Homeຂ່າວພາຍ​ໃນຜີເປີດບ້ານສະເໝີປືນ1-1ແບ່ງຄະແນນ

ຜີເປີດບ້ານສະເໝີປືນ1-1ແບ່ງຄະແນນ

Published on

ຜີແດງ ໄດ້ປະຕູຂື້ນນຳກ່ອນຈາກ ອັນເດຣ ເອເຣຣາ ແຕ່ກໍ່ມາເສຍປະຕູຕີສະເໝີຈາກການຍິງເຂົ້າປະຕູໂຕເອງຂອງ ໄທເລີ ແບຼກເກັດ ເຮັດໃຫ້ສະເໝີ ປືນໃຫຍ່ 1-1 ແບ່ງທີມລະຄະແນນ

 

11793

ເລີ່ມເກມມາຮອດນາທີ 30 ເຈົ້າບ້ານໄດ້ປະຕູຂື້ນນຳ ມາຣູຢານ ເຟວໄລນີ ສົ່ງໃຫ້ ແອສລີ່ ຢັງ ເປີດຈາກເບື້ອງຊ້າຍໄປໜ້າປະຕູເຖິງ ອັນເດຣ ເອເຣຣາ ບອນເລ່ທັນທີເຂົ້າປະຕູ 1-0
ໝົດເຄີ່ງເວລາທຳອິດ ແມນເຊັສເຕີ ຢູໄນເຕັດ ນຳ ອາເຊນອນ 1-0

ກັບມາເຄີ່ງເວລາທີ 2 ຫຼີ້ນໄປຈົນຮອດນາທີ 82 ອາເຊນອນ ມາໄດ້ລູກຕີສະເໝີຈາກ ທີໂອ ວັນຄອດ ພະຍາຍາມເປີດບານໄປສະແລ໊ບຕີນຂອງ ໄທເລີ ແບຼກເກັດ ເຮັດໃຫ້ບານປ່ຽນທາງເຂົ້າປະຕູ 1-1
ຈົບ 90 ນາທີ ແມນເຊັສເຕີ ຢູໄນເຕັດ ເປີດບ້ານສະເໝີ ອາເຊນອນ 1-1 ແບ່ງທີມລະຄະແນນ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...