spot_img
Homeນານາສາລະວິທີລ້ຽງປູນາ

ວິທີລ້ຽງປູນາ

Published on

large_SAM_0732

ແຕ່ກ່ອນ ປູ ປາ ກົບ ຂຽດ ຄົງຈະບໍ່ເຖິງຂັ້ນໄດ້ລ້ຽງ ແຕ່ຍ້ອນວ່າປະຊາຊົນຊາວໄຮ່ ຊາວນາ ຍຸກໃໝ່ ນຳໃຊ້ສານເຄມີເຂົ້າສູ່ຂະບວນການຜະລິດ ບໍ່ວ່າຈະເປັນນ້ຳມັນຈາກລົດໄຖນາ, ປຸຍເຄມີ, ຢາຂ້າຫຍ້າ ແລະຢາຂ້າແມງ ອັນນີ້ຍັງບໍ່ໄດ້ນັບເຂດທີ່ມີ ໂຮງຈັກໂຮງງານທີ່ປ່ອຍນ້ຳເສຍ ລົງຕາມຫ້ວຍຮ່ອງໜອງບຶງ ເຮັດໃຫ້ປູປາກົບຂຽດດັບສູນໄປ. ດັ່ງໃນປະເທດໄທ ຖືວ່າເປັນເລື່ອງຍາກແລ້ວທີ່ຈະ ຫາກິນປູປາກົບຂຽນຕາມທ້ອງທົ່ງນາ ແມ່ນແຕ່ກະປູກໍຍັງໄດ້ລ້ຽງກິນ ເຊັ່ນ ດຽວກັນ ປະເທດລາວເຮົາໃນບາງທ້ອງຖິ່ນ ກໍເລິ່ມຫາກິນ ປູປາກົບຂຽດບໍ່ໄດ້ແລ້ວ. ມື້ນີ້ ທີມງານລາວໂພສ ຈຶ່ງໄດ້ນຳເອົາວິທີການລ້ຽງກະປູ ມາຕ້ອນມາຝາກດັ່ງນີ້:

ricefield crab6

ຂັ້ນຕອນການກຽມອ່າງແລະວິທີການລ້ຽງປູນາ:

– ສ້າງອ່າງຊີມັງກວ້າງຂະໜາດ 2×3 ແມັດ ສູງປະມານ 1 ແມັດ ມຸງດ້ວຍຫຼັງຄາເພື່ອໃຫ້ຮົ່ມເງົາ ເຊິ່ງອ່າງຊີມັງສາມາດເຮັດໄດ້ 2 ວິທີ ດັ່ງນີ້:

1. ອ່າງຊີມັງພື້ນປູນ ຈະເທປູນທາງດ້ານລຸ່ມແລ້ວໃສ່ທໍ່ພີວີຊີເພື່ອສະດວກຕໍ່ການປ່ຽນຖ່າຍນ້ຳ ຈາກນັ້ນໃສ່ດິນລົງໄປຮອງພື້ນ ສູງປະມານ 20-30 ຊັງຕີແມັດ.

2. ອ່າງຊີມັງພື້ນດິນ ຕົ້ນທຶນຈະຖືກກວ່າ ເປັນວິທີການລ້ຽງແບບປ່ອຍໃຫ້ ປູອາໄສຢູ່ຕາມທຳມະຊາດ.

– ປູກພືດພັນໄມ້ນ້ຳເພື່ອໃຫ້ເປັນແຫຼ່ງອາໄສ ແລະເປັນແຫຼ່ງອາຫານຂອງປູ ເຊັ່ນ ຜັກບົ້ງ, ຜັກຕົບ ເປັນຕົ້ນ.

– ຕໍ່ຫົວສີດນ້ຳສະປິງເກີ 1 ຫົວ ເພື່ອໃຫ້ນ້ຳໃນອ່າງ ຮຽນແບບທຳມະຊາດໂດຍການ ເປີດນ້ຳໃຫ້ດິນມີຄວາມຊຸ່ມຢູ່ຕະຫຼອດ.

– ເອົາເສດໄມ້ແລະກາບໝາກພ້າວເພື່ອໃຫ້ເປັນບ່ອນລີ້ຊ່ອນຂອງປູໃນເວລາກາງເວັນ.

– ເອົານ້ຳໃສ່ຊາມຢາງໃຫ້ເຕັມໄປວາງໄວ້.

– ປ່ອຍປູນາລົງລ້ຽງ (ຫາໄດ້ຈາກທຳມະຊາດຫຼືຊື້ມາແຕ່ຕະຫຼາດກໍໄດ້) 1 ກິໂລ/ອ່າງ (ອັດຕາສ່ວນປູຜູ້ແລະປູແມ່ເທົ່າກັນ).

ການໃຫ້ນ້ຳປູນາ ໂດຍຈະໃສ່ໃນຊາມຢາງ ວາງໄວ້ຕາມຈຸດຕ່າງໆພາຍໃນອ່າງລ້ຽງ ອີກທັງດິນພື້ນອ່າງ ຈະຕ້ອງມີຄວາມຊື້ນຢູ່ສະເໝີ ເພື່ອລຽນແບບທຳມະຊາດ ໃຫ້ປູນາຄວັດຮູເປັນບ່ອນຢູ່ອາໄສ ແລະລີ້ຊ່ອນໂຕໄດ້ງ່າຍ.

ricefield crab2(1)

ອາຫານລ້ຽງປູນາ:

ການໃຫ້ອາຫານໂດຍໃຊ້ອາຫານປາດຸກເມັດນ້ອຍເສີມດ້ວຍເຂົ້າຈ້າວຫຸງສຸກຄົນໃຫ້ເຂົ້າກັນ ຫວ່ານປະມານ 1 ກຳມື ໃສຕອນແລງເນື່ອງຈາກປູຈະອອກຫາກິນຕອນກາງຄືນ ແລະໝັ່ນເບິ່ງບໍລິເວນທີ່ຢູ່ຂອງປູໃຫ້ສະອາດ ໂດຍຕ້ອງເກັບເສດອາຫານທີ່ປູກິນບໍ່ໝົດຖິ້ມ ແລະເກັບປູທີ່ກ້າມຫຼົ່ນອອກ ເນື່ອງຈາກຈະຖືກປູໂຕອື່ນມາທຳຮ້າຍ ແລະຕາຍໄດ້ ແລະຖ້າຫາກປະອາຫານຫຼືປູທີ່ຕາຍໄວ້ດົນໆ ຈະມີກິ່ນເໝັນເນົ່າແລະມີເຊື້ອລາເກີດຂຶ້ນ ເຮັດໃຫ້ປູຕິດເຊືອໂລກໄດ້.

ricefield crab

ປູນາໂຕແມ່

ປູນາຈະປະສົມພັນກັນໃນໄລຍະຕົ້ນລະດູຝົນ ປະມານເດືອນພຶດສະພາເຖິງກໍລະກົດ ມີໄຂ່ໃນທ້ອງປະມານ 500-1,000 ໜ່ວຍ ໃນໄລຍະເດືອນພະຈິກເຖິງເດືອນທັນວາ.

ricefield crab5

ປູນາຈະຄວັດຮູເພື່ອຈຳສີນ ແລະໃຊ້ເປັນທີ່ລີ້ຊ່ອນໂຕຈາກສັດຕູທຳມະຊາດ ເມື່ອມີອາຫານອຸດົມສົມບູນປູຈະອອກມາກິນອາຫານຢ່າງສະໝ່ຳສະເໝີ ແລະຈະປະສົມພັນອີກໃນໄລຍະຕົ້ນລະດູຝົນໃນປີຕໍ່ໄປ.

ການຈັບຈຳໜ່າຍ ໄລຍະທີ່ເໝາະສົມທີ່ສຸດຄື ເປັນໄລຍະລະດູໜາວ ເພາະເປັນໄລຍະທີ່ປູນາຫາຍາກ ລາຄາຈະຂ້ອນຂ້າງດີ ແຕ່ຖ້າເປັນລະດູຝົນ ປູນາຕາມທຳມະຊາດກໍມີຫຼາຍຂຶ້ນ ສົ່ງຜົນໃຫ້ລາຄາຖືກລົງ.

ກໍທົດລອງລ້ຽງລອງເບິ່ງ ເຊື່ອວ່າຈະມີແມ່ຄ້າໄປຊື້ຈົນຮອດ ຕີນຂັ້ນໄດເຮືອນພຸ້ນລະ !!

ຂອບໃຈຂໍ້ມູນດີໆຈາກ: http://sara1000sad.blogspot.com/2015/05/blog-post_22.html

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...