Homeຂ່າວພາຍ​ໃນ“ພອນນາລີ”ນັກກິລາຢູໂດລາວຕັ້ງເປົ້າຈະປ້ອງກັນແຊ໋ມຫຼຽນຄຳຊີເກມສະໄໝທີ4

“ພອນນາລີ”ນັກກິລາຢູໂດລາວຕັ້ງເປົ້າຈະປ້ອງກັນແຊ໋ມຫຼຽນຄຳຊີເກມສະໄໝທີ4

Published on

ນາງ ພອນນາລີ ໄຊຍະລາດ ນັກກິລາຢູໂດທີມຊາດລາວຮຸ່ນນ້ຳໜັກ -52 ກິໂລກຣາມເຈົ້າຂອງຫຼຽນຄຳຊີເກມ 3 ສະໄໝຕັ້ງເປົ້າຈະຂໍປ້ອງກັນແຊ໋ມຫຼຽນຄຳຊີເກມສະໄໝທີ 4 ໃຫ້ໄດ້ໃນການເຂົ້າຮ່ວມງານມະຫາກຳກິລາຊີເກມຄັ້ງທີ 28 ຫຼື “ສິງກາໂປເກມ” ທີ່ປະເທດສິງກາໂປເປັນເຈົ້າພາບລະຫວ່າງວັນທີ 5-16 ມິຖຸນານີ້.

ນາງພອນນາລີໄຊຍະລາດນັກກິລາຢູໂດທີມຊາດລາວເຈົ້າຂອງຫຼຽນຄຳຊີເກມ 3 ສະໄໝ (ວຽງຈັນເກມປີ 2009 ທີ່ສປປລາວ, ອິນໂດເນເຊຍເກມ 2011 ທີ່ປະເທດອິນໂດເນເຊຍແລະມຽນມາເກມ 2013 ທີ່ປະເທດມຽນມາ)ເຜີຍຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ໃນການກຽມຄວາມພ້ອມເຂົ້າຮ່ວມງານມະຫາກຳກິລາຊີເກມຄັ້ງທີ 28 ທີ່ປະເທດສິງກາໂປເປັນເຈົ້າພາບໃນຕົ້ນເດືອນມິຖຸນານີ້ຕົນເອງແມ່ນໄດ້ເລີ່ມເຂົ້າສູນເກັບຕົວເຝິກຊ້ອມຢ່າງເປັນທາງການພ້ອມກັບໝູ່ເພື່ອນນັບຕັ້ງແຕ່ເດືອນມັງກອນເປັນຕົ້ນມາມາຮອດປັດຈຸບັນເຫັນວ່າມີຄວາມພ້ອມແລ້ວຮອບດ້ານບໍ່ວ່າຈະເປັນທາງພະລະກຳລັງ, ຮ່າງກາຍແລະຈິດໃຈ.

ເຈົ້າຂອງຫຼຽນຄຳຊີເກມ 3 ສະໄໝກ່າວອີກວ່າ: ສຳລັບການເຂົ້າຮ່ວມງານມະຫາກຳກິລາຊີເກມຄັ້ງນີ້ຕົນເອງກໍ່ຍັງບໍ່ທັນຮູ້ເທື່ອວ່າຄູ່ຕໍ່ສູ້ຈະແມ່ນຄົນເກົ່າຫຼືຄົນໃໝ່ແຕ່ກໍ່ເຊື່ອໝັ້ນໃນສັກກະຍະພາບ ແລະ ຄວາມພ້ອມທີ່ມີຢູ່ໃນຕົວຄິດວ່າຕົນເອງຈະສາມາດຜ່ານໄປໄດ້ທັງໝົດເພື່ອຄວ້າຫຼຽນຄຳຊີເກມສະໄໝທີ 4 ມາຄອງໄດ້ຕາມລະດັບຄາດໝາຍທີ່ຕັ້ງໄວ້.

ທັງນີ້, ຖ້າຫາກຕົນເອງສາມາດປ້ອງກັນແຊ໋ມຫຼຽນຄຳທີ່ປະເທດສິງກາໂປໄວ້ໄດ້ເປົ້າໝາຍຕໍ່ໄປແມ່ນຢາກເຂົ້າຮ່ວມງານມະຫາກຳກິລາໂອແລມປິກເພື່ອຫວັງສ້າງຜົນງານແລະກຽດຊື່ສຽງໃຫ້ກັບຕົນເອງແລະຄອບຄົວກໍ່ຄືປະເທດຊາດໃນເວລາພາກພື້ນແລະສາກົນ. ນາງພອນນາລີໄຊຍະລາດກ່າວ.

ຢ່າງໃດກໍ່ຕາມ, ສະເພາະສະຫະພັນກິລາຢູໂດແຫ່ງຊາດລາວແມ່ນຈະສົ່ງຄະນະນຳ, ຄູເຝິກ ແລະ ນັກກິລາ ຈຳນວນ 16 ຄົນ ເຂົ້າຮ່ວມຊີງໄຊໃນສິງກາໂປເກມ, ໃນນັ້ນເປັນນັກກິລາ 10 ຄົນ, ຍິງ 5 ຄົນພ້ອມຕັ້ງເປົ້າຈະສູ້ຊົນຍາດໃຫ້ໄດ້ຢ່າງຕ່ຳ 2 ຫຼຽນຄຳ, ເຊິ່ງຈະອອກເດີນທາງຢ່າງເປັນທາງໃນວັນທີ 2 ມິຖຸນາ 2015 ແລະຈະທຳການແຂ່ງຂັນໃນລະຫວ່າງວັນທີ 6-8 ມິຖຸນານີ້.

1908128_858156047555376_7297826520946983648_n

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...