Homeຂ່າວພາຍ​ໃນມາຣິນ-ເສິນຫຼົງ ຄວ້າແຊ້ມດອກປີກໄກ່ ອອສເຕຣລຽນ ໂອເພັນ

ມາຣິນ-ເສິນຫຼົງ ຄວ້າແຊ້ມດອກປີກໄກ່ ອອສເຕຣລຽນ ໂອເພັນ

Published on

ການແຂ່ງຂັນດອກປີກໄກ່ ລາຍການ ເດິ ສະຕາຣ໌ ອອສເຕຣລຽນ ໂອເພັນ ຊູເປີຊີຣີ ຊີງເງິນລາງວັນລວມ 7 ແສນກວ່າໂດລາສະຫະລັດ ທີ່ນະຄອນຫຼວງຊິດນີ ປະເທດອອສເຕຣເລຍ ເມື່ອວັນທີ 31 ພຶດສະພາ ຜ່ານມາ.
ຮອບຊີງຊະນະເລີດ ປະເພດຍິງດ່ຽວ ເປັນການພົບກັນລະຫວ່າງ ແຄໂຣລິນາ ມາຣິນ ມືອັນດັບ 3 ຂອງໂລກ ແລະ ແຊ້ມໂລກຄົນຫຼ້າສຸດ ຈາກສະເປນ ພົບກັບ ຫວັງ ຊິສຽນ ມື 6 ຂອງໂລກ ຈາກ ສປ ຈີນ ຜ່ານການແຂ່ງຂັນປາກດວ່າ ມາຣິນ ເປັນຝ່າຍເອົາຊະນະໄປໄດ້ 2-0 ເຊັດ ດ້ວຍຄະແນນ 22-20 ແລະ 21-18 ຄວ້າແຊ້ມເປັນລາຍການທີ 3 ຈາກ 5 ລາຍການທີ່ເຂົ້າຊີງໃນປີນີ້ ພ້ອມຮັບເງິນລາງວັນ 56.250 ໂດລາສະຫະລັດ, ສ່ວນ ຫວັງ ຊິສຽນ ໄດ້ຮອງແຊ໋ມ ພ້ອມຮັບເງິນ 28.500 ໂດລາສະຫະລັດ.
ຂະນະທີ່ປະເພດ ຊາຍດ່ຽວ ເສິນ ຫຼົງ ມືອັນດັບ 1 ຂອງໂລກ ແລະ ແຊ້ມໂລກຄົນປັດຈຸບັນ ຈາກ ສປ ຈີນ ເອົາຊະນະ ວິກເຕີ ອະເຊລເຊນ ມືອັນດັບ 9 ຂອງໂລກ ຈາກເດນມາກ ທີ່ເຂ່ຍລິນຕັນ ຕົກຮອບທຳອິດ 2 ເຊັດລວດ ດ້ວຍຄະແນນ 21-14 ແລະ 21-18.

ສ່ວນປະເພດຄູ່ ລີຢອງແດ ກັບ ຢູຢອນເຊືອງ ຄູ່ມື 1 ຂອງໂລກ ຈາກ ສ ເກົາຫຼີ ເອົາຊະນະ ຫຼິວເສີງ ກັບ ລູໄຄ ຈາກ ສປ ຈີນ 21-16 ແລະ 21-17, ປະເພດຄູ່ຍິງ ມາຈິນ ກັບ ຖັງຢວນຕິງ ຄູ່ມື 10 ຂອງໂລກ ຈາກຈີນ ເອົາຊະນະ ທຽນສິງ ກັບ ຖັງ ຈິນຮວາ ເພື່ອນຮ່ວມຊາດ 21-19, 16-21 ແລະ 22-20

11390116_1634302450116262_5095310797047015644_n

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...