spot_img
HomePicpostນ້ຳຕົກຕາດນ້ຳກັດ ປ່າສະຫງວນແຫ່ງຊາດພູຫີຜີ

ນ້ຳຕົກຕາດນ້ຳກັດ ປ່າສະຫງວນແຫ່ງຊາດພູຫີຜີ

Published on

ແຫຼ່ງທ່ອງທ່ຽວໜຶ່ງທີ່ໄດ້ຮັບການພັດທະນາ ທີ່ໄດ້ຮັບການຄຸ້ມຄອງ ການທ່ອງທ່ຽວຢ່າງເປັນລະບົບ ເຊິ່ງມີການປັບປຸງກຳໜົດເຂດລິຂະສິດ ເຂດພື້ນທີ່ອະນຸລັກທັງສ້າງສິ່ງອຳນວຍຄວາມສະດວກ ແລະສິ່ງບາງສ່ວນໃຫ້ເໝາະສົມ ໂດຍຮັກສາສິ່ງແວດລ້ອມຂອງຕາດນ້ຳກັດ ໃຫ້ຄືເກົ່າ.

ນ້ຳຕົກຕາດນ້ຳກັດເປັນນ້ຳຕົກຕາດ ທີ່ມີຄວາມສວຍງາມອີກແຫ່ງໜຶ່ງ ຂອງແຂວງອຸດົມໄຊ ເຊິ່ງໄກຈາກເທສະບານແຂວງປະມານ 20 ກິໂລແມັດ ຢູ່ເຂດບ້ານກັດ ແລະບ້ານແຟນ ເມືອງໄຊ ແຂວງອຸດົມໄຊ ຢູ່ໃນເຂດອະນຸລັກຍອດນ້ຳກັດ ມີເນື້ອທີ່ກວ່າ 20ພັນເຮັກຕາ ໃນແຕ່ລະປີຈະມີນັກທ່ອງທ່ຽວ ທັງພາຍໃນແລະຕ່າງປະເທດເຂົ້າໄປທ່ອງທ່ຽວ ຈຳນວນຫຼວງຫຼາຍ ທັງນີ້ ເພາະວ່າ ສະຖານທີ່ດັ່ງກ່າວ ຍັງມີທຳມະຊາດອັນອຸດົມສົມບູນ ທີ່ສວຍງາມ ກົມກືນກັບນ້ຳຕົກຕາດ ທີ່ໂອບອ້ອມໄປດ້ວຍທຳມະຊາດ ປ່າໄມ້ອາຍຸຫຼາຍຮ້ອຍປີ ຈຶ່ງເຮັດໃຫ້ນັກທ່ອງທ່ຽວຕ່າງປະເທດ ນິຍົມຊົມຊອບໃນການທີ່ໄດ້ມາທ່ຽວ ນ້ຳຕົກຕາດນ້ຳກັດແຫ່ງນີ້ໃຫ້ໄດ້.

ນ້ຳຕົກຕາດນ້ຳກັດ ເປັນສະຖານທີ່ທ່ອງທ່ຽວ 1 ໃນ 3 ຂອງແຂວງອຸດົມໄຊ ທີ່ຖືກພັດທະນາ ໂດຍເຮັດເປັນແບບອະນຸລັກ ໂດຍປະສານສົມທົບກັບພາກເອກະຊົນ ແລະປະຊາຊົນໃນທ້ອງຖິ່ນ ການພັດທະນານ້ຳຕົກຕາດນ້ຳກັດ ຈະເປັນການອະນຸລັກອ່າງນ້ຳ ໃຫ້ສົມບູນ ເຊິ່ງເປັນແຫຼ່ງຊັບພະຍາກອນທີ່ສຳຄັນ ຂອງການພັດທະນາ ອັນເປັນການສ້າງລາຍໄດ້ໃຫ້ແກ່ຊຸມຊົນ ໃນທ້ອງຖິ່ນ ແລະສ້າງໃຫ້ປະຊາຊົນເຂົ້າຮ່ວມກິດຈະກຳ ການອະນຸລັກສະຖານທີ່ທ່ອງທ່ຽວ ແລະໃຫ້ມີຄວາມຍືນຍົງດ້ວຍການໂຄສະນາ ໃຫ້ເປັນແຫຼ່ງທ່ອງທ່ຽວໃນອະນາຄົດ.

ເວົ້າແຈ້ງໆ ລະ ຜູ້ຂຽນຍັງບໍ່ທັນມີໂອກາດ ໄດ້ໄປທ່ອງທ່ຽວສະຖານທີ່ແຫ່ງນີ້ຈັກເທື່ອເລີຍ ແຕ່ວ່າດ້ວຍຂໍ້ມູນ ແລະຮູບພາບ ຜູ້ຂຽນຕັ້ງໃຈໄວ້ວ່າ ຈະໃຫ້ມີໂອກາດໄດ້ໄປທ່ອງທ່ຽວສະຖານທີ່ ແຫ່ງນີ້ໃຫ້ໄວເທົ່າທີ່ຈະໄວໄດ້ ທ່ານຜູ້ອ່ານກໍຢ່າລືມເສຍເວລາໄປທ່ອງທ່ຽວເບິ່ງເດີ ມັນຈະແສນຄຸ້ມຄ່າກັບການເດິນທາງຢ່າງແນ່ນອນ ຮັບປະກັນໄດ້.

ຂອບໃຈຮູບພາບຈາກເພຈ: ຮູບພາບປະເທດລາວ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...