Homeຂ່າວພາຍ​ໃນເຊີນ­ຊວນເຂົ້າ​ຮ່ວມ​ ງານ​ຕະ­ຫຼາດ­ນັດແຮງ​ງານ ທີ່​ຈະ​ຈັດ​ຂຶ້ນ​ທ້າຍ​ເດືອນ​ນີ້​ ທີ່ ຄ.ວ.ສ!

ເຊີນ­ຊວນເຂົ້າ​ຮ່ວມ​ ງານ​ຕະ­ຫຼາດ­ນັດແຮງ​ງານ ທີ່​ຈະ​ຈັດ​ຂຶ້ນ​ທ້າຍ​ເດືອນ​ນີ້​ ທີ່ ຄ.ວ.ສ!

Published on

jobsearch

ຄະ­ນະ​ວິ­ສະ­ວະ­ກຳ​ສາດ ສະ­ພາ​ການ​ຄ້າ ແລະ ອຸດ­ສາ­ຫະ­ກຳ​ຂອງເອີ​ຣົບ ແລະ ສະ­ພາການ​ຄ້າ ແລະ ອຸດ­ສາ­ຫະ­ກຳ​ແຫ່ງ​ຊາດ ຈະ​ໄດ້​ຮ່ວມ​ກັນ​ຈັດ​ງານ​ຕະ­ຫຼາດ­ນັດ​ແຮງ​ງານ ແລະ ການ​ສຶກ​ສາ ຄັ້ງ​ທີ 4 ທີ່​ຄະ­ນະ​ວິ­ສະ­ວະ­ກຳ​ສາດ ວິ­ທະ­ຍາ​ເຂດ​ໂສກ​ປ່າ​ຫຼວງ ຖະ­ໜົນ​ມິດ­ຕະ­ພາບ ລາວ-ໄທ ນະ­ຄອນ­ຫຼວງ​ວຽງ​ຈັນ ໃນ​ວັນ​ທີ 28 ພຶດ­ສະ­ພາ 2015 ໂດຍ​ເລີ່ມ ແຕ່​ເວ­ລາ 9:00 ໂມງ​ເຊົ້າ ຫາ 16:00 ໂມງ.

ງານ​ຄັ້ງ​ນີ້​ຈະ​ມີ​ຫຼາຍ​ກິດ­ຈະ­ກຳ ເປັນ­ຕົ້ນ​ແມ່ນ​ການ​ພົວ­ພັນ​ສົນ­ທະ­ນາກັບ​ຜູ້​ປະ­ກອບ​ການຮັບ​ຟັງ​ຄວາມ​ຄິດ​ ເຫັນ​ຈາກ​ນັກ​ສຶກ​ສາ​ຄະ­ນະ​ວິ­ສະ­ວະ­ກຳ​ສາດ ແລະ ໄດ້​ປະ­ກອບ​ອາ­ຊີບ ຮັບຟັງ​ຄວາມ​ຄິດ​ເຫັນ​ຈາກ​ບໍ­ລິ­ສັດ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ແລະ ຊົມ​ການ­ສະ­ແດງ​ສິ­ລະປະ​ຈາກ​ນັກສຶກ​ສາ ແລະ ການ​ຊີງ​ໂຊກ​ຫຼາຍ​ລາຍ­ການ ນອກ­ຈາກ​ນັ້ນ ຍັງ​ໄດ້ມີ​ຫຼາຍ​ບໍ­ລິ­ສັດ​ມາ​ເປີດ​ຮັບ​ສະ­ໝັກງານ ແລະ ສຳ­ລັບ​ການ​ກະ­ກຽມຂອງ​ຜູ້​ສະ­ໝັກ​ງານ​ນັ້ນ ຄວນ​ກະກຽມ​ຊີ­ວະ​ປະ­ຫວັດ​ສ່ວນ​ຕົວ ແລະ ໃບ​ສະ­ໝັກ​ງານ ຂໍ​ເຊີນ­ຊວນ​ບັນ­ດາ​ນັກ​ສຶກ​ສາທຸກຄົນ​ເຂົ້າ​ຮ່ວມ​ກິດ­ຈະ­ກຳ​ທີ່​ສຳຄັນ ແລະ ເປັນ​ປະ­ໂຫຍດ​ຄັ້ງ​ນີ້ ເພື່ອ​ເປັນ​ແນວ­ທາງ​ຕໍ່​ອະ­ນາ­ຄົດຂອງ​ຕົນ​ເອງ ແລະ ບາງ​ຄັ້ງ​ອາດຈະ​ໄດ້​ເຝິກ​ງານ ຫຼື ໄດ້​ເຮັດ​ວຽກນຳ​ບໍ­ລິ­ສັດຈາກ​ການຈັດ​ງານ​ຕະຫຼາດ​ນັດ​ໃນ​ຄັ້ງ​ນີ້​ອີກ​ດ້ວຍ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...