spot_img
Homeຂ່າວພາຍ​ໃນສະຖານທູດສະຫະລັດຊ່ວຍອົບຮົມ ວຽກ​ງານການຕ້ານສໍ້ລາດບັງຫລວງ

ສະຖານທູດສະຫະລັດຊ່ວຍອົບຮົມ ວຽກ​ງານການຕ້ານສໍ້ລາດບັງຫລວງ

Published on

USA

​          ໃນວັນທີ 18 ພຶດສະພາຜ່ານ​ມາ​ນີ້, ສະຖານທູດສະຫະລັດ ອາ​ເມ​ລິ​ກາ ປະ ຈຳ​ລາວ ຮ່ວມ​ກັບ​ອົງການ​ກວດ​ສອບ​ລັດຖະບານ ​ແລະ ຕ້ານການສໍ້ລາດ ບັງຫລວງ ໄດ້ຈັດ​ຊຸດອົບຮົມຕ້ານການສໍ້ລາດ ບັງຫລວງ ຂຶ້ນທີ່ເມືອງວັງວຽງ ​ແຂວງ​ວຽງ​ຈັນ​ເປັນ​ເວລາ 1 ອາທິດ ເພື່ອຍົກລະດັບວຽກ​ງານ​ດັ່ງກ່າວໃຫ້ແກ່ບັນດາເຈົ້າ ໜ້າທີ່ ໃນການວາງແຜນ ແລະການລົງມືຕິດຕາມກວດກາຄະດີການສໍ້ລາດ ບັງ ຫລວງຕ່າງໆ.

ທ່ານທູດ ແດນນຽວ ຄລຸນ ​ເອກ​ອັກຄະ​ລັດຖະທູດສະຫະລັດ​ມີ​ຄຳ​ເຫັນ​ໃນ​ພິທີ​ວ່າ: “ສະຫະລັດອາເມລິກາພາກພູມ ໃຈທີ່ໄດ້ສະໜັບສະໜູນການຝຶກອົບຮົມໃນຄັ້ງນີ້ ແລະ ໄດ້ມີໂອກາດເຮັດວຽກຮ່ວມກັບພະນັກງານຂອງອົງການ ກວດ ກາລັດຖະບານ ແລະ ຕ້ານການສໍ້ລາດບັງຫລວງ”. “ຄວາມສຳຄັນຂອງວຽກງານ ອກລ ບໍ່ສາມາດປະເມີນຄ່າໄດ້ ແລະ

ພວກຂ້າພະເຈົ້າຂໍຊົມເຊີຍຕໍ່ການອຸທິດເຫື່ອແຮງຂອງພວກທ່ານ ເພື່ອອະນາຄົດຂອງປະ​ເທດ”ການສໍ້ລາດບັງຫລວງ ເປັນບັນຫາທີ່ຈະສະກັດກັ້ນໄດ້ຍາກທີ່ສຸດ, ມັນ​ກີດ​ຂວາງລະບົບຍຸຕິທຳ, ທໍາລາຍຄວາມສະເໝີພາບທາງການຄ້າ ແລະ ຍັງສ້າງຄວາມເສຍຫາຍອັນໃຫຍ່ຫລວງຕໍ່ສັງຄົມ ​ແລະ ປະ​ເທດ​ຊາດ, ການຝຶກອົບຮົມຄັ້ງນີ້ ຈະ​ຊ່ວຍ​ໃຫ້​ເຈົ້າ​ໜ້າ​ທີ່​ກ່ຽວຂ້ອງ​ຂອງ​ລາວ​ເຂົ້າ​ໃຈ​ຕື່ມ​ກ່ຽວ​ກັບກົດໝາຍອື່ນໆຂອງລາວ ແລະ ສາກົນນຳອີກ ​ແລະ ຈະຊ່ວຍໃຫ້ທ່ານສາມາດສືບຕໍ່ ວຽກງານການສະກັດກັ້ນ ​ແລະ ຕ້ານການສໍ້ລາດບັງຫລວງ​ໄດ້ຫລາຍທີ່ສຸດ ຕາມຂີດຄວາມສາມາດຂອງຕົນ.

ຂອບໃຈຂ່າວຈາກ: http://laophatthananews.blogspot.com/

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...