Homeຂ່າວພາຍ​ໃນອົງ­ການ​ເດັກ​ອາ­ຊີ ຊ່ວຍ­ເຫຼືອ​ສ້າງ​ຫ້ອງ​ຮຽນ ມ ຕົ້ນ ແຕງ​ວາງ ແຂວງ​ອຸ­ດົມ​ໄຊ

ອົງ­ການ​ເດັກ​ອາ­ຊີ ຊ່ວຍ­ເຫຼືອ​ສ້າງ​ຫ້ອງ​ຮຽນ ມ ຕົ້ນ ແຕງ​ວາງ ແຂວງ​ອຸ­ດົມ​ໄຊ

Published on

20150520132451

ທ່ານ ບາກ​ບີ​ແອ ເດີ​ລາ​ແຊ (Mr. Barbier Delaserre) ຜູ້ໃຫ້​ທຶນ​ອົງ­ການ​ເດັກ​ອາ­ຊີ ປະ­ເທດຝຣັ່ງ (EA) ໄດ້​ມອບ​ທຶນ​ຊ່ວຍ​ປຸກສ້າງ​ຫ້ອງ​ຮຽນ ມ ຕົ້ນ ແຕງ​ວາງ ເປັນ​ເງິນຈຳ­ນວນ 352 ລ້ານ​ກີບ ໃຫ້​ອຳ­ນາດ​ການ​ປົກ­ຄອງ​ບ້ານແຕງ​ວາງ ເມືອງ​ປາກ​ແບງ ແຂວງອຸ­ດົມ​ໄຊ ເນື່ອງ​ໃນ​ໂອ­ກາດທີ່​ທ່ານ​ໄດ້​ລົງ​ຢ້ຽມ­ຢາມ​ພົບ​ປະ​ຄູ-ອາ­ຈານ ແລະ ນ້ອງ​ນັກ­ຮຽນໂຮງ­ຮຽນ​ເປົ້າ​ໝາຍ​ຂອງ​ອົງ­ການ ເມື່ອ​ພົບ​ເຫັນ​ໂຮງ­ຮຽນ​ຍັງ​ມີຄວາມ​ຂາດ­ເຂີນ​ ນັກ­ຮຽນ​ກໍ່ຫຍຸ້ງຍາກ ຈຶ່ງ​ໄດ້​ນຳ​ເອົາ​ເງິນ​ຈຳ­ນວນດັ່ງ­ກ່າວ​ມາ​ມອບ​ໃຫ້​ທາງ​ອຳ­ນາດການ​ປົກ­ຄອງ​ ບ້ານ ເພື່ອ​ສ້າງ​ໃຫ້ໂຮງ­ຮຽນ​ກາຍ­ເປັນ​ໂຮງ­ຮຽນ​ຕົວແບບ​ຂອງ​ອົງ­ການ ແລະ ສ້າງ​ໂອກາດ​ໃຫ້ເດັກ­ນ້ອຍ​ໄດ້​ຮັບ​ການ​ສຶກສາ​ທີ່​ດີ.

ວັນ​ທີ 15 ພຶດ­ສະ­ພາ 2015 ທີ່​ໂຮງ­ຮຽນ​ບ້ານ​ແຕງ​ວາງ ອຳນາດ​ການ​ປົກ­ຄອງ​ບ້ານ​ແຕງວາງ ຈຶ່ງ​ໄດ້​ຈັດ​ພິ­ທີ​ລົງ​ນາມ​ເຊັນ​ສັນ­ຍາໂຄງ­ການ​ກໍ່­ສ້າງ ຫ້ອງ​ຮຽນ​ມັດທະ​ຍົມ​ຕອນ​ຕົ້ນແຕງ​ວາງ ຕາງໜ້າ​ລົງ​ນາມ​ແມ່ນ​ທ່ານ ຄຳ​ສຸຍ ນາຍ­ບ້ານ​ແຕງ​ວາງ ໃນ​ນາມ​ເຈົ້າຂອງໂຄງ­ການ ແລະ ທ່ານຈານ ຄຳ ຈັນ­ທະ​ພາ­ນິດ ຜູ້​ອຳ­ນວຍການ​ບໍ­ລິ­ສັດວັງ​ຄຳ​ກໍ່­ສ້າງ ເປັນຜູ້​ຮັບ​ເໝົາ ໂດຍ​ມີ​ທ່ານ ຈິນ­ດາວົງ ສົມ​ສາ­ມາດ ຮອງ​ຫົວ­ໜ້າພະ​ແນກ​ສຶກ​ສາ​ທິ​ການ ແລະ ກີລາ ແຂວງ​ອຸ­ດົມ​ໄຊ ທ່ານ ບາກ​ບີແອ ເດີ​ລາ​ແຊ ຜູ້​ໃຫ້​ທຶນ​ການກໍ່­ສ້າງ​ອົງ­ການ​ເດັກ​ອາ­ຊີ​ປະ­ເທດຝຣັ່ງ ຫົວ­ໜ້າ​ຫ້ອງ­ການ​ສຶກ​ສາທິ​ການ ແລະ ກີ­ລາ ເມືອງ​ປາກແບ່ງ ຄະ­ນະ​ພັດ­ທະ­ນາ​ການ​ສຶກສາ​ຂັ້ນ​ບ້ານ ແລະ ຄູ-ອາ­ຈານພາຍ​ໃນ​ໂຮງ­ຮຽນ​ເຂົ້າ​ຮ່ວມ.

ສຳ­ລັບ​ໂຄງ­ການ​ກໍ່­ສ້າງ​ໂຮງຮຽນ​ດັ່ງ­ກ່າວມີ​ມູນ​ຄ່າ 352 ລ້ານ​ກີບ ປະ­ເພດ​ການ​ກໍ່­ສ້າງແມ່ນຫ້ອງ​ຮຽນ​ແບບ​ຖາ­ວອນ ຊັ້ນ 1 ຈຳ­ນວນ 1 ຫຼັງ ຂະ­ໜາດ 7,50X28 ແມັດ ປະ­ກອບ​ມີ 4 ຫ້ອງ​ຮຽນ ແລະ 1 ຫ້ອງ­ການ ມີອຸ­ປະ­ກອນ​ເຟີ​ນີ​ເຈີ​ຄົບ​ຊຸດ ພາຍ­ຫຼັງຫ້ອງ​ຮຽນຫຼັງ​ນີ້​ກໍ່­ສ້າງ​ສຳ­ເລັດແລ້ວ ຈະ​ເຮັດ​ໃຫ້​ຊຸມ​ຊົນ ແລະ ບັນ­ດາ​ນ້ອງ​ນັກ­ຮຽນ​ໄດ້​ມີ​ບ່ອນ​ສຶກ​ສາຮ່ຳ­ຮຽນ​ຢູ່​ໃນ​ສະ­ພາບ​ແວດລ້ອມ​ທີ່​ ດີ ແລະ ຫຼຸດ­ຜ່ອນ​ຄວາມແອ​ອັດ​ຈາກ​ຈຳ­ນວນ​ນັກ­ຮຽນ​ທີ່ເພີ່ມ​ຂຶ້ນ​ໃນ​ແຕ່​ລະ​ປີ ໂຄງ­ການນີ້​ເລີ່ມ​ລົງ­ມື​ກໍ່­ສ້າງ​ຕັ້ງ­ແຕ່​ກາງເດືອນ​ພຶດ­ສະ­ພາ  ແລະ ໃຫ້ສຳເລັດ​ເດືອນ​ກໍ­ລະ­ກົດ 2015.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...