spot_img
Homeເກາະຕິດກິລາຊີເກມນັກເຕະລາວຍາດໄດ້ 3 ຄະແນນ ຈາກການເອົາຊະນະ ບຣູໄນ 2-1

ນັກເຕະລາວຍາດໄດ້ 3 ຄະແນນ ຈາກການເອົາຊະນະ ບຣູໄນ 2-1

Published on

ພາຍຫຼັງທີ່ການລົງສະໜາມຄັ້ງທຳອິດ ຂອງນັກເຕະທີມຊາດລາວ ໃນຊີເກມຄັ້ງທີ 28 ໃນວັນທີ 29 ພຶດສະພາທີ່ຜ່ານມາ ໄດ້ເສຍໃຫ້ທີມຊາດໄທ 0-6 ແນວໃດກໍຕາມ ມື້ນີ້ ວັນທີ 31 ພຶດສະພາ ທີມຊາດລາວໄດ້ລົງສະໜາມພົບກັບບຣູໄນ ແລະກໍສາມາດເອົາຊະນະດ້ວຍ 2-1 ໂດຍແມ່ນພຸດທະໄຊ ໂຄຈະເລີນ ນັກເຕະເບີ 15 ຂອງລາວ ເປັນຜູ້ຍິງໄກ ເຂົ້າປະຕູໄປຢ່າງສວຍງາມໃນເຄິ່ງເວລາທຳອິດ ໃນນາທີ 11  ຈາກນັ້ນຕ່າງຝ່າຍກໍບໍ່ສາມາດເຮັດປະຕູໄດ້ ຈົບເຄິ່ງເວລາທຳອິດ ລາວນຳບຣູໄນຢູ່ 1-0.

ໃນເຄິ່ງເວລາທີສອງ ມາຮອດນາທີທີ 67 ບຣູໄນສາມາດຍິງປະຕູລາວໄດ້ ເຮັດໃຫ້ສະເໝີກັນ 1-1 ແຕ່ຈາກນັ້ນໄປພຽງ 7 ນາທີ ໝາຍເລກ 14 ຂອງລາວ ສຸກຈິນດີ ກໍມາຍິງປະຕູຂຶ້ນນຳ ເປັນ 2-1 ຈາກນັ້ນທັງສອງຝ່າຍບໍ່ສາມາດເຮັດປະຕູໄດ້ ຈົບເກມລາວເອົາຊະນະ ບຣູໄນໄປ 2-1 ປະຕູ ເກັບ 3 ຄະແນນທຳອິດ.

Capture

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...