Homeຂ່າວພາຍ​ໃນ​ລັດ​ຖະ​ບານ​ຄາດ ເສດ­ຖະ­ກິດ ສົກ​ 2014-2015 ຈະ​ຫຍາຍ​ຕົວ​ໃນ​ລະ­ດັບ 7,6%!

​ລັດ​ຖະ​ບານ​ຄາດ ເສດ­ຖະ­ກິດ ສົກ​ 2014-2015 ຈະ​ຫຍາຍ​ຕົວ​ໃນ​ລະ­ດັບ 7,6%!

Published on

20150515104825

ກອງ​ປະ­ຊຸມ​ເຜີຍ­ແຜ່ບົດ​ລາຍງານ​ເສດ­ຖະ­ກິດ​ຂອງ ສປປ ລາວ ປີ 2014 ແລະ ທ່າ​ອຽງ 2015 ຈັດ​ຂຶ້ນ​ວັນ​ທີ 15 ພຶດ­ສະ­ພາ 2015 ທີ່​ໂຮງ­ແຮມ​ລັດ­ສະ­ໝີ ໂດຍ​ມີທ່ານ ດຣ. ບຸນທະ­ວີ ສີ​ສຸ­ພັນ​ທອງ ລັດ­ຖະ­ມົນ­ຕີ​ຊ່ວຍ​ວ່າ­ການກະຊວງ​ແຜນ­ການ ແລະ ການ​ລົງທຶນ ທ່ານ ດຣ. ລີ​ເບີ ລີ​ບົວ​ປາວ ຫົວ­ໜ້າ​ສະ​ຖາ​ບັນ​ຄົ້ນ­ຄວ້າ​ເສດຖະ​ກິດ​ແຫ່ງ​ຊາດ ກະ­ຊວງ​ແຜນການ ແລະ ການ​ລົງ­ທຶນ ມີ​ຜູ້​ຕາງໜ້າ​ຈາກ​ພາກ​ລັດ​ອ້ອມ​ຂ້າງ​ສູນກາງ ເອ­ກະ​ຊົນ ອົງການ­ຈັດ­ຕັ້ງສາ­ກົນ ປະ­ຈຳ​ລາວ ແລະ ຜູ້​ໃຫ້ການ​ສະ­ໜັບ­ສະ­ໜູນ​ຈາກ​ຫ້ອງການ​ທະ­ນາ­ຄານ​ໂລກ ປະ­ຈຳ ສປປ ລາວ ເຂົ້າ​ຮ່ວມ.

ອີງ​ຕາມ​ບົດ​ລາຍ​ງານ​ປີ 2014 ໄດ້​ຕີ​ລາ­ຄາ​ໄວ້​ວ່າ ໃນ​ສົກ​ປີ 2014 ໄດ້​ມີ​ຫຼາຍ​ເຫດ­ການທີ່​ພົ້ນ​ເດັ່ນ​ຢູ່ສາ­ກົນ ແລະ ພາຍ​ໃນ​ປະ­ເທດ ເຊິ່ງ​ເປັນ​ທັງ​ກາ­ລະ​ໂອ­ກາດ ແລະ ສິ່ງ​ທ້າ​ທາຍຕໍ່​ການ­ຈັດ­ຕັ້ງ​ປະ­ຕິ­ບັດແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງຄົມ​ ແຫ່ງ​ຊາດ ສາ­ມາດ​ຕີ​ລາ­ຄາໄດ້ວ່າ ເສດ­ຖະ­ກິດ​ແຫ່ງ​ຊາດ​ໄດ້ສືບ­ຕໍ່​ຂະ­ຫຍາຍ­ຕົວ ແລະ ມີ​ສະຖຽນ​ລະ​ພາບ​ໂດຍ​ພື້ນ­ຖານ ໃນສົກ​ປີ 2013-2014 ເສດ­ຖະ­ກິດລາວ (GDP) ຂະ­ຫຍາຍ­ຕົວ​ໃນລະ­ດັບ 7,8% ເປັນອັດ­ຕາ​ການເຕີບ​ໂຕ​ທີ່​ສູງ​ອັນ​ດັບ​ສອງ ໃນ​ບັນດາ​ປະ­ເທດ​ສະ­ມາ­ຊິກ​ອາ​ຊຽນ ແຕ່​ຊ້າ​ລົງກວ່າ​ຈັງ­ຫວະ​ການ​ເຕີບໂຕ ໃນ​ປີ 2012-2013 GDP ຕໍ່ຫົວ​ຄົນ​ບັນ­ລຸ​ໄດ້ 13,41 ລ້ານກີບ (ປະ­ມານ 1.671 ໂດ​ລາ​ສະ­ຫະລັດ) ໃນ​ນັ້ນ ຂະ­ແໜງ­ການ​ທີ່​ຂະຫຍາຍ​ຕົວ​ໄວ​ກວ່າໝູ່​ແມ່ນ​ຂະແໜງ​ບໍ­ລິ­ຫານ ແລະ ເປັນ​ຕົວຂັບ​ເຄື່ອນ​ຕົ້ນ­ຕໍ​ຂອງ​ເສດ­ຖະ­ກິດ ຂະ­ຫຍາຍ­ຕົວ 9,3% ຮອງ​ລົງມາ​ແມ່ນ​ຂະ­ແໜງ​ອຸດ­ສາ­ຫະ­ກຳ ຂະ­ຫຍາຍ­ຕົວ 8,5% ສ່ວນ​ຂະແໜງ​ກະ­ສິ­ກຳຂະ­ຫຍາຍ­ຕົວ 3%.

ສະ­ຖຽນ​ລະ​ພາບ​ທາງ​ດ້ານເສດ­ຖະ­ກິດ ໃນ​ສົກ​ປີ 2014 ໂດຍລວມ​ແມ່ນ​ມີ​ຄວາມ​ຄືບ​ໜ້າ​ດີຂຶ້ນ ເມື່ອ​ທຽບ​ກັບ​ສົກ​ປີ­ຜ່ານ­ມາ ດັດຊະ­ນີ​ລາ­ຄາ​ຂະ­ຫຍາຍ­ຕົວ​ໃນ​ຈັງຫວະ​ທີ່​ຫຼຸດ​ລົງ ຍ້ອນບໍ່​ໄດ້​ຮັບ​ແຮງກົດ​ດັນ​ຈາກ​ລາ­ຄາ​ສິນ­ຄ້າ​ຈາກພາຍ​ນອກ ເປັນ­ຕົ້ນ​ແມ່ນລາ­ຄານ້ຳ­ມັນ ແລະ ການ​ຄຸ້ມ​ຄອງ​ຈໍ​ລະຈອນ​ສິນ­ຄ້າ ສາ­ມາດ​ຮັກ­ສາ​ອັດຕາ​ແລກ­ປ່ຽນ​ໄວ້​ໄດ້​ໃນ​ກອບ​ທີ່​ກຳນົດ ແລະ ລັດ­ຖະ­ບານ​ມີ​ຄວາມພະ­ຍາ­ຍາມ​ຄຸ້ມ​ຄອງ​ລາຍ​ຮັບ ດັດແກ້​ລາຍ​ຈ່າຍ ແລະ ສາ­ມາດຫຼຸດ­ຜ່ອນ​ການ​ຂາດ​ດຸນ​ງົບ​ປະມານ​ຫຼຸດ​ລົງ​ເມື່ອ​ທຽບ​ກັບ​ປີ​ຜ່ານມາ ເຖິງ​ຢ່າງ­ໃດ​ກໍ່​ຕາມ ທາງດ້ານ​ການ​ເງິນ ລັດ­ຖະ­ບານ​ບໍ່​ທັນສາ­ມາດ​ຈັດ​ຕັ້ງ​ປະ­ຕິ­ບັດ​ແຜນລາຍ​ຮັບ ແລະ ລາຍ​ຈ່າຍຕາມແຜນ­ການ​ດັດ­ແກ້​ໄດ້ ສ່ວນ​ທາງດ້ານ​ລາ­ຄາ​ອັດ­ຕາ​ເງິນ​ເຟີ້​ໃນໝວດ​ສະ­ບຽງ​ອາ­ຫານ ແລະ ເຄື່ອງ​ດື່ມ​ທີ່​ບໍ່​ແມ່ນ​ເຫຼົ້າ ຍັງ​ສືບຕໍ່​ເປັນ​ໝວດ​ທີ່​ປະ­ກອບ­ສ່ວນ​ສູງກວ່າ​ໝູ່​ຂອງ​ອັດ­ຕາເງິນ​ເຟີ້​ລວມ.

ສະ​ຖາ​ບັນ​ຄົ້ນ­ຄວ້າ​ເສດ​ຖະກິດ​ແຫ່ງ​ຊາດ ຍັງ​ໄດ້​ຄາດ​ຄະ­ເນວ່າ ເສດ­ຖະ­ກິດ​ລາວ ໃນ​ສົກປີ 2014-2015 ຈະ​ຫຍາຍ​ຕົວຢູ່​ໃນລະ­ດັບ 7,6% ສາ­ເຫດ​ທີ່​ເຮັດ​ໃຫ້ເສດ­ຖະ­ກິດ​ລາວ ມີທ່າ​ອຽງ​ຂະຫຍາຍ​ຕົວ​ຊ້າ​ລົງ​ເລັກ​ນ້ອຍ ແມ່ນຍ້ອນ​ຂະ­ແໜງ­ການ​ບໍ­ລິ­ການ​ທາງດ້ານ​ການ​ເງິນ-ການ​ທະ­ນາ­ຄານ ມີ​ການ​ປ່ອຍ​ສິນ​ເຊື່ອ​ເຂົ້າ​ໃນ​ລະບົບ​ເສດ­ຖະ­ກິດ​ໃນ​ຈັງ­ຫວະ​ທີ່​ຊ້າລົງ ໃນ​ປີ 2014 ແລະ ຍ້ອນ​ລັດຖະ​ບານ​ອາດ​ສືບ­ຕໍ່​ຮັດ­ກຸມ​ການ​ໃຊ້​ຈ່າຍ​ຂອງ​ພາກ​ລັດ​ຫຼາຍ​ຂຶ້ນ ເຖິງຢ່າງ­ໃດ​ກໍ່​ຕາມ ບົດ​ລາຍ​ງານ​ໄດ້ຄາດ​ຄະ­ເນ​ວ່າ ສຳ­ລັບ​ສົກ​ປີ 2015-2016 ເສດ­ຖະ­ກິດ​ລາວຈະ​ຂະ­ຫຍາຍ­ຕົວ​ໄວ​ຂຶ້ນ ເປັນ 7,8% ໂດຍ​ມີ​ປັດ​ໄຈ​ຕົ້ນ­ຕໍ​ມາຈາກ​ຂະ­ແໜງ­ການຜະ­ລິດ​ໄຟ­ຟ້າ ເນື່ອງ​ຈາກ​ມີ​ເຂື່ອນ​ໄຟ­ຟ້າ​ໃໝ່​ຈຳນວນ​ໜຶ່ງ​ທີ່​ຫາ­ກໍ່​ສຳ­ເລັດ ແລະ ຈະ​ເລີ່ມການ​ຜະ­ລິດ​ໄຟ­ຟ້າ​ເພື່ອສົ່ງ​ອອກ ແລະ ຄາດ​ວ່າ​ພາກການ​ບໍ­ລິ­ການ​ຈະ​ເຕີບ​ໂຕ​ຂຶ້ນ​ກວ່າເກົ່າ ໂດຍ​ສະ­ເພາະຂະ­ແໜງການ​ເງິນ-ການ​ທະ­ນາ­ຄານ ຄາດວ່າ​ຈະ​ກັບ​ມາ​ປ່ອຍ​ສິນ​ເຊື່ອຫຼາຍຂຶ້ນ ພາຍ­ຫຼັງ​ໄດ້​ມີ​ການ​ຮັດ­ກຸມການ​ປ່ອຍ​ສິນ​ເຊື່ອ ແລະ ສຸມ​ໃສ່ເກັບ​ໜີ້​ສິນໃນ​ປີ 2015.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...