Homeຂ່າວພາຍ​ໃນຜົນການແຂ່ງຂັນນັດອຸ່ນເຄື່ອງລາວພົບກັບກຳປູເຈຍ

ຜົນການແຂ່ງຂັນນັດອຸ່ນເຄື່ອງລາວພົບກັບກຳປູເຈຍ

Published on

22793_961467757207495_9105604286640137899_n
ການແຂ່ງຂັນບານເຕະນັດອຸ່ນເຄື່ອງກ່ອນທີ່ຈະໄປລານໂລກຮອບຄັດເລືອກທີມຊາດລາວລົງສະໜາມພົບກັບທີມຊາດກຳປູເຈຍ ໃນມື້ນີ້ເວລາ 18:30 ຢູ່ທີ່ສະໜາມ Cambodia National Stadium

ເລີ່ມເກມຂື້ນໃນເຄີ່ງເວລາທຳອິດເຊີ່ງວ່າທັງສອງທີມມີໂອກາດຍິງກັນຫຼາຍປະຕູແຕ່ກໍ່ບໍ່ສຳເລັດເຮັດໃຫ້ຈົບເຄີ່ງເວລາທຳອິດທັງສອງທີມບໍ່ສາມາດຍິງປະຕູກັນໄດ້ຈົນຈົບເຄີ່ງເວລາທຳອິດ

ແຕ່ພໍເຖິງເຄີ່ງເວລາທີສອງເລີ່ມເກມມາໄດ້ພຽງແຕ່ 3 ນາທີເທົ່ານັ້ນ, ແຟນບານທີມຊາດາວຕ້ອງຂວັນເສຍເມື່ອກຳປູເຈຍຂື້ນນຳໂດຍການຍິງຂອງ Khuon Laboravy ໃນນາທີທີ 48, ແຕ່ທີມຊາດກຳປູເຈຍຂື້ນນຳໄດ້ພຽງແຕ່ 4 ນາທີເທົ່ານັ້ນ ທີມຊາດລາວກໍ່ສາມາດຕີສະເໝີໄດ້ຈາກ ສັງວອນ ພິມມະເສນ ໃນນາທີທີ 52, ແລະທັງສອງທີມກໍ່ບໍ່ສາມາດຍິງປະຕູເພີ່ມໄດ້ເຮັດໃຫ້ນັດອຸ່ນເຄື່ອງກ່ອນຈະໄປບານໂລກຮອບຄັດເລືອກນັດນີ້ສະເໝີກັນທີ່ 1-1 ປະຕູ

20018_1612296848987834_6519040944597152216_n

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...