spot_img
HomeBaby-ແມ່ແລະເດັກເຮັດແບບໃດໃຫ້ມີນ້ຳນົມລ້ຽງລູກດົນທີ່ສຸດ

ເຮັດແບບໃດໃຫ້ມີນ້ຳນົມລ້ຽງລູກດົນທີ່ສຸດ

Published on

01_253

ນົມ​ແມ່​ເປັນ​ອາຫານ​ທີ່​ດີ​ທີ່ສຸດ​ສຳລັບ​ລູກ​ນ້ອຍເພາະ​ນົມ​ແມ່​ເຕັມ​ໄປ​ດ້ວຍ​ສານ​ອາຫານ​ທີ່​ມີ​ປະໂຫຍດ​ຕໍ່​ການ​ຈະເລີນ​ເຕີບໂຕ​ຂອງ​ລູກດັ່ງ​ນັ້ນ​ການລ້ຽງ​ລູກດ້ວຍ​ນົມ​ແມ່ຈຶ່ງ​ເປັນ​ເລື່ອງ​ທີ່​ແມ່​ຄວນ​ໃຫ້​ການ​ເບິ່ງແຍງ​ແລະ​ໃສ່​ໃຈ​ເປັນ​ພິເສດ

ຂັ້ນ​ຕອນ​ການ​ກຽມ​ໂຕ​ເປັນ​ແມ່​ເລີ່ມ​ຂຶ້ນ​ຕັ້ງ​ແຕ່​ແມ່​ຮູ້​ຕົວ​ວ່າ​ຖືພາຈົນ​ຮອດ​ມື້ທີ່​ລູກ​ນ້ອຍ​ມືນ​ຕາ​ອອກ​ມາ​ເບິ່ງ​ໂລກບົດ​ບາດ​ທີ່​ສຳຄັນ​ຂອງ​ແມ່​ອີກ​ຢ່າງ​ໜຶ່ງ​ໄດ້​ເລີ່ມ​ຂຶ້ນນັ້ນ​ຄືການ​ໃຫ້​ລູກ​ນ້ອຍ​ໄດ້​ດື່ມ​ກິນ​ນົມ​ຈາກ​ເອິກ​ຂອງ​ແມ່​ເອງຄົນ​ເປັນ​ແມ່​ຈະ​ຕ້ອງ​ຕັ້ງ​ໃຈແລະ​ໝັ້ນໃຈ​ວ່າ​ຕົນເອງ​ສາມາດ​ໃຫ້​ນົມ​ລູກ​ໄດ້ເຖິງວ່າ​ໄລຍະ​ທໍາອິດຈະ​ມີອຸປະສັກ​ກໍ​ຢ່າ​ທໍ້​ແທ້ການ​ໃຫ້​ລູກ​ດູດ​ນົມ​ຈະ​ຕ້ອງ​ຈັດ​ທ່າ​ໃຫ້​ຖືກ​ຕ້ອງ​ແລະ​ອຸ້ມ​ລູກ​ໃຫ້​ຖືກ​ວິທີ

ການ​ດູດ​ນົມ​ທີ່​ຖືກ​ຕ້ອງ​ຈະ​ຕ້ອງ​ອົມ​ຫົວ​ນົມ​ໃຫ້​ເລິກ​ເຖິງ​ເຕົ້າ​ນົມການ​ທີ່​ລູ​ກອົມ​ບໍລິເວນ​ເຕົ້ານົມ​ນໍາ​ນັ້ນຈະ​ເຮັດໃຫ້ນ້ຳ​ນົມໄຫລ​ສະ​ດວກແລະ​ແມ່​ຈະ​ບໍ່​ມີ​ບັນຫາ​ຫົວ​ນົມ​ແຕກເຈັບ ໃນ​ຂະນະ​ທີ່​ລູກ​ດູດ​ນົມ​ແມ່​​ຈະ​ຕ້ອງ​ບໍ່​ຮູ້ສຶກ​ເຈັບ​ຫົວ​ນົມຖ້າ​ເຈັບ​ສະແດງ​ວ່າ​ລູກ​ດູດ​ບໍ່​ຖືກ​ຕ້ອງຕ້ອງ​ຈັດ​ທ່າ​ໃໝ່​ໃຫ້​ຖືກ

ອີກ​ຢ່າງ​ໜຶ່ງ​ຄືຄວນ​ໃຫ້​ລູກ​ດູດ​ນົມ​ເທື່ອລະ​ຂ້າງ​ຈົນ​ກ້ຽງ​ເຕົ້າ​ແລ້ວ​ຈຶ່ງ​ຄ່ອຍ​ປ່ຽນ​ຂ້າງ​ໃໝ່​ໃຫ້​ລູກ​ດູດວິທີ​ນີ້​ຈະ​ຊ່ວຍ​ໃຫ້​ແມ່​ສ້າງ​ນ້ຳ​ນົມ​ໄດ້​ດີ​ຂຶ້ນທີ່​ສຳຄັນ​ຄວນ​ໃຫ້​ລູກ​ດູດ​ນົມ​ເລື້ອຍໆ ເທົ່າ​ທີ່​ພວກເຂົາ​ຕ້ອງ​ການເພາະການ​ທີ່​ລູກ​ດູດ​ນົມ​ເລື້ອຍໆຈະ​ເປັນ​ການ​ກະຕຸ້ນ​ໃຫ້​ຮ່າງກາຍ​ຂອງ​ແມ່​ຜະລິດນ້ຳ​ນົມໄດ້​ຫລາຍ​ຂຶ້ນແລະ​ໃນ​ໄລຍະ​ທີ່​ໃຫ້​ນົມ​ລູກແມ່​ຕ້ອງ​ເລືອກ​ກິນ​ອາຫານ​ທີ່​ມີ​ປະໂຫຍດ​ແລະ​ດື່ມ​ນ້ຳ​ສະ​ອາດ​ຫລາຍ​ໆຮ່າງກາຍ​ຈະ​ໄດ້​ແຂງ​ແຮງ​ຜະລິດ ນ້ຳ​ນົມທີ່​ມີ​ຄຸນນະພາບ​ໃຫ້​ລູກ​ໄດ້​ຫລາຍ​ໆນັ້ນ​ເອງ

ບົດຄວາມຫຼ້າສຸດ

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ

ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...