spot_img
Homeຂ່າວພາຍ​ໃນດາວ​ທຽມ​ລາວ​ດວງ​ທຳ​ອິດ​ ຈະ​ຖືກ​ສົ່ງ​ຂຶ້ນວົງ​ໂຄຈອນ​ໃນ​ທ້າຍ​ປີນີ້

ດາວ​ທຽມ​ລາວ​ດວງ​ທຳ​ອິດ​ ຈະ​ຖືກ​ສົ່ງ​ຂຶ້ນວົງ​ໂຄຈອນ​ໃນ​ທ້າຍ​ປີນີ້

Published on

satellite

     ເນື່ອງໃນໂອກາດ 150 ປີ ຂອງການສ້າງຕັ້ງສະຫະພາບໂທລະຄົມມະນາຄົມສາ ກົນ ແລະ ວັນຄົບຮອບ 60 ປີ ທີ່ ລາວໄດ້ເຂົ້າເປັນສະມາຊິກສະຫະພາບໂທລະ ຄົມມະນາຄົມສາກົນ ທ່ານ ຫຽມ ພົມມະຈັນ ລັດຖະມົນຕີວ່າການກະຊວງ ໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ຖະແຫຼງຕໍ່ສື່ມວນຊົນວ່າ: ທ້າຍປີນີ້ ສປປ ລາວ ຈະສົ່ງດາວທຽມດວງທຳອິດຂຶ້ນສູ່ວົງໂຄຈອນ, ໂຄງການ ກໍ່ສ້າງດາວທຽມລາວ1 ແມ່ນໄດ້ຮັບການຊ່ວຍເຫຼືອຈາກ ສປ ຈີນ,ໂດຍແມ່ນ ກຸ່ມບໍລິສັດວິທະຍາສາດແລະເຕັກໂນໂລຊີການບິນອາວາກາດຂອງ ສປ ຈີນ ເປັນຜູ້ດຳເນີນການ.

ຫາກການສົ່ງດາວທຽມຂຶ້ນສູ່ວົງໂຄຈອນສຳເລັດຈະຊ່ວຍໃຫ້ການສື່ສານ ແລະ ການສົ່ງສັນຍານຜ່ານດາວທຽມສະ ດວກ ແລະ ໄປທົ່ວເຖີງເຂດຫ່າງໄກສອກຫຼີກ, ທັງຈະເປັນການສ້າງລາຍຮັບທີ່ສຳຄັນແກ່ປະເທດຊາດອີກ.ສຳລັບແຜນ ການໃນຕໍ່ ໜ້າກະຊວງ ປທສ ຈະສືບຕໍ່ຈັດຕັ້ງຜັນຂະຫຍາຍແນວທາງຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ

ໃຫ້ເປັນອັນລະອຽດໃນຂົງເຂດຂອງຕົນເພື່ອເຮັດ​ໃຫ້​ມີກຳລັງຂັບເຄື່ອນຢ່າງແຂງແຮງເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມ,ວັດທະນະທຳ, ສິ່ງແວດລ້ອມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍນໍາໃຊ້ເຕັກໂນໂລຊີທີ່ທັນ ສະໄໝທຽບທັນກັບປະເທດອື່ນໆ ໃນພາກພື້ນ ແລະ ໃນໂລກ, ສືບຕໍ່ສົ່ງເສີມໃຫ້ບັນດາຂະແໜງການອື່ນໆນຳໃຊ້ ເຕັກໂນໂລຊີ່ການສື່ສານ ແລະ ຂ່າວສານ ເປັນເຄື່ອງມືສຳຄັນໃນການບໍລິຫານ ​ແລະ ຄຸ້ມຄອງ ຂະແໜງການຂອງຕົນ ເພື່ອຫັນໄປສູ່ຄວາມທັນສະໄໝ.

ຂອບໃຈຂ່າວຈາກ: ລາວພັດທະນາ http://laophatthananews.blogspot.com/2015/05/blog-post_16.html#more

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...