Homeຂ່າວພາຍ​ໃນມວຍສາກົນລາວພ້ອມເຕັມຮ້ອຍກັບການຊິງຫຼຽນໃນ“ສິງກະໂປ ເກມ”

ມວຍສາກົນລາວພ້ອມເຕັມຮ້ອຍກັບການຊິງຫຼຽນໃນ“ສິງກະໂປ ເກມ”

Published on

ທັບນັກກິລາມວຍສາກົນສະໝັກຫຼິ້ນທີມຊາດລາວຈຳນວນ 6 ຄົນ, ຍິງ 2 ຄົນມີຄວາມ ພ້ອມແລ້ວເຕັມຮ້ອຍເປີເຊັນ ຈະໄລ່ລ່າຫຼຽນໃນການເຂົ້າຮ່ວມງານມະຫາກຳກິລາຊີເກມຄັ້ງທີ 28 ຫຼື “ສິງກະໂປ ເກມ” ທີ່ປະເທດສິງກະໂປຮັບກຽດເປັນເຈົ້າພາບລະຫວ່າງວັນທີ 5-16 ມິຖຸນານີ້, ຫຼັງມີການເກັບຕົວເຝິກຊ້ອມທັງພາຍໃນ ແລະ ຕ່າງປະເທດ.

ທ່ານ ສຸກສະຫວັນ ແສງທະວີສຸກ ຄູເຝິກນັກກິລາມວຍສາກົນສະໝັກຫຼິ້ນທີມຊາດລາວໃຫ້ສຳພາດຕໍ່ນັກຂ່າວເມື່ອວັນທີ 26 ພຶດສະພາຜ່ານມາວ່າ:
ອີງຕາມການຕົກລົງເຫັນດີຂອງຄະນະນຳກະຊວງສຶກສາທິການ ແລະ ກິລາ, ກໍ່ຄືສະຫະພັນມວຍສາກົນສະໝັກຫຼິ້ນແຫ່ງຊາດລາວສະເພາະມວຍສາກົນສະໝັກຫຼິ້ນແມ່ນຈະສົ່ງຄະນະນຳ ແລະ ຄູເຝິກເຂົ້າຮ່ວມທັງໝົດ 9 ຄົນ, ໃນນັ້ນເປັນນັກກິລາ 6 ຄົນ, ຍິງ 2 ຄົນ, ປະກອບມີ: ທ້າວ ອຸດອນ ຂັນໄຊ ຮຸ່ນນ້ຳໜັກ 64 ກິໂລກຣາມ, ທ້າວ ສີສົມເດັດ ຄຳສົມບູນ ຮຸ່ນນ້ຳໜັກ 56 ກິໂລກຣາມ, ທ້າວ ທອງບາງ ເສືອພົມ ຮຸ່ນນ້ຳໜັກ 52 ກິໂລກຣາມ, ທ້າວ ບຸນປອນ ລາດສະວົງສີ ຮຸ່ນນ້ຳໜັກ 49 ກິໂລກຣາມ ເຈົ້າຂອງຫຼຽນທອງຊີເກມ ຄັ້ງທີ 27 ປີ 2013 ທີ່ປະເທດມຽນມາ, ນາງ ໝຽວວະດີ ຫົງຟ້າ ຮຸ່ນນ້ຳໜັກ 51 ກິໂລກຣາມ ເຈົ້າຂອງຫຼຽນທອງຊີເກມ ຄັ້ງທີ 27 ປີ 2013 ທີ່ປະເທດມຽນມາ ແລະ ນາງ ວິໄລພອນ ຕາວັນ ຮຸ່ນນ້ຳໜັກ 54 ກິໂລກຣາມ ເຈົ້າຂອງຫຼຽນທອງຊີເກມ ຄັ້ງທີ 27 ປີ 2013 ທີ່ປະເທດມຽນມາ.

ທັງນີ້, ນັກກິລາຈຳນວນດັ່ງກ່າວແມ່ນເລີ່ມເຂົ້າສູນເກັບຕົວເຝິກຊ້ອມນັບແຕ່ເດືອນມີນາທີ່ສູນເຝິກກິລາແຫ່ງຊາດບ້ານສີເກີດ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ. ຫຼັງຈາກນັ້ນກໍ່ໄດ້ເດີນທາງໄປເກັບຕົວເຝິກຊ້ອມຮ່ວມກັບນັກກິລາມວຍສາກົນສະໝັກຫຼິ້ນທີມຊາດໄທ ທີ່ແຂວງນະຄອນ ຣາຊະສີມາ (ໂຄຣາຊ) ປະເທດໄທ ເປັນເວລາ 1 ເດືອນເຕັມ ລະຫວ່າງວັນທີ 26 ເມສາ ຫາ 25 ພຶດສະພາ 2015, ຈາກນັ້ນກໍ່ໄດ້ເດີນທາງກັບມາເກັບຕົວເຝິກຊ້ອມທີ່ສູນເຝິກກິລາແຫ່ງຊາດ (ສີເກີດ) ຕື່ມອີກ, ເຊິ່ງການເຝິກຊ້ອມນັ້ນແມ່ນເນັ້ນເລື່ອງເທັກນິກ, ພະລະກຳລັງ ແລະ ຈັງຫວະໃນການເຂົ້າຊົກກັບຄູ່ຕໍ່ສູ້ເພື່ອທຳຄະແນນ, ມາຮອດປັດຈຸບັນເຫັນວ່ານັກກິລາຂອງພວກເຮົາທັງ 6 ຄົນ ມີຄວາມພ້ອມ ແລ້ວເຕັມຮ້ອຍເປີເຊັນ ທີ່ຈະໄລ່ລ່າຫຼຽນ ໃນງານກິລາ “ສິງກະໂປ ເກມ”.

ສຳລັບກິລາມວຍສາກົນສະໝັກຫຼິ້ນໃນງານມະຫາກຳກິລາຊີເກມ ຄັ້ງທີ 28 ທີ່ປະເທດ ສິງກະໂປ ແມ່ນຈະທຳການແຂ່ງຂັນໃນລະຫວ່າງວັນທີ 6-8 ມິຖຸນາ 2015.

ຢ່າງໃດກໍ່ຕາມ, ໃນງານມະຫາກຳກິລາຊີເກມ ຄັ້ງທີ 27 ປີ 2013 ທີ່ປະເທດມຽນມາທັບນັກກິລາມວຍສາກົນສະໝັກ ຫຼິ້ນທີມຊາດລາວຍາດມາໄດ້ທັງໝົດ 4 ຫຼຽນທອງ ໃນນັ້ນໄດ້ຈາກ ນາງ ວິໄລພອນ ຕາວັນ 1 ຫຼຽນທອງ, ນາງ ໝຽວວະດີ ຫົງຟ້າ 1 ຫຼຽນທອງ, ນາງ ສົງກາ ຈັນທະວົງ ຮຸ່ນນ້ຳໜັກ 48 ກິໂລກຣາມ 1 ຫຼຽນທອງ ແລະ ທ້າວ ບຸນປອນ ລາດສະວົງສີ 1 ຫຼຽນທອງ. ສ່ວນໃນຊີເກມຄັ້ງນີ້ ທາງສະຫະພັນມວຍສາກົນສະໝັກຫຼິ້ນແຫ່ງຊາດລາວ ກໍ່ຕັ້ງເປົ້າຈະບໍ່ໃຫ້ຫຼຸດຊີເກມຄັ້ງຜ່ານມາຢ່າງແນ່ນອນ.

22211_859858234051824_5188431897975044358_n

11264998_859858237385157_1426161597390141208_n

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...