spot_img
Homeຂ່າວຕ່າງປະເທດຊຳຊຸງ ປະກາດຢຸດຜະລິດໂທລະພາບໃນປະເທດໄທ ຫລັງໄປລົງທຶນສ້າງໂຮງງານໃໝ່ຢູ່ຫວຽດນາມ!

ຊຳຊຸງ ປະກາດຢຸດຜະລິດໂທລະພາບໃນປະເທດໄທ ຫລັງໄປລົງທຶນສ້າງໂຮງງານໃໝ່ຢູ່ຫວຽດນາມ!

Published on

600

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 27 ພຶດສະພາຜ່ານມານີ້ວ່າ ບໍລິສັດຊຳຊຸງ ເອເລັກໂຕຣນິກ ເຊິ່ງເປັນຜູ້ຜະລິດເຄື່ອງໃຊ້ໄຟຟ້າລາຍໃຫຍ່ຂອງເກົາຫລີໃຕ້ ແລະ ຜູ້ຜະລິດໂທລະພາບລະດັບໂລກ ໄດ້ເປີດເຜີຍໃນມື້ວັນພະຫັດທີ 21 ພຶດສະພາຜ່ານມາ ວ່າຈະຢຸດການຜະລິດໂທລະພາບຢູ່ໂຮງງານໃນປະເທດໄທ ພາຍໃນໄຕມາດທຳອິດຂອງປີນີ້ ຫລັງຈາກທີ່ທາງບໍລິສັດ ໄດ້ລົງທຶນຈຳນວນມະຫາສານ ເພື່ອໄປຕັ້ງໂຮງງານໃໝ່ເພື່ອຜະລິດເຄື່ອງໃຊ້ໄຟຟ້າ ຢູ່ປະເທດ ສສ ຫວຽດນາມ ແທນ.

ທັງນີ້ ບໍລິສັດຊຳຊຸງ ໄດ້ລົງທຶນຫລາຍກ່ວາ 560 ລ້ານໂດລາ ເພື່ອສ້າງໂຮງງານໃໝ່ຢູ່ຫວຽດນາມ ເພື່ອເພີ່ມກຳລັງການຜະລິດຢູ່ໃນປະເທດທີ່ມີຄ່າໃຊ້ຈ່າຍ ໃນການດຳເນີນທຸລະກິດຕ່ຳກ່ວາ, ແນວໃດກໍຕາມ ທາງບໍລິສັດຍັງບໍ່ໄດ້ເປີດເຜີຍເທື່ອວ່າ ຈະມີການຍ້າຍການຜະລິດໂທລະພາບ ອອກຈາກປະເທດໄທ ໄປຍັງຫວຽດນາມ ຫລື ບໍ່ ມີພຽງແຕ່ວ່າ ໄດ້ປະກາດຢຸດຕິການຜະລິດແຕ່ຢ່າງດຽວເທົ່ານັ້ນ.

ນອກຈາກນັ້ນແລ້ວ, ບໍລິສັດ ແອວຈີ ເອເລັກໂຕຣນິກ ຜູ້ຜະລິດເຄື່ອງໃຊ້ໄຟຟຟ້າລາຍໃຫຍ່ຂອງຈີນອີກແຫ່ງໜຶ່ງ ເຊິ່ງຄອງອັນດັບ 2 ໃນຕະຫລາດການຜະລິດໂທລະພາບຢູ່ໃນໂລກ ກໍຈະຍ້າຍຖານການຜະລິດອອກຈາກປະເທດໄທ ໄປຍັງຫວຽດນາມອີກເຊັ່ນດຽວກັນໃນໄວໆນີ້ ເນື່ອງຈາກຫວຽດນາມມີຄ່າແຮງງານທີ່ຖືກກ່ວາ ແລະ ຍັງຢູ່ໃກ້ກັບປະເທດຈີນກ່ວາອີກດ້ວຍ.

 

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...