spot_img
Homeຂ່າວພາຍ​ໃນການ​ນໍາພັກ-ລັດ​​ຮ່ວມ​ປູກ​​ໄມ້​ໃນ​ວັນ​ທີ1ມິຖຸນາ

ການ​ນໍາພັກ-ລັດ​​ຮ່ວມ​ປູກ​​ໄມ້​ໃນ​ວັນ​ທີ1ມິຖຸນາ

Published on

plant tree day

​ ເນື່ອງ​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ​ວັນ​ປູກ​ຕົ້ນ​ໄມ້​ແຫ່ງ​ຊາດ ​ແລະ ວັນ​ເດັກ ນ້ອຍສາກົນ1ມິຖຸນານີ້, ທີ່​ຫໍ​ປະຊຸມ​ແຫ່ງ​ຊາດ​, ນະຄອນຫລວງວຽງຈັນ, ການ ນໍາຂັ້ນສຸງພັກ-ລັດນໍາໂດຍທ່ານທອງສິງທໍາມະວົງນາຍົກລັດຖະມົນຕີ, ທ່ານນາງ ປານີຢາ ທໍ່ຕູ້ປະທານສະພາແຫ່ງຊາດ,ທ່ານອາຊາງລາວລີຮອງນາຍົກລັດຖະມົນຕີ, ພ້ອມດ້ວຍບັນດາລັດຖະມົນຕີວ່າການ, ຊ່ວຍວ່າການ ແລະ ພະນັກງານຂັ້ນສຸງ ອ້ອມຂ້າງອົງການຈັດຕັ້ງພັກ-ລັດ, ໄດ້ເຂົ້າຮ່ວມປຸກຕົ້ນໄມ້ເນື່ອງໃນໂອກາດ ວັນເດັກ ສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ. ໂດຍ​ຕົ້ນ​ໄມ້​ທີ່​ນໍາ​ມາ​ປູກ​ຄັ້ງ​ນີ້​ປະກອບ​ມີ:​ ໄມ້​ດູ່,​ ໄມ້​ຄໍາພີ,​ ໄມ້​ຂະ​ຍຸງ​ ແລະ​ ໄມ້​ຊະນິດອື່ນໆ ຫລາຍກວ່າຮ້ອຍຕົ້ນ.

ປັດຈຸບັນ,ພັກແລະລັດຖະບານ,​ໄດ້​ຖື​ສໍາຄັນ​ວຽກ​ງານການຄຸ້ມ​ຄອງ​,ປົກ​ປັກ​ຮັກສາ​ແລະພັດທະນາ​ປ່າ​ໄມ້​ເປັນ​ວຽກ​​ຍຸດ​ທະ​ສາດບູລິມະສິດຂອງການ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ,ໂດຍ​ສະ​ເພາະ​ເລັ່ງ​ໃສ່​ວຽກງານ​ການ​ປົກ​ປັກ​ຮັກສາ​ປ່າ​ໄມ້,ການ​ປູກ​ໄມ້​ແລະຟື້ນ​ຟູປ່າສະ​ເພາະ​ໃນ​ປີ2015 ​​ຄາດໝາຍ​ສູ້ຊົນຟື້ນ​ຟູ​ປ່າ​ໄມ້​ເພື່ອ​ປົກ​ປັກ​ຮັກສາ​ໃຫ້​ມີ​ເນື້ອ​ທີ່​ປົກ​ຫຸ້ມ​ໃຫ້​ໄດ້65%​ແລະ​ເພີ່ມ​ເປັນ70% ​ໃນ​ປີ2020,​ເພື່ອ​ຕອບ​ສະໜອງ​ແລະສ້າງ​ປັດ​​ໄຈ​ພື້ນຖານ​ຕາມ​ທິດ​ທາງດັ່ງກ່າວພັກແລະລັດຖະ ບານຈຶ່ງ​ຮຽກ​ຮ້ອງ​ເຖິງ​ການ​ປູກ​ຈິດ​ສໍານຶກ​ທົ່ວ​ພັກ-ທົ່ວ​ລັດ​ແລະທົ່ວ​ປວງ​ຊົນປະກອບສ່ວນ​ເຂົ້າ​ໃນ​ການ​ປູກ​ຕົ້ນ​ໄມ້​ແລະຟື້ນ​ຟູ​ປ່າ​ໄມ້​ໃຫ້​ຜືນ​ແຜ່ນດິນ​ຕອນ​ນີ້​​ເປັນ​ພື້ນ​ທີ່​ສີຂຽວ.

 

ຂອບໃຈຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...

ການສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ພ້ອມຂົວຂ້າມນໍ້າຂອງ 1 ແຫ່ງ

ສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ແຫຼ່ງຂ່າວຈາກ ແຂວງຫຼວພະບາງ ໃຫ້ຮູ້ວ່າ: ພິທີເຊັນສັນຍາໃນການສຳຫຼວດ-ອອກແບບ, ຄິດໄລ່ປະເມີນມູນຄ່າໂຄງການ, ຂຽນບົດວິພາກເສດຖະກິດ-ເຕັກນິກ, ສຶກສາຜົນກະທົບສິ່ງແວດລ້ອມ-ສັງຄົມ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ...

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...