Homeຂ່າວພາຍ​ໃນລາວ - ອິນ​ໂດ​ເນ​ເຊຍ ຮັດ​ແໜ້ນ​ການ​ຮ່ວມ​ມື​ວຽກ​ງານ​ລັດ​ຖະ​ສະ​ພາ!

ລາວ – ອິນ​ໂດ​ເນ​ເຊຍ ຮັດ​ແໜ້ນ​ການ​ຮ່ວມ​ມື​ວຽກ​ງານ​ລັດ​ຖະ​ສະ​ພາ!

Published on

20150520131407

 

ວັນ​ທີ 20 ພຶດ­ສະ­ພາ 2015 ທີ່​ສະ­ພາ​ແຫ່ງ​ຊາດ ທ່ານ ດຣ.ກຸ​ແກ້ວ ອັກ​ຄະ​ມົນ­ຕີ ປະ­ທານກຳມາ​ທິ​ການ​ຕ່າງ­ປະ­ເທດ​ຂອງ​ສະພາ​ແຫ່ງ​ຊາດ ໄດ້​ພົບ​ປະ​ກັບ​ທ່ານ Tantowi YAHYA ຫົວ­ໜ້າ​ກຳມາ​ທິ​ການ​ປ້ອງ​ກັນ​ຊາດ-ປ້ອງ​ກັນຄວາມ​ສະ­ຫງົບການ​ຕ່າງ­ປະ­ເທດ ແລະ ຂໍ້ມູນຂ່າວ­ສານ​ຂອງ​ສະພາ​ຜູ້​ແທນ​ລາ­ຊະ​ດອນ​ອິນ​ໂດ​ເນເຊຍ ພ້ອມ​ດ້ວຍ​ຄະ­ນະ ໃນ​ໂອກາດ​ທີ່ເດີນ­ທາງ​ມາ​ຢ້ຽມ­ຢາມ ແລະ ເຮັດ​ວຽກ​ຮ່ວມ​ກັບ​ສະ­ພາແຫ່ງ​ຊາດ​ລາວ.

ທ່ານ ດຣ.ກຸ​ແກ້ວ ອັກ​ຄະ​ມົນ­ຕີ ໄດ້​ສະ­ແດງ​ຄວາມ​ຊົມ­ເຊີຍ ແລະ ຕີ​ລາ­ຄາ​ສູງຕໍ່​ການ​ເດີນ­ທາງ​ມາຢ້ຽມ­ຢາມ ແລະ ເຮັດ​ວຽກ​ຢູ່ ສປປ ລາວ ໃນ​ຄັ້ງ​ນີ້ ເຊິ່ງ​ເປັນ​ການ​ປະກອບ​ສ່ວນເສີມ​ສ້າງສາຍ​ພົວ­ພັນຮ່ວມ​ມື​ຂອງ​ສອງ​ປະ­ເທດ ໂດຍ​ສະເພາະເປັນ​ການ​ຮັດ​ແໜ້ນ​ການພົວ­ພັນ​ຮ່ວມ​ມື​ຂອງ​ສະ­ພາ​ແຫ່ງຊາດ​ລາວ ແລະ ສະ­ພາ​ຜູ້​ແທນລາ­ຊະ​ດອນ​ອິນ​ໂດ​ເນ​ເຊຍ ໃຫ້ແໜ້ນ​ແຟ້ນ​ຍິ່ງ​ຂຶ້ນ ເປັນ​ການ​ສືບຕໍ່​ຜັນ​ຂະ­ຫຍາຍ ແລະ ຊຸກ­ຍູ້​ການຮ່ວມ​ມື ແລະ ສະ­ໜັບ­ສະ­ໜູນເຊິ່ງ​ກັນ ແລະ ກັນ ລະ­ຫວ່າງສອງ​ປະ­ເທດ ກໍ່​ຄືສອງ​ອົງ­ການນິ­ຕິ­ບັນ­ຍັດ ລາວ-ອິນ​ໂດ​ເນ​ເຊຍ ໃຫ້​ປາ­ກົດ​ຜົນ​ເປັນ​ຈິງ ຮັບ​ໃຊ້​ຜົນປະ­ໂຫຍດ​ຂອງ​ປະ­ຊາ­ຊົນ.

ການ​ພົບ​ປະ​ຄັ້ງ​ນີ້​ ທັງ​ສອງຝ່າຍ​ໄດ້​ແຈ້ງ​ສະ­ພາບ​ການ​ພັດ​ທະນາ​ເສດ­ຖະ­ກິດ-ສັງ­ຄົມ ແລະ ການ­ເຄື່ອນ­ໄຫວ​ຂອງ​ວຽກ​ງານສະ​ພາ­ໃຫ້​ກັນ​ຊາບ ແລະ ສະ­ເໜີບາງ​ທິດ​ທາງ​ການ​ຮ່ວມ​ມືໃນ​ຕໍ່ໜ້າ ​ເປັນ­ຕົ້ນ​ແມ່ນ​ສະ­ເໜີ​ໃຫ້​ມີການ​ແລກ­ປ່ຽນ​ຢ້ຽມ­ຢາມ​ຂອງ​ຄະນະ​ຜູ້​ແທນ​ ລະ­ດັບ​ສູງ​ໃຫ້​ມີ​ການພົບ​ປະ​ແລກ­ປ່ຽນ​ຖອດ​ຖອນ​ບົດຮຽນ​ເຊິ່ງ​ກັນ ແລະ ກັນ ລວມທັງ​ການ​ຮ່ວມ​ມືກັນ​ໃນ​ເວ­ທີ​ພາກພື້ນ ແລະ ສາ­ກົນ ໂດຍ​ສະ­ເພາະໃນ​ກອບ​ການ​ຮ່ວມ​ມື​ອາ​ຊຽນ ອົງການສະ­ມັດ­ຊາ​ລັດ​ຖະ​ສະ­ພາ​ລະຫວ່າງ​ຊາດ​ອາ​ຊຽນ (AIPA) ແລະ ການ​ຊຸກ­ຍູ້​ບັນ­ດາ​ນັກ​ລົງທຶນ​ອິນ​ໂດ​ເນ​ເຊຍ ເຂົ້າ​ມາ​ລົງ­ທຶນຢູ່​ລາວ​ຫຼາຍ​ຂຶ້ນ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...