Homeຂ່າວຕ່າງປະເທດຫວຽດນາມ ແລະ ສະຫະພາບເສດຖະກິດຢູເຣເຊຍ ບັນລຸຂໍ້ຕົກລົງເຂດການຄ້າເສລີຮ່ວມກັນແລ້ວ!

ຫວຽດນາມ ແລະ ສະຫະພາບເສດຖະກິດຢູເຣເຊຍ ບັນລຸຂໍ້ຕົກລົງເຂດການຄ້າເສລີຮ່ວມກັນແລ້ວ!

Published on

Russian Prime Minister Medvedev shakes hands with his Vietnamese counterpart Nguyen Tan Dung during signing ceremony in Burabai

ສະຫະພາບເສດຖະກິດຢູເຣເຊຍ (EEU) ແລະ ຫວຽດນາມ ໄດ້ບັນລຸຂໍ້ຕົກລົງການຄ້າເສລີ ຫລື FTA ຮ່ວມກັນແລ້ວ ເຊິ່ງນັບເປັນເອກະສານລະຫວ່າງປະເທດສະບັບທຳອິດ ລະຫວ່າງກຸ່ມຢູເຣເຊຍ ກັບປະເທດທີ 3.

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 31 ພຶດສະພາຜ່ານມານີ້ວ່າ ນາຍົກລັດຖະມົນຕີ ດິມິທຣີ ເມດເວເດບ ແຫ່ງສະຫະພັນຣັດເຊຍ ພ້ອມດ້ວຍນາຍົກລັດຖະມົນຕີ ຫງວຽນ ເຕິນ ຢຸງ ແຫ່ງ ສສ. ຫວຽດນາມ ໄດ້ຮ່ວມລົງນາມໃນຂໍ້ຕົກລົງດັ່ງກ່າວ ທີ່ເມືອງບູຣາໄບ ປະເທດກາຊັກສະຖານ ໃນມື້ວັນທີ 29 ພຶດສະພາທີ່ຜ່ານມາ ເຊິ່ງເປັນຂໍ້ຕົກລົງຄັ້ງປະຫວັດສາດ ເປັນຂໍ້ຕົກລົງທຳອິດທີ່ສະຫະພາບເສດຖະກິດຢູເຣເຊຍ ໄດ້ເຊັນຮ່ວມກັບປະເທດອື່ນ ໂດຍຂໍ້ຕົກລົງດັ່ງກ່າວນີ້ ຈະເຮັດໃຫ້ບັນດາປະເທດໃນຢູເຣເຊຍ ເຊິ່ງປະກອບມີ: ຣັດເຊຍ, ອາກເມນີ, ເບລາຣຸດ, ກາຊັກສະຖານ ແລະ ຄີກິດສະຖານ ສາມາດເຂົ້າເຖິງຕະຫລາດຫວຽດນາມ ທີ່ມີປະຊາກອນຫລາຍກ່ວາ 90 ລ້ານຄົນ ຕະຫລອດຮອດສາມາດເຂົ້າເຖິງຕະຫລາດອາຊຽນໄດ້ທັງໝົດອີກດ້ວຍ.

ການຕົກລົງເຂດການຄ້າເສລີລະຫວ່າງສອງຝ່າຍດັ່ງກ່າວນີ້ ຄາດວ່າຈະສາມາດຂະຫຍາຍມູນຄ່າການຄ້າລະຫວ່າງປະເທດຂຶ້ນ ເປັນ 10 ຕື້ໂດລາສະຫະລັດ ພາຍໃນປີ 2020 ຈາກໃນປັດຈຸບັນທີ່ມີພຽງແຕ່ 4 ຕື້ໂດລາສະຫະລັດເທົ່ານັ້ນ.

ທັງນີ້ ສະຫະພາບເສດຖະກິດຢູເຣເຊຍ ຫລື EEU ແມ່ນສ້າງຕັ້ງຂຶ້ນ ມີຜົນຕັ້ງແຕ່ວັນທີ 1 ມັງກອນ 2015 ເປັນຕົ້ນມາ ເຊິ່ງເປັນກຸ່ມເສດຖະກິດທີ່ມີການເຄື່ອນຍ້າຍເສລີ ທາງດ້ານສິນຄ້າ,​ ການບໍລິການ, ເງິນທຶນ ແລະ ແຮງງານ ສາມາດເຄື່ອນຍ້າຍລະຫວ່າງກັນໄດ້ຢ່າງເສລີ ພາຍໃນສະຫະພາບດັ່ງກ່າວ.

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...