫຼື U-20 ຊີງແຊ້ມໂລກ 2015 (2015 FIFA U-20 World Cup) ທີ່ປະເທດນິວຊີແລນ ເປັນເຈົ້າພາບ ລະຫວ່າງວັນທີ 30 ພຶດສະພາ ຫາ 20 ມິຖຸນາ 2015.
ເມື່ອວັນທີ 30 ພຶດສະພາ ຜ່ານມາ ເປັນການລົງສະໜາມຂອງກຸ່ມ A ຄູ່ທີ່ໜ້າສົນໃຈ ທີມຊາດມຽນມາ 1 ໃນ 4 ຊາດຕົວແທນຈາກທະວີບອາຊີ ລົງສະໜາມພົບກັບ ທີມຊາດສະຫະລັດອາເມຣິກາ.

 

ເລີ່ມເກມໄດ້ພຽງ 9 ນາທີ ຢານນຽງໂອ ຍິງປະຕູໃຫ້ ມຽນມາ ອອກນຳໄປກ່ອນ 1-0 ຢ່າງໄວວາ, ແຕ່ຫຼັງຈາກນັ້ນ ອີກ 8 ນາທີ ຕໍ່ມາ ສະຫະລັດອາເມຣິກາ ໄລຕີສະເໝີເປັນ 1-1 ຈາກການຍິງຂອງ ມາກິ ທອລ, ຈົບເຄິ່ງເວລາທຳອິດ ທັງ 2 ທີມ ສະເໝີກັນຢູ 1-1 ປະຕູ.

 

ກັບມາແຂ່ງຂັນຕໍ່ໃນເຄິ່ງເວລາທີ 2 ນາທີ 56 ສະຫະລັດອາເມຣິກາ ໄດ້ປະຕູພິກຂຶ້ນນຳ 2-1 ຈາກການຍິງຂອງ ເອເມີສັນ ໄຮມັນ ເວລາທີ່ເຫຼືອບໍ່ມີປະຕູເພີ່ມເກີດຂຶ້ນ ຈົບເກມການແຂ່ງຂັນ ມຽນມາ ພາດທ່າເສຍໃຫ້ ສະຫະລັດອາເມຣິກາ ຫວຸດຫວິດ 1-2 ປະຕູ ໂດຍນັດຕໍ່ໄປ ມຽນມາ ຈະພົບກັບ ຢູເຄຣນ ທີ່ສະເໝີ ນິວຊີແລນ ເຈົ້າພາບ 0-0 ປະຕູ.

11252458_1634302000116307_3892303025712951480_n

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...