spot_img
Homeຂ່າວການພັດທະນາໂຮງ­ໝໍ​ມະ­ໂຫ­ສົດ ເປີດ​ໂທລະ­ສັບ​ສາຍ​ດ່ວນ​ ຮັບ​ເອົາ​ຄຳ​ຮ້ອງ­ທຸກ​ຄົນ​ເຈັບ!

ໂຮງ­ໝໍ​ມະ­ໂຫ­ສົດ ເປີດ​ໂທລະ­ສັບ​ສາຍ​ດ່ວນ​ ຮັບ​ເອົາ​ຄຳ​ຮ້ອງ­ທຸກ​ຄົນ​ເຈັບ!

Published on

hotline1

ຄະ­ນະ​ອຳ­ນວຍ​ການ​ໂຮງ­ໝໍ​ມະ­ໂຫ­ສົດ ປະ­ກາດ​ເປີດ​ໃຫ້​ບໍ­ລິ­ການໂທລະ­ສັບ​ສາຍ​ດ່ວນ​ເພື່ອຮັບ​ເອົາ​ຄຳ​ຮ້ອງ­ທຸກ​ຂອງ ​ປະ­ຊາ­ຊົນ ແລະ ຄົນ​ເຈັບ ໃນ​ກໍ­ລະ­ນີພະ­ນັກ­ງານ​ແພດ-ໝໍປະ­ພຶດຕົນ​ບໍ່​ສຸ­ພາບ​ຮຽບ​ຮ້ອຍ ແລະ ​ບໍ່​ມີ​ຄວາມ​ຍຸ­ຕິ​ທຳ​ຕໍ່​ປະ­ຊາ­ຊົນ ແລະ ຄົນ​ເຈັບ ສາ­ມາດ​ຮ້ອງ­ທຸກ​ຜ່ານ​ໂທລະ­ສັບ​ສາຍ​ດ່ວນ ເຖິງ​ຄະ­ນະ​ຮັບ­ຜິດ­ຊອບກ່ຽວ​ກັບ​ການ​ຄວບ​ຄຸມ​ການ​ປະ­ພຶດດັ່ງ​ລຸ່ມ​ນີ້:

ປະ­ຊາ­ສຳ­ພັນ ແລະ ບໍ­ລິ­ຫານ​ຍາມ (021-214024) ທ່ານ ດຣ.ນາງ ອຸ​ໄດ​ວອນ ລັດ­ຕະ­ນະ​ວົງ ຫົວ­ໜ້າ​ພະ​ແນກ​ບໍ­ລິ­ຫານ​ຄົ້ນ­ຄວ້າ-ສັງ​ລວມ (020-55669358) ທ່ານ​ນາງ ບຸນ​ຫອມ ທອງ​ວິ­ລາ­ວັນ ຫົວ­ໜ້າ​ພະ​ແນກ​ຈັດ​ຕັ້ງ​ພະ­ນັກ­ງານ (020-56709716) ທ່ານນາງ ອາ­ພອນ ວິ­ຊາ​ເທບ ຮອງ​ຜູ້­ອຳ­ນວຍ­ການ (020-22204909) ທ່ານ ຮສ.ດຣ. ອຸ່ນຄຳ ພັນ­ທະ​ລີ ຮອງ​ຜູ້­ອຳ­ນວຍ­ການ (020-54198830) ທ່ານ ສຈ.ດຣ. ດວງ​ດາວ ສຸກອາ​ລຸນ ຮອງ​ຜູ້​ອຳ­ນວຍ (020-55682621) ແລະ ທ່ານ ຮສ.ດຣ. ບຸນ​ທະ​ພາ­ນີ ບຸນ​ຊ່ວຍ ຜູ້­ອຳ­ນວຍ­ການ (020-56917887).

ຄະ­ນະ​ອຳ­ນວຍ​ການ​ໂຮງ­ໝໍ​ແຫ່ງ​ດັ່ງ­ກ່າວໄດ້​ລະ­ບຸ​ວ່າ: ເຖິງ​ບັນ­ດາ​ຄົນ​ເຈັບ ພໍ່​ແມ່​ປະ­ຊາ­ຊົນ ຄົນ​ຕ່າງ­ປະ­ເທດ ແລະ ຕ່າງ​ດ້າວ ທີ່​ມາ​ໃຊ້​ບໍ­ລິ­ການ​ດ້ານ​ສຸ­ຂະ­ພາບໃນ​ໂຮງ­ໝໍ​ມະ­ໂຫ­ສົດ ຖ້າ​ບັນ­ດາ​ທ່ານມີ​ບັນ­ຫາ​ທີ່​ບໍ່​ພໍ­ໃຈກ່ຽວ​ກັບ​ວຽກ​ງານ​ບໍ­ລິ­ການ ແລະ ຕ້ອງ­ການ​ຢາກ​ຮູ້​ຂໍ້ມູນໃນ​ໂຮງ­ໝໍ ເຊີນ​ຕິດ­ຕໍ່​ຕາມເບີ­ໂທລະ­ສັບ​ສາຍ​ດ່ວນຂອງ​ພວກ​ເຮົາ​ຂ້າງ​ເທິງ ຕະ­ຫຼອດ 24 ຊົ່ວ­ໂມງ ເຫດ­ຜົນ​ຂອງ​ການ​ເປີດ​ສາຍ​ດ່ວນ​ຄັ້ງ​ນີ້ ແນ່​ໃສ່​ເພື່ອ​ປັບ­ປຸງ ແລະ ຍົກ​ຄຸ­ນະ­ພາບດ້ານ​ການ​ບໍ­ລິ­ການ​ໂຮງ­ໝໍ​ຂອງ​ພວກ​ເຮົາ​ໃຫ້​ດີ​ຂຶ້ນ​ກວ່າ​ ເກົ່າ ພ້ອມ​ທັງ​ສ້າງ​ຄວາມ​ເຊື່ອໝັ້ນໃຫ້​ແກ່​ຜູ້​ມາ​ໃຊ້​ບໍ­ລິ­ການມີ​ຄວາມ​ປະ​ທັບ​ ໃຈ ແລະ ໂປ່ງ​ໃສ​ອີກ​ດ້ວຍ.

ໄລ­ຍະ​ຜ່ານ​ມາມີ​ຫາງ​ສຽງ​ຈົ່ມ​ວ່າ ມີ​ແພດ-ໝໍ​ຈຳ­ນວນ​ໜຶ່ງ​ເວົ້າ​ຈາ​ບໍ່​ສຸ­ພາບ ເລືອກ​ປະ­ຕິ­ບັດ 2 ມາດ­ຕະ­ຖານ ການ​ບໍ­ລິ­ການ​ບໍ່​ດີ ແລະ ລາ­ຄາ​ຢາ​ປິ່ນ­ປົວ​ແພງ ສະ­ນັ້ນ ນັບ​ຈາກ​ນີ້​ໄປ ບັນ­ດາ​ພໍ່​ແມ່​ປະ­ຊາ­ຊົນ ແລະ ຄົນ​ເຈັບ​ມີ​ໂອ­ກາດ​ສະ­ເໜີ​ເຖິງ​ຄະ­ນະ​ພວກ​ເຮົາ​ໂດຍ​ກົງ ຖ້າກໍ­ລະ­ນີ​ພົບ​ເຫັນ​ສິ່ງ​ທີ່​ກ່າວມາ​ນັ້ນ​ເກີດ​ຂຶ້ນ​ແທ້ ທາງ​ຄະ­ນະ​ພວກ​ເຮົາ​ຈະ​ປະ­ຕິ­ບັດ​ວິ­ໄນ​ທັນ­ທີ ເພື່ອ​ບໍ່​ໃຫ້​ເປັນ​ແບບ­ຢ່າງ​ຕໍ່​ໄປ ນີ້​ຖື​ວ່າເປັນ­ຄວາມ​ພະ­ຍາ­ຍາມ​ອີກ​ບາດ­ກ້າວ​ໜຶ່ງ​ໃນ​ການກ້າວ​ເຂົ້າ​ເປັນ​ ປະ­ຊາ​ຄົມ​ເສດ­ຖະ­ກິດ​ອາ​ຊຽນ​ໃນ​ທ້າຍ​ປີ​ນີ້.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດພະເທບ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ. ໃນຕອນບ່າຍຂອງວັນທີ 22 ເມສາ 2025,...

ນັກທ່ອງທ່ຽວຕ່າງຊາດທີ່ຈະເດີນທາງເຂົ້າໄທ ດ້ວຍພາສປອດຕ້ອງໄດ້ຂຽນຟອມອອນລາຍ ເລີ່ມ 1 ພຶດສະພານີ້

ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ (ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ຈະເດີນທາງໄປປະເທດໄທ ຕ້ອງໄດ້ເຂົ້າຕື່ມແບບຟອມ (TDAC) ລິ້ງ https://tdac.immigration.go.th/arrival-card/#/home ທາງອອນລາຍ...

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...