Homeຂ່າວພາຍ​ໃນສຕລປະກາດລາຍຊື່20ນັກເຕະກ່ອນລົງພົບກັບໄທໃນ“ສິງກາໂປເກມ”

ສຕລປະກາດລາຍຊື່20ນັກເຕະກ່ອນລົງພົບກັບໄທໃນ“ສິງກາໂປເກມ”

Published on

ສະຫະພັນບານເຕະແຫ່ງຊາດລາວ ຫຼື ສຕລ ປະກາດລາຍຊື່ 20 ນັກເຕະທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ຫຼື ຢູ-23 ຢ່າງເປັນທາງການແລ້ວກ່ອນລົງປະເດີມສະໜາມນັດທຳອິດພົບກັບ ທີມຊາດໄທ ໃນວັນທີ 29 ພຶດສະພານີ້ໃນການແຂ່ງຂັນກິລາ ຊີເກມ ຄັ້ງທີ 28 ທີ່ປະເທດສິງກາໂປ “ສິງກາໂປເກມ” ເປັນເຈົ້າພາບ ລະຫວ່າງວັນທີ 5-16 ມິຖຸນານີ້.

ອີງຕາມຂໍ້ມູນຈາກເວັບໄຊ໊ສະຫະພັນບານເຕະແຫ່ງຊາດລາວລະບຸໄວ້ວ່າ :
ສຳລັບລາຍຊື່ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ກຽມເຂົ້າຮ່ວມການແຂ່ງຂັນເຕະບານຊາຍ ຊີເກມ ຄັ້ງທີ 28 ທີ່ປະເທດສິງກາໂປ ພາຍໃຕ້ການຄຸມທີມຂອງທ່ານ ເດວິດ ບູດ ຄູເຝິກຊາວອັງກິດ ຈາກສະໂມສອນ ລາວ ໂຕໂຢຕ້າ ເອັຟຊີ ແມ່ນໄດ້ຕົກລົງຄັດເລືອກເອົານັກເຕະ 20 ຄົນສຸດທ້າຍເປັນທີ່ຮຽບຮ້ອຍແລ້ວ ປະກອບມີ ຕຳແໜ່ງຜູ້ຮັກສາປະຕູ ວັດທະນາ ແກ້ວດວງເດດ ຈາກ ສະໂມສອນ ລາວ ໂຕໂຢຕ້າ ເອັຟຊີ ແລະ ສຸກທະວີ ສູນດາລາ ຈາກສະໂມສອນ ຮວ່າງແອັງ ອັດຕະປື, ຕຳແໜ່ງກອງຫຼັງ : ແທ່ນທອງ ພອນເສດຖາ ຈາກສະໂມສອນ ລາວ ໂຕໂຢຕ້າ ເອັຟຊີ, ບຸນທະວີ ສີປະສົງ, ແສງດາວ ອິນທິລາດ ແລະ ສອນວິໄລ ສີຫາວົງ ຈາກສະໂມສອນ ຮວ່າງແອັງ ອັດຕະປື, ທິນນະກອນ ວົງສາ ແລະ ສິນນະລອນ ສີຫາລາດ ຈາກສະໂມສອນ ປກສ, ຕຳແໜ່ງກອງກາງ ແລ່ມໂບ້ ໄຊຊະນະ, ວິລະຍຸດ ໄຊຍະບຸນຊູ, ຄອນສະຫວັນ ສີຫາວົງ ແລະ ພຸດທະໄຊ ໂຄຈະເລີນ ຈາກສະໂມສອນ ຮວ່າງແອັງ ອັດຕະປື, ໄມຕີ ສີຫາລາດ, ຂວັນຕາ ສີວົງທອງ ຈາກສະໂມສອນ ລາວ ໂຕໂຢຕ້າ ເອັຟຊີ, ແກ້ວວຽງເພັດ ລິດທິເດດ ຈາກສະໂມສອນ SHB ວຽງຈັນ ແລະ ຕີນີ່ ບຸນມາໄລ ສະໂມສອນ ປກສ, ຕຳແໜ່ງກອງໜ້າ : ສຸຈິນດາ ນັດຜາສຸກ ຈາກສະໂມສອນ ປກສ, ສິດທິເດດ ຂັນທະວົງ, ໄຊສົງຄາມ ຈຳປາທອງ ຈາກສະໂມສອນ ລາວ ໂຕໂຢຕ້າ ເອັຟຊີ ແລະ ສຸກອາພອນ ວົງຈຽງຄຳ ຈາກສະໂມສອນ ລ້ານຊ້າງ ຢູໄນເຕັດ.

ສຳລັບ ການແຂ່ງຂັນເຕະບານຊາຍໃນງານມະຫາກຳກິລາຊີເກມ ຄັ້ງທີ 28 ທີ່ປະເທດສິງກາໂປ ແມ່ນຈະທຳການແຂ່ງຂັນໃນລະຫວ່າງວັນທີ 29 ພຶດສະພາ ຫາ 13 ມິຖຸນາ 2015 ໂດຍທີມຊາດລາວ ຈັດຢູ່ໃນກຸ່ມ B ເຊິ່ງນັດທຳອິດທີມຊາດລາວ ຈະລົງປະເດີມສະໜາມພົບກັບ ທີມຊາດໄທ ໃນວັນທີ 29 ພຶດສະພາ 2015 ເວລາ 16:00 ໂມງ, ນັດທີ 2 ພົບກັບ ທີມຊາດບຣູໄນ ໃນວັນທີ 31 ພຶດສະພາ 2015 ເວລາ 20:30 ໂມງ, ນັດທີ 3 ພົບກັບ ທີມຊາດ ສສ ຫວຽດນາມ ໃນວັນທີ 4 ມິຖຸນາ 2015 ເວລາ 20:30 ໂມງ, ນັດທີ 4 ພົບກັບ ທີມຊາດຕີມິ ເລສເຕ ໃນວັນທີ 9 ມິຖຸນາ 2015 ເວລາ 20:30 ໂມງ ແລະ ນັດສຸດທ້າຍຂອງຮອບແບ່ງກຸ່ມ ພົບກັບ ທີມຊາດມາເລເຊຍ ໃນວັນທີ 11 ມິຖຸນາ 2015 ເວລາ 20:30 ໂມງ.

11059918_858156680888646_7343858034166216760_n

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...