Homeຂ່າວພາຍ​ໃນນາ​ຍົກ​ເນ​ປານ ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ສາ​ກົນ ຄາດ​ງົບ​ບູ​ລະ​ນະ​ສູງ​ເຖິງ 2 ຕື້​ໂດ​ລາ!

ນາ​ຍົກ​ເນ​ປານ ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ສາ​ກົນ ຄາດ​ງົບ​ບູ​ລະ​ນະ​ສູງ​ເຖິງ 2 ຕື້​ໂດ​ລາ!

Published on

618888-01

ນາ​ຍົກ​ລັດ​ຖະ​ມົນ​ຕີ​ເນ​ປານ ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫລືອ​ສົມ​ທົບ​ຈາກ​ປະ​ຊາ​ຄົມ​ໂລກ ຊ່ວຍ​ພື້ນ​ຟູ​ບູ​ລະ​ນະ​ປະ​ເທດ ຫລັງ​ເຫດ​ແຜ່ນ​ດິນ​ໄຫວ​ໃຫຍ່ 2 ຄັ້ງ​ທີ່​ເກີດ​ຂຶ້ນ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 18 ພຶດ​ສະ​ພາ​ນີ້​ວ່າ ທ່ານ ຊູ​ຊິນ ຄອຍ​ຣາ​ລາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເນ​ປານ ໄດ້​ອອກ​ມາ​ກ່າວ​ວ່າ ລັດ​ຖະ​ບານ​ເນ​ປານ ຕັ້ງ​ເປົ້າ​ງົບ​ປະ​ມານ​ໄວ້​ທີ່ 2 ຕື້​ໂດ​ລາ​ສະ​ຫະ​ລັດ ສຳ​ລັບ​ການ​ຟື້ນ​ຟູ​ບູ​ລະ​ນະ​ປະ​ເທດ ຫລັງ​ຈາກ​ເກີດ​ເຫດ​ແຜ່ນ​ດິນ​ໄຫວ​ຮຸນ​ແຮງ 2 ຮອບ ສ້າງ​ຄວາມ​ເສຍ​ຫາຍ​ມະ​ຫາ​ສານ ທັງ​ຕໍ່​ຊີ​ວິດ ແລະ ຊັບ​ສິນ​ຂອງ​ປະ​ຊາ​ຊົນ ໂດຍ​ລັດ​ຖະ​ບານ​ສາ​ມາດ​ຈັດ​ສັນ​ເງິນ ຈາກ​ຄັງ​ເງິນ​ແຫ່ງ​ຊາດ​ຂອງ​ລັດໄດ້​ພຽງ 200 ລ້ານ​ໂດ​ລາເທົ່າ​ນັ້ນ ສ່ວນ​ຈຳ​ນວນ​ທີ່​ເຫລືອ ແມ່ນ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ຈາກ​ປະ​ຊາ​ຄົມ​ໂລກ ໂດຍ​ສະ​ເພາະ​ກຸ່ມ​ປະ​ເທດ​ຜູ້​ບໍ​ລິ​ຈາກ ແລະ ພາກ​ເອ​ກະ​ຊົນ​ຕ່າງໆ.

ທັງ​ນີ້ ເຫດ​ແຜ່ນ​ດິນ​ໄຫວ​ທີ່​ເກີດ​ຂຶ້ນ ເປັນ​ຄັ້ງ​ທີ່​ຮຸນ​ແຮງ​ທີ່​ສຸດ​ໃນ​ຮອບ 81 ປີ ມີ​ຜູ້​ເສຍ​ຊີ​ວິດ​ກ່​ວາ 8,500 ຄົນ ອາ​ຄານ​ບ້ານ​ເຮືອນ​ພັງ​ເສຍ​ຫາຍ ຫລາຍ​ກ່​ວາ 5 ແສນ​ຫລັງ ແລະ ຄັ້ງ​ທີ​ສອງ ກໍ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ 117 ຄົນ ບາດ​ເຈັບ​ອີກກ່​ວາ 2,800 ຄົນ ເຊິ່ງ​ຈາກ​ເຫດ​ແຜ່ນ​ດິນ​ໄຫວ​ທັງ 2 ຄັ້ງ​ດັ່ງ​ກ່າວ ແມ່ນ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ລະ​ບົບ​ພື້ນ​ຖານ​ໂຄງ​ລ່າງທາງ​ດ້ານ​ເສດ​ຖະ​ກິດ – ສັງ​ຄົມ​ຂອງ​ເນ​ປານ ຢ່າງ​ມະ​ຫາ​ສານ.

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...