spot_img
Homeຂ່າວການພັດທະນາສຳເລັດໂຄງການປະຕິສັງຂອນ ວັດທາດເຈົ້າໄຊຍະເຊດຖາທິຣາດ ແຂວງອັດຕະປື

ສຳເລັດໂຄງການປະຕິສັງຂອນ ວັດທາດເຈົ້າໄຊຍະເຊດຖາທິຣາດ ແຂວງອັດຕະປື

Published on

president choummaly

ໃນ​ທ້າຍ​ອາທິດ​ຜ່ານ​ມາ ທ່ານ ຈູມ​ມາລີ ໄຊ​ຍະ​ສອນ ປະທານ​ປະເທດ ແຫ່ງ ​ສປປ ລາວ ແລະ ທ່ານ ເຈືອງ​ເຕີນ​ຊາງ ປະທານ​ປະເທດ ແຫ່ງ ​ສສ ຫວຽດນາມ ໄດ້​ໃຫ້​ກຽດ​ເຂົ້າ​ຮ່ວມ​ພິທີມອບ-ຮັບ​ໂຄງການ​ກໍ່ສ້າງ ຂະຫຍາຍ ແລະ ປະຕິສັງຂອນ​ຮ່ອງຮອຍ​ວັດທະນະທຳ​ປະຫວັດສາດ ​ວັດ​ທາດເຈົ້າ​ໄຊຍະ​ເຊດ​ຖາ​ທິ​ຣາດ ມະຫາ​ຣາດ ທີ່​ບ້ານ​ວັດ​ທາດ ເມືອງ​ໄຊ​ເຊດ​ຖາ ແຂວງ​ອັດ​ຕະ​ປື ພາຍຫຼັງ​ສຳເລັດ​ໃນ​ໄລຍະ​ທີ 1 ໂດຍ​ການ​ສະໜັບສະໜູນ​ຊ່ວຍເຫຼືອ​ຈາກ​ທະນາຄານ​ການ​ລົງທຶນ ແລະ ພັດທະນາ​ຫວຽດນາມ ແລະ ກຸ່ມ​ບໍລິສັດ ຮ່ວງ​ແອງ​ຢາ​ລາຍ ໃນ​ມູນ​ຄ່າ 2 ລ້ານ​ກວ່າ​ໂດ​ລາ​ສະຫະລັດ ຫຼື ປະມານ 1,7 ຕື້​ກີບ.

ທ່ານ ​ດຣ. ນາມ ວິ​ຍະ​ເກດ ເຈົ້າແຂວງ​ອັດ​ຕະ​ປື ​ກ່າວ​ວ່າ: ການຈັດຕັ້ງ​ປະຕິບັດ​ໂຄງການ​ໄລຍະ 1 ນີ້ ໄດ້​ເລີ່ມ​ແຕ່​ກາງ​ປີ 2013 ແລະ ສຳເລັດ​ໃນ​ກາງ​ປີ 2015 ໃຊ້​ເວລາ 2 ປີ ໂດຍ​ໄດ້​ສຸມ​ໃສ່​ການ​ກໍ່ສ້າງຫໍ​ມູນເຊື້ອ ​ເຈົ້າ​ໄຊ​ຍະ​ເຊດ​ຖາ​ທິ​ຣາດ ມະຫາ​ຣາດ ຫໍ​ກວມ​ທາດ ຫໍ​ກອງ ຕາ​ໜ່າງ​ໄຟຟ້າ ນ້ຳ​ປະປາ ກໍ່ສ້າງ​ເສັ້ນທາງ​ປູຢາງຍົກ​ລະດັບ​ໜ້າດິນ ສວນ​ສາທາລະນະ​ແຄມ​ເຊ​ກອງ ແລະ ໂຄງ​ລ່າງ​ພື້ນຖານ​ອື່ນໆ ການ​ປັບປຸງ​ສະຖານທີ່​ວັດທະນະທຳ​ປະຫວັດສາດ​ແຫ່ງ​ນີ້ ແມ່ນ​ມີ​ຄວາມ​ໝາຍ​ສຳຄັນ​ຍິ່ງ​ຕໍ່​ປະຊາຊົນ​ຊາວ​ແຂວງ​ອັດ​ຕະ​ປື ເພາະ​ໄດ້​ຕິດ​ພັນ​ກັບ​ການເຄື່ອນໄຫວ​ຂອງ​ເຈົ້າ​ໄຊ​ຍະ​ເຊດ​ຖາ​ທິ​ຣາດ ໃນ​ການ​ຕໍ່ສູ້​ຍາດ​ເອົາ​ເອກະລາດ ແລະ ນຳພາ​ປະຊາຊົນ​ບັນດາເຜົ່າ ​ອານາຈັກ​ລາວ​ລ້ານ​ຊ້າງ​ໃຫ້​ຮຸ່ງເຮືອງ​ໃນ​ເມື່ອ​ກ່ອນ ແລະ ກໍ່​ໄດ້​ສິ້ນ​ພະ​ຊົນ​ຢູ່​ດິນແດນ​ແຂວງ​ອັດ​ຕະ​ປື​ແຫ່ງ​ນີ້ ໃນ​ລະຫວ່າງ​ປີ ​ຄສ 1572 ເຊິ່ງ​ມີ​ທາດ​ນ້ອຍ​ບັນດາ​ຈຸ​ອັດຖິ​ຂອງ​ເພິ່ນ​ເປັນ​ຫຼັກ​ຖານ ​ໃຫ້​ປະຊາຊົນ​ແຂວງ​ອັດ​ຕະ​ປື ກໍ່​ຄື​ປະຊາຊົນ​ລາວ​ບັນດາເຜົ່າ ​ໃຫ້ການ​ເຄົາລົບ​ນັບຖື ແລະ ສັກກາລະ​ບູຊາ​ຕະຫຼອດ​ມາ.

ທ່ານ​ເຈົ້າແຂວງ ແຂວງ​ອັດ​ຕະ​ປື ກ່າວ​ຕື່ມ​ວ່າ: ຜົນສຳເລັດ​ຂອງ​ໂຄງການ​ນີ້ ຍັງ​ມີ​ຄຸນຄ່າ​ຕໍ່​ການ​ນຳ ພັກ-ລັດ ແລະ ປະຊາຊົນ​ບັນດາເຜົ່າ​ ໃຫ້​ຖື​ເປັນ​ບ່ອນ​ສຶກ​ສາ​ອົບຮົມ​ແນວ​ຄິດ​ຂອງ​ໄວ​ໜຸ່ມ-ນັກ​ສຶກ​ສາ​ປັນຍາ​ຊົນ ກໍ່​ຄື​ຄົນ​ລຸ້ນ​ໃໝ່ ໃຫ້​ຮູ້ຈັກ​ຮັກສາ​ມູນເຊື້ອ ມີ​ນ້ຳໃຈ​ຮັກ​ຊາດ ຮັກ​ບ້ານ​ເກີດ​ເມືອງ​ນອນ ເພື່ອ​ໃຫ້ກາຍເປັນ​ໜໍ່​ແໜງ​ອັນ​ປະເສີດ​ຂອງ​ປະເທດ​ຊາດ ພ້ອມ​ດຽວ​ກັນ​ນີ້ ຈະ​ສືບຕໍ່​ປົກ​ປັກ​ຮັກສາ ແລະ ເສີມ​ຂະຫຍາຍ​ມູນເຊື້ອ​ມໍລະດົກ​ຮ່ອງຮອຍ​ປະຫວັດສາດ​ແຫ່ງ​ນີ້​ໄວ້ ​ຮອດ​ເຊັ່ນ​ລູກ​ເຊັ່ນ​ຫຼານ ພ້ອມ​ທັງ​ສ້າງ​ໃຫ້​ເປັນແຫຼ່ງ​ທ່ອງ​ທ່ຽວ​ທາງ​ດ້ານ​ວັດທະນະທຳ ແລະ ປະຫວັດສາດ ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ທ່ຽວ​ແຂວງ​ອັດຕະ​ປື​ໃຫ້​ຫຼາຍ​ຂຶ້ນ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...