spot_img
HomeBaby-ແມ່ແລະເດັກສາເຫດແລະວິທີການປິ່ນປົວບາດແຜໃນປາກ”

ສາເຫດແລະວິທີການປິ່ນປົວບາດແຜໃນປາກ”

Published on

9ded0288e863fbe79d863f606cb05c21_XL

ບາດແຜ​ໃນ​ປາກ​ເປັນ​ສິ່ງ​ທີ່​ພົບ​ໄດ້​ຫລາຍ​ໃນ​ເດັກນ້ອຍມັກ​ພົບ​ພ້ອມ​ກັບ​ການ​ຕິດ​ເຊື້ອ​ໄວ​ຣັສ​ຫລື​ໄຂ້​ຫວັດເດັກນ້ອຍ​ມັກ​ມີ​ອາການ​ສໍ້,ບໍ່​ຢາກ​ກິນ​ອາຫານ,ຊຶ່ງ​ບາງເທື່ອ​ເຮັດໃຫ້​ພໍ່​ແມ່​ເຂົ້າໃຈ​ຜິດ​ວ່າ​ເດັກ​ນ້ອຍເຈັບ​ຄໍຫລື​ເປັນ​ພະຍາດ​ຄໍ​ອັກ​ເສບແລະ​ຖ້າ​ກວດ​ໃນ​​ປາກ​ຈະ​ພົບບາດ​ແຜຊຶ່ງ​ອາດ​ຢູ່​ທີ່​ຮີມ​ສົບ,​ແກ້ມ,ລິ້ນ,ເພ​ດານ​ປາກຫລື​ເຫງືອກ

ບາດແຜ​ໃນ​ປາກ​ເດັກນ້ອຍ​ເກີດ​ໄດ້​ຈາກ​ສາ​ເຫດ​ຫລາຍ​ຢ່າງຂຶ້ນ​ຢູ່​ກັບ​ຊະນິດ​ຂອງ​ເຊື້ອ​ພະຍາດ​ແລະ​ອາ​ຍຸ​ຂອງ​ເດັກນ້ອຍພະຍາດ​ເຊື້ອ​ຣາ​ໃນ​​ປາກຫລື​ທີ່​ຄົນ​ທົ່ວ​ໄປ​ເອີ້ນວ່າ “ພະຍາດ​ຊາງ”ພົບ​ໄດ້​ໃນ​ເດັກນ້ອຍ​ອາ​ຍຸ​1​ປີ​ທຳອິດໂດຍ​ພະຍາດ​ເຊື້ອ​ຣາ​ໃນ​​ປາກ​ຈະ​ມີ​ລັກສະນະ​ເປັນ​ສີຂາວ​ແລະ​ບາດແຜ​ທີ່​​ແກ້ມ​ຮ່ວມ​ນໍາຊຶ່ງ​ຈະ​ເຮັດໃຫ້​ເດັກນ້ອຍ​ມີ​ອາການ​ເຈັບ​ແລະ​ດື່ມ​ນົມ​ໄດ້​ໜ້ອຍ​ລົງພະຍາດ​ນີ້​ຕ້ອງ​ແຍກ​ໃຫ້​ອອກຈາກ​ອາການ​ລິ້ນ​ຂາວ​ຊຶ່ງ​ພົບ​ໄດ້​ໃນ​ເດັກ​ນ້ອຍປົກກະຕິ​ທົ່ວ​ໄປ

ອາການ​ບາດແຜ​ຮ້ອນ​ໃນ​ໃນ​​ປາກ​ພົບ​ໄດ້​ໃນ​ເດັກ​ນ້ອຍທຸກ​ໄວມັກ​ເກີດ​ຈາກ​ການ​ຕໍາ​ຂອງ​ອາຫານ​ຫລື​ຂົນ​ໄມ້ຖູແຂ້ວ​ທີ່​ແຂງຫລື​ເກີດ​ຈາກ​ການ​ຕິດ​ເຊື້ອ​ໄວ​ຣັສພະຍາດ​ຕິດ​ເຊື້ອ​ບາງຢ່າງໂດຍ​ສະເພາະ​ຂີ້ກາກທີ່​ມີ​ສາ​ເຫດ​ຈາກ​ເຊື້ອ​ໄວ​ຣັສ​ອາດ​ເຮັດໃຫ້​ເກີດ​ບາດແຜ​ໃນ​ປາກເຊັ່ນ ພະຍາດ​ຫັດ,ພະຍາດ​ເລີມແລະ​ພະຍາດ​ມື​ຕີນ​ປາກໃນ​ເດັກ​ນ້ອຍປົກກະຕິ​ບາງ​ຄົນອາດ​ພົບຂີ້ກາກ​​ຂະໜາດ​ໃຫຍ່,ລັກສະນະ​ຄືບາດແຜ​ຢູ່ລິ້ນ,ທີ່​ເອີ້ນ​ກັນ​ວ່າ“ລິ້ນ​ແຜນທີ່”ຊຶ່ງ​ຂີ້ກາກລັກສະນະ​ດັ່ງ​ກ່າວ​ມີ​ຄວາມ​ສຳພັນ​ກັບ​ພະຍາດ​ພູ​ມ​ແພ້ຂີ້ກາກອາດຈະ​ນູນ​ຂຶ້ນ​ເວລາ​ທີ່​ເດັກນ້ອຍ​ບໍ່​ສະບາຍເຮັດໃຫ້​ພໍ່​ແມ່​ຄິດວ່າ​ເດັກ​ນ້ອຍເຈັບ​ຫລາຍແຕ່​ສ່ວນ​ໃຫຍ່​ແລ້ວເດັກ​ນ້ອຍຈະ​ບໍ່​ຮູ້ສຶກ​ເຈັບ​ຫລື​ຮູ້ສຶກ​ເຈັບ​ພຽງ​ເລັກນ້ອຍ​ເທົ່ານັ້ນ

ການ​ປິ່ນປົວ​ເບື້ອງ​ຕົ້ນມັກ​ເຊົາ​ໄດ້​ເອງ​ພາຍ​ໃນ3-7ມື້ລິ້ນ​ແຜນ​ທີ່​ຈະ​ດີ​ຂຶ້ນ​ເມື່ອ​ເດັກ​ນ້ອຍເຊົາ​ປ່ວຍການ​ທາ​ຢາ​ເຈນ​ຊຽນ​ໄວ​ໂອ​ເລດ​ອາດ​ຊ່ວຍ​ໃຫ້​ອາການ​ບັນເທົາແລະ​ເຮັດໃຫ້​ເຊົາ​ໄວ​ຂຶ້ນ ແຜ​ໃນ​ປາກ​ສ່ວນ​ໃຫຍ່​ມັກ​ເຮັດໃຫ້​ເກີດ​ອາການ​ເຈັບ ການ​ໃຊ້​ຢາ​ທາ​ສະເພາະ​ທີ່​ເຮັດ​ໄດ້​ບໍ່​ສະ​ດວກ​ແລະ​ຊ່ວຍ​ໃຫ້​ອາການ​ບັນເທົາພຽງ​ຊົ່ວ​ຄາວແນະ​ນຳ​ໃຫ້​ດື່ມ​ນ້ຳ​ແລະ​ນົມ​ເຢັນ ອົມ​ນ້ຳ​ກ້ອນຫລື​ກິນ​ກະແລ້ມທີ່​ຈະ​ຊ່ວຍ​ໃຫ້​ຊ່ອງ​ປາກ​ເກີດ​ອາການ​ຊາເຮັດໃຫ້​ອາການ​ເຈັບ​ຫລຸດລົງສາມາດ​ກິນ​ອາຫານ​ແລະ​ດື່ມ​ນ້ຳ​ໄດ້​ຫລາຍ​ຂຶ້ນອາການ​ທີ່​ຄວນ​ປຶກ​ສາ​ແພດ ພະຍາດ​ເຊື້ອ​ຣາ​ໃນ​​ປາກ​ທີ່​ເປັນ​ຊ້ຳ​ຫລາຍ​ເທື່ອຫລື​ຖ້າພົບ​ພະຍາດ​ໃນ​ເດັກ​ໃຫຍ່ບາດແຜ​ຂະໜາດ​ໃຫຍ່​ແລະ​ມີ​ຈຳນວນ​ຫລາຍເຈັບ​ຮຸນແຮງ,ມີ​ເລືອດ​ອອກ,ຫລື​ບໍ່​ເຊົາ​ພາຍ​ໃນ 1 ອາທິດເດັກນ້ອຍ​ດື່ມ​ນ້ຳ​ບໍ່​ໄດ້ຫລື​ມີ​ໄຂ້​ສູງ,ອ່ອນ​ເພຍ​ຫລາຍຫລື​ຍ່ຽວ​ຫລຸດ​ລົງ

ການ​ປ້ອງ​ກັນເຊື້ອ​ຣາ​ປ້ອງ​ກັນ​ໄດ້​ໂດຍ​ປິ່ນປົວ​ຄວາມ​ສະ​ອາດ​ໃນ​ປາກຖ້າ​ລ້ຽງ​ດ້ວຍ​ນົມ​ແມ່ ບໍ່​ຄວນ​ດື່ມ​ນ້ຳ​ເພື່ອ​ລ້າງ​ຄາບ​ນໍ້ານົມ​ອອກຖ້າ​ດື່ມ​ນົມ​ປະສົມຈຳ​ເປັນ​ຕ້ອງ​ດື່ມ​ນ້ຳ​​ເພື່ອ​ລ້າງ​ຄາບ​ນົມ​ອອກຫລີກ​ລ້ຽງ​ການ​ໄປ​ໂຮ​ງໝໍສະຖານ​ທີ່​ແອ​ອັດຫລື​ເຂົ້າ​ສະຖານ​ຮັບ​ລ້ຽງ​ເດັກນ້ອຍ

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...