Homeຂ່າວຕ່າງປະເທດບ່າວເຄັນຢາຮັກແຮງ! ສະເໜີງົວ ແລະ ແກະ ລວມ 150 ໂຕ ຂໍລູກສາວ ບາຣັກ ໂອບາມາ!

ບ່າວເຄັນຢາຮັກແຮງ! ສະເໜີງົວ ແລະ ແກະ ລວມ 150 ໂຕ ຂໍລູກສາວ ບາຣັກ ໂອບາມາ!

Published on

news03

ບ່າວນັກກົດໝາຍຊາວເຄັນຢາ ມັກລູກສາວປະທານາທິບໍດີ ບາຣັກ ໂອບາມາ ຢ່າງແຮງ ສະເໜີງົວ ແລະ ແກະ 150 ໂຕ ເປັນຄ່າດອງ ພ້ອມກຽມສົ່ງຈົດໝາຍໄປຂໍເຖິງຜູ້ນຳອາເມຣິກາອີກດ້ວຍ.

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 27 ພຶດສະພານີ້ວ່າ ທ່ານ ເຟລິກ ຄິໂປຣໂນ ບ່າວນັກກົດໝາຍຊາວເຄັນຢາ ທຸ່ມຄ່າດອງສຸດຂີດ ຫວັງຂໍລູກສາວປະທານາທິບໍດີສະຫະລັດອາເມຣິກາ ບາຣັກ ໂອບາມາ ໂດຍວາງຄ່າດອງເປັນແກະ 70 ໂຕ, ງົວແມ່ 50 ແລະ ແບ້ອີກ 30 ໂຕ ເຊິ່ງເຂົາໄດ້ປະກາດວ່າ ເຂົາໄດ້ຫລົງຮັກ ນາງ ມາເຣຍ ໂອບາມາ ລູກສາວກົກຂອງປະທານາທິບໍດີສະຫະລັດຢ່າງແທ້ຈິງ.

ທ່ານ ເຟລິກ ເລົ່າວ່າ ເຂົາໄດ້ຫລົງຮັກລູກສາວຜູ້ນຳອາເມຣິກາ ມາຕັ້ງແຕ່ປີ 2008 ແລະ ບໍ່ເຄີຍລົມສາວຄົນໃດອີກເລີຍ ໂດຍເຂົາໄດ້ມີຄວາມຕັ້ງໃຈສັດທາໃນຮັກ ທີ່ມີຕໍ່ ນາງ ມາເຣຍ ເທົ່ານັ້ນ ພ້ອມທັງຍັງບອກອີກວ່າ ຄອບຄົວຂອງເຂົາເອງຍິນດີທີ່ຈະຊ່ວຍເຫລືອເຂົາ ຖ້າຫາກທ່ານ ບາຣັກ ໂອບາມາ ຂຶ້ນຄ່າດອງລູກສາວ ເຊິ່ງຕອນນີ້ ເຂົາກຳລັງສົ່ງຈົດໝາຍໄປເຖິງ ທ່ານ ບາຣັກ ໂອບາມາ ເພື່ອສະແດງຄວາມປະສົງດັ່ງກ່າວ ແລະ ຫວັງວ່າທາງສະຖານທູດສະຫະລັດອາເມຣິກາ ປະຈຳເຄັນຢາ ຄົງຈະມອບສົ່ງຈົດໝາຍຂອງເຂົາ ໄປຫາທ່ານປະທານາທິບໍດີ.

ແນວໃດກໍຕາມ ເຂົາບອກວ່າຈະສົ່ງຈົດໝາຍໄປອີກຫລາຍໆຄັ້ງ ຈົນກ່ວາຈະມີການຕອບຮັບ ແລະ ຮອດປັດຈຸບັນ ຍັງບໍ່ທັນມີຄວາມເຫັນໃດໆ ຈາກທຳນຽບຂາວ ກ່ຽວກັບກໍລະນີດັ່ງກ່າວນີ້ເທື່ອ.

 

 

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...