Homeຂ່າວພາຍ​ໃນອິນໂດເນເຊຍຕັ້ງເປົ້າຢ່າງໜ້ອຍ70ຫຼຽນຄຳຫວັງຕິດ1ໃນ2ທີ່ສິງກາໂປເກມ

ອິນໂດເນເຊຍຕັ້ງເປົ້າຢ່າງໜ້ອຍ70ຫຼຽນຄຳຫວັງຕິດ1ໃນ2ທີ່ສິງກາໂປເກມ

Published on

ທ່ານ ອີມາມ ນາຣາວີ ລັດຖະມົນຕີວ່າການກະຊວງເຍົາວະຊົນ ແລະ ກິລາ ອິນໂດເນເຊຍ ກ່າວວ່າ:
ອິນໂດເນເຊຍ ກຽມສົ່ງນັກກິລາເຂົ້າຮ່ວມແຂ່ງຂັນກິລາ ຊີເກມ ຄັ້ງທີ 28 ທີ່ປະເທດສິງກາໂປເປັນເຈົ້າພາບໃນລະຫວ່າງວັນທີ 5-16 ມິຖຸນາ 2015, ຈຳນວນ 500 ຄົນ, ໃນ 33 ປະເພດກິລາໂດຍຕັ້ງເປົ້າຢ່າງໜ້ອຍ 70 ຫຼຽນຄຳຫວັງຕິດໜຶ່ງໃນ 2 ຂອງຕາລາງສະຫຼຸບຫຼຽນລາງວັນ
“ຊີເກມ ຄັ້ງຜ່ານມາ ທີ່ມຽນມາ ເປັນເຈົ້າພາບ ເມື່ອປີ 2013 ອິນໂດໄດ້ອັນດັບ 4 ເຊິ່ງເປັນຜົນງານທີ່ໜ້າຜິດຫວັງຫຼາຍຊີເກມໃນປີນີ້ເຮົາຈຶ່ງຕັ້ງເປົ້າໝາຍໃໝ່ວ່າຕ້ອງເປັນອັນດັບ 2 ໃຫ້ໄດ້” ທ່ານ ອີມາມ ກ່າວ.

ນອກຈາກນັ້ນ ທ່ານ ອີມາມ ກ່າວຕື່ມອີກວ່າ ສິງກະໂປ ເຈົ້າພາບໄດ້ຕັດ ແລະ ຫຼຸດກາຈັດການແຂ່ງຂັນກິລາຫຼາຍປະເພດທີ່ເປັນຄວາມຫວັງຂອງອິນໂດເນເຊຍອອກໄປເຊັ່ນ: ໝາກລຸກ, ຄາຣາເຕ, ຍົກກນ້ຳໜັກ, ມວຍປ້ຳ ແລະ ບານສົ່ງຫາດຊາຍ ຈຶ່ງເຮັດໃຫ້ ອິນໂດເນຍເຊຍ ສົ່ງນັກກິລາເຂົ້າຮ່ວມບໍ່ໄດ້ຫຼາຍເທົ່າທີ່ຄວນ.

ໃນຂະນະທີ່ທ່ານ ຊູວາໂນ ປະທານຄະນະກຳມະການກຽມທີມຊາດອິນໂດເນເຊຍ (ພຣີມາ) ເປີດເຜີຍວ່າກ່ອນໜ້ານີ້ ພຣີມາ ກຽມສົ່ງນັກກິລາ 556 ຄົນໄປຮ່ວມແຂ່ງຂັນ ສິງກະໂປ ເກມ ແຕ່ຫຼັງຈາກພິຈາລະນາຖີ່ຖ້ວນຈຶ່ງຕັດໃຫ້ເຫຼືອພຽງ 500 ຄົນ ແລະ 56 ຄົນ ທີ່ຖືກຕັດອອກຈະເກັບຕົວເຝິກຊ້ອມຕໍ່ໄປເພື່ອກຽມທີມໄລຍະຍາວສຳລັບກິລາ ຊີເກມ ຄັ້ງທີ 29 ທີ່ປະເທດມາເລເຊຍ ແລະ ກິລາ ເອຊຽນ ເກມ ຄັ້ງທີ 18 ທີ່ອິນໂດເນເຊຍ ເປັນເຈົ້າພາບ ໃນປີ 2018.

10405386_858907267480254_6665389792562778259_n

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...