spot_img
Homeຂ່າວການພັດທະນາທ່ານ ປີເຕີຈັນ ໃຈດີຈະສ້າງຂົວຂ້າມຮ່ອງແຊງຕື່ມອີກ!!

ທ່ານ ປີເຕີຈັນ ໃຈດີຈະສ້າງຂົວຂ້າມຮ່ອງແຊງຕື່ມອີກ!!

Published on

11267913_486140701550140_1301220043_n - Copy

ຫຼັງຈາກລັດຖະບານແຈ້ງເມື່ອວັນທີ 2 ມິຖຸນາ ວານນີ້ວ່າ ທ່ານໂຊກໄຊ (ປີເຕີຈັນ) ປະທານບໍລິສັດ ລາວເວີນ ມະຫາຊົນ (ລາວ-ໄອເຕັກ) ສະແດງເຈດຈຳນົງຈະສ້າງຂົວຂ້າມນ້ຳງື່ມ ເປັນຂອງຂວັນໃຫ້ແກ່ພີ່ນ້ອງປະຊາຊົນ ເຊິ່ງເປັນທີ່ຊື່ນຊົມຍິນດີແກ່ປະຊາຊົນທີ່ຮູ້ຂ່າວດັ່ງກ່າວ.
ຕົກມາມື້ນີ້ ວັນທີ 3 ມິຖຸນາ 2015 ຫ້ອງວ່າການປົກຄອງນະຄອນຫຼວງ ກໍໄດ້ແຈ້ງການ ເລກທີ່ 0930 /ຫປນ/ວຈ, ລົງວັນທີ 3 ມິຖຸຸນາ 2015 ໃຫ້ຊາບວ່າ ທ່ານ ໂຊກໄຊ (ປີເຕີຈັນ) ໄດ້ສະແດງເຈດຈຳນົງຈະສ້າງຂົວຂ້າມຮ່ອງແຊງ ເຂດຫຼັງວິທະຍາໄລລາວອາເມລິກາໃຫ້ອີກລ້າໆ ລວມແລ້ວເປັນຂົວສອງແຫ່ງຄື:
1. ຂົວຂ້າມນ້ຳງຶ່ມຈາກທ່າບ້ານນາບົງ ຫາ ບ້ານກົກໄຮ ເມືອງປາກງຶ່ມ, ນະຄອນຫຼວງວຽງຈັນ.
2. ຂົວຂ້າມຮ່ອງແຊງ, ຫຼັງ ວິທະຍາໄລລາວອາເມລິກາ.

 

11401410_1615832545328112_4928951930583017573_n

ບົດຄວາມຫຼ້າສຸດ

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...

ການສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ພ້ອມຂົວຂ້າມນໍ້າຂອງ 1 ແຫ່ງ

ສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ແຫຼ່ງຂ່າວຈາກ ແຂວງຫຼວພະບາງ ໃຫ້ຮູ້ວ່າ: ພິທີເຊັນສັນຍາໃນການສຳຫຼວດ-ອອກແບບ, ຄິດໄລ່ປະເມີນມູນຄ່າໂຄງການ, ຂຽນບົດວິພາກເສດຖະກິດ-ເຕັກນິກ, ສຶກສາຜົນກະທົບສິ່ງແວດລ້ອມ-ສັງຄົມ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ...