Homeອຸບັດເຫດແລະປາກົດການຫຍໍ້ທໍ້ເກີດເຫດຍິງກັນຕາຍທີ່ບ້ານສີໃຄ

ເກີດເຫດຍິງກັນຕາຍທີ່ບ້ານສີໃຄ

Published on

11224538_981707578527581_6451984111239001227_n
ຕອນເວລາປະມານ 16:15 ວັນທີ 24 ພຶດສະພາ 2015. ໄດ້ຮັບການລາຍງານ ມີເຫດການຍິງກັນຕາຍທີ່ບ້ານສີໃຄ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ.
ຈາກການລາຍງານຂອງ ຊາວບ້ານບອກວ່າ ຜູ້ຕາຍ ຊື່ ຕຸ້ຍ ບ້ານວັດໄຕໃຫຍ່ທ່າ ອາຍຸ 41 ປີ ສາເຫດແມ່ນຖືກມືປືນເຂົ້າມາລັກຍິງ. ເຊິ່ງມືປືນແມ່ນ ໄດ້ຂີ່ລົດຈັກເວບ ສີປອນບໍ່ໃສ່ປ້າຍມາສອງຄົນ ໄດ້ຢ່າງເຂົ້າໄປຍີງໃສ່ແກ້ມ ແລະ ຍີງຊໍ້າເຂົ້າໄປຫລັງອີກນັດຫນຶ່ງ ລວມເປັນ 2 ນັດ, ຂະນະທີ່ຜູ້ກ່ຽວກຳລັງຊຸມແຊວກັບໝູ່ຂອງລາວ. ເຮັດໃຫ້ທ້າວຕຸ້ຍເສຍຊີວິດຄ່າທີ່.
ຕຳຫລວດໄດ້ເຂົ້າກວດ ທີ່ເກີດເຫດ ແລະ ສອບຖາມຜູ້ເຫັນເຫດການ ເພື່ອເກັບຂໍ້ມູນຕາມຫາ ຜູ້ກະທຳຜິດຕໍ່ໄປ. ສ່ວນສາເຫດຂອງການຄາດຕະກຳຄັ້ງນີ້ ເຈົ້າໜ້າທີ່ ຄາດວ່າອາດມາຈາກການຄັດຜົນປະໂຫຍດທາງທຸລະກິດ.
ຂ່າວຈາກ: ໂທລະໂຄ່ງ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...