spot_img
Homeຂ່າວພາຍ​ໃນບໍ່ແກ້ວລ່ານັກຄ້າຢາ ຢຶດໄດ້ 48 ພັນເມັດ ພ້ອມພາຫະນະແລະສິ່ງຜິດກົດໝາຍ

ບໍ່ແກ້ວລ່ານັກຄ້າຢາ ຢຶດໄດ້ 48 ພັນເມັດ ພ້ອມພາຫະນະແລະສິ່ງຜິດກົດໝາຍ

Published on

ຂ່າວສານປະເທດລາວ: ໃນວັນທີ 18 ພຶດສະພາ 2015, ເຈົ້າໜ້າທີ່ຕໍາຫລວດພ້ອມສາຍລັບແຂວງບໍ່ແກ້ວໄລ່ລ່າ ແລະ ມ້າງຂະບວນຄ້າຂາຍຢາບ້າໄດ້ 6 ຄົນພ້ອມກາງ ຢາບ້າ 24 ມັດໃນຈໍານວນ 48.000 ເມັດ, ລົດວິໂກ້ 1 ຄັນ, ໂທລະສັບດມືຖື 7 ໜ່ວຍ ແລະ ສິ່ງຜິດກົດໝາຍອີກຈໍານວນໜຶ່ງ ປັດຈຸບັນນີ້ ເຈົ້າໜ້າທີ່ໄດ້ຄວບຄຸມໂຕໄວ້ເພື່ອສືບສວນສອບສວນ ແລະ ຊອກຫາເຄື່ອຂ່າຍຢູ່ເບື້ອງຫລັງ. ຄະນະກໍາມະການປາບປາມເສບຕິດໄດ້ເປີດເຜີຍວ່າ: ບັນຫາການແຜ່ລະບາດຢາເສບຕິດໂດຍສະເພາະຢາບ້າ ແລະ ຢາອີພວມຄຸກຄາມໄວໜຸ່ມຍິງຊາຍ ແລະ ຮຸ່ນສືບທອດທີ່ເປັນໜໍ່ແໜງຂອງປະເທດຊາດ, ມັນບໍ່ພຽງແຕ່ພໍ່ແມ່ຜູ້ປົກຄອງເທົ່ານັ້ນທີ່ມີຄວາມກັງວົນ ແຕ່ຫາກລັດຖະບານ ແລະ ອົງການຈັດຕັ້ງສາກົນກໍມີຄວາມເປັນຫ່ວງເຊັນກັນ. ສະນັ້ນຮຽກຮ້ອງໃຫ້ພໍ່ແມ່ຜູ້ປົກຄອງຕ້ອງເອົາໃຈໃສ່ສອດສ່ອງເບິ່ງແຍງລູກຫລານຕົນເອງຢ່າງໃກ້ຊິດ ສ່ວນພາກລັດທີ່ກ່ຽວຂ້ອງຄວນເພີ່ມມາດຕະການເຄັ່ງຄັດ ແລະ ເດັດຂາດຂຶ້ນກວ່າເກົ່າໂດຍເຈົ້າໜ້າທີ່ຂັ້ນແຂວງ, ເມືອງ ແລະ ບ້ານຕ້ອງຕິດຕາມກວດກາການເຄື່ອນໄຫວຂອງກຸ່ມຄົນຍົກຍ້າຍມາຢູ່ຊົ່ວຄາວ, ມາຢູ່ຖາວວອນ, ກຸ່ມຜູ້ປະກອບການ ແລະ ອື່ນໆ ເນື່ອງຈາກວ່າປັດຈຸບັນນີ້ ມີກຸ່ມຄົນຮັ່ງມີບໍ່ທໍາມະດາມັກມີການເຄື່ອນໄຫວຕິດພັນກັບການຄ້າຂາຍຢາເສບຕິດ ແລະ ສິ່ງຜິດກົດໝາຍ ສ່ວນການຂາຍລາຍຍ່ອຍແມ່ນຄົນຫາເຊົ້າກິນຄໍ່າ.

21667_1439489506367799_317697630940312528_n 10981685_1439489509701132_6022878938177447890_n 11109677_1439489516367798_4057260933694242268_n 11234979_1439489533034463_2052083440394488884_n

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...