spot_img
HomeຊີວິດແລະຄວາມຮັກWedding-Sex-loveບຳລຸງສຸຂະພາບSEXດ້ວຍຜັກ6ຊະນິດ

ບຳລຸງສຸຂະພາບSEXດ້ວຍຜັກ6ຊະນິດ

Published on

1

ຜັກສະນາລີ
ຜັກ​ສະນາລີ​ຈະ​ຊ່ວຍ​ກະຕຸ້ນ​ແຮງ​ປາດຖະນາຍິ່ງ​ກິນ​ດິບໆຍິ່ງ​ຈະ​ດີ​ຕໍ່​ສຸຂະພາບເພາະ​ໃບ​ສະນາລີ​ຈະໃຫ້​ສານ​ກະຕຸ້ນ​ຮັກAndrosteroneແກ່​ຮ່າງກາຍທີ່​ສຳຄັນ​ຈະ​ຖືກ​ຂັບ​ໄລ່ອອກ​ມາ​ພ້ອມ​ກັບ​ກິ່ນ​ເຫື່ອ

2

ໜໍ່​ໄມ້​ຝຣັ່ງ
ວິ​ຕາ​ມິນ​ບີ​ແລະ​ໂຟ​ເລດ​ທີ່​ມີ​ຢູ່​ຫລາຍຈະ​ຊ່ວຍ​ໃນ​ການສ້າງ​ສານHistamineຊ່ວຍ​ເພີ່ມ​ລະ​ດັບ​ຄວາມ​ຕ້ອງ​ການ​ທາງ​ເພດ​ໃຫ້​ກັບ​ຊາຍ​ແລະ​ຍິງ​ສູງ​ຫລາຍ​ຂຶ້ນມີ​ສານ“ໄນ​ອະ​ຊີນ”ຊ່ວຍ​ໃນ​ເລື່ອງ​ລະບົບ​ການ​ໄຫລ​ວຽນ​ເລືອດ​ຂອງ​ຮ່າງກາຍເຮັດໃຫ້​ເລືອດ​ໄຫລ​ໄປ​ຫລໍ່​ລ້ຽງ​ເຄື່ອງ​ເພດ​ໄດ້​ດີ​ຂຶ້ນແລະ​ທີ່​ສຳຄັນ​ຄື“ສານ​ກູ​ຕາ​ໄທ​ໂອນ”ຊຶ່ງ​ປະຈຸບັນ​ເປັນ​ສ່ວນ​ປະສົມ​ໃນ​ຜະລິດຕະພັນ​ເສີມ​ອາຫານ​ຫລາຍ​ຊະນິດທີ່​ຈະ​ເຮັດ​ຫນ້າທີ່​ຮ່ວມ​ກັບ​ວິ​ຕາ​ມິນ​ຊີໃນ​ການ​ຊ່ວຍ​ໃຫ້​ອະສຸຈິ​ຕື່ນ​ໂຕ​ຫລາຍ​ຂຶ້ນມີ​ປະ​ສິດ​ທິ​ພາບ​ຫລາຍ​ຂຶ້ນທັງ​ໃນ​ການ​ປະຕິບັດ​ແລະ​ກາ​ນປະຕິສົນທິ​!

3

ໝາກເລັ່ນ
ຜູ້​ຊາຍ​ຍິ່ງ​ອາ​ຍຸ​ຫລາຍລະ​ດັບ​ຮໍ​ໂມນ​ເທສໂທ​ເທີ​ໂລນ​ກໍ​ຈະຫ​ລຸດລົງ​ນໍາສວນ​ທາງ​ກັບ​ກັນຕ່ອມ​ລູກ​​ໝາກ​ທີ່​ຈະ​ໃຫຍ່​ຂຶ້ນອາດ​ເຮັດໃຫ້​ເກີດ​ການ​ຍ່ຽວ​ຝືດໄດ້ແລ້ວ​ຈະ​ປ້ອງ​ກັນ​ໄດ້ແບບໃດ?ຈາກ​ການ​ວິ​ໄຈ​ສະ​ຖາ​ບັນ​ສູນ​ວິ​ໄຈ​ຄາ​ມາ​ໂນດເມືອງ​ດີ​ຊອຍສະ​ຫະລັດ​ອະ​ເມ​ລິ​ກາພົບ​ວ່າສາມາດ​ປ້ອງ​ກັນ​ໄດ້​ດ້ວຍ“ໄລ​ໂຄ​ປີນ”ຊຶ່ງ​ຈະ​ອາໄສ​ຢູ່ໃນ​ໝາກເລັ່ນ​ສຸກເປັນ​ສານ​ຕ້າ​ນ ອານຸ​ມູນ​ອິດສະຫລະຊ່ວຍ​ໃຫ້​ຕ່ອມ​ລູກ​​ໝາກ​ເຮັດວຽກ​ໄດ້​ດີແລະ​ປ້ອງ​ກັນ​ຕ່ອມ​ລູກ​ໝາກ​ໃຫຍ່ນອກ​ຈາກ​ນີ້ນັກ​ວິທະຍາ​ສາດ​ແນະ​ນຳ​ໃຫ້​ຜູ້​ຊາຍ​ທີ່​ຢາກ​ຈະ​ມີ​ລູກໃຫ້​ດຸໝັ່ນ​ກິນໝາກເລັ່ນ​​ຫລາຍ​ໆເພາະ​ໄລ​ໂຄ​ປີນ​ຈະ​ຊ່ວຍ​ບຳ​ລຸ​ງອາ​ສຸ​ຈິ​ໃຫ້​ແຂງ​ແຮງ

4

ບລັອກ​ໂຄລີ
ບລັອກ​ໂຄ​ລີມີ​ສານ​ເຄີລ​ເຊ​ທິນ(Quercetin)ຊຶ່ງ​ເປັນ​ຕົວ​ຊ່ວຍ​ເພີ່ມ​ຄວາມ​ທົນແຮງ​ດີອອກ​ກຳ​ລັງ​ໄດ້​ດົນ​ຂຶ້ນນອກ​ຈາກ​ນີ້​ຍັງ​ຊ່ວຍ​ຫລຸດ​ຄວາມ​ສ່ຽງ​ຂອງ​ການ​ເກີດ​ພະຍາດ​ໄຂ​ຂໍ້ບຳ​ລຸງ​ກະດູກເພາະ​ອຸດົມ​ດ້ວຍ​ວິ​ຕາ​ມີ​ຊີ​ແລະ​ແຄ​ຊຽມ​ສູງບລັອກ​ໂຄ​ລີ​ຍັງ​ຊ່ວຍ​ປ້ອງ​ກັນ​ການ​ເກີດ​ພະຍາດ​ມະ​ເຮັງ​ຕ່າງໆເຊັ່ນ:ມະ​ເຮັງ​ຜິວ​ໜັງ,ມະ​ເຮັງ​ກະເພາະ​ອາຫານແລະ​ມະ​ເຮັງ​ຕ່ອມ​ລູກ​ໝາກເປັນ​ຕົ້ນ

5

ໝາກເຜັດ
ມີ​ສານ​ທີ່​ເປັນ​ຕົວ​ເພີ່ມ​ຄວາມ​ຕ້ອງ​ການ​ທາງ​ເພດ​ຄື“ແຄບ​ໄຊ​ຊິນ”ສານ​ນີ້​ເຮັດ​ຫນ້າທີ່​ກະຕຸ້ນ​ການ​ຫລັ່ງ​ສານ​ເຄ​ມີ​ທີ່​ເຮັດໃຫ້​ອັດຕາ​ການ​ເຕັ້ນ​ຂອງ​ຫົວ​ໃຈ​ສູງ​ຂຶ້ນລວມ​ໄປ​ເຖິງ​ກະຕຸ້ນ​ການ​ຫລັ່ງ​ສານ​ເອັນ​ໂດນ​ຟິນຊຶ່ງ​ເປັນ​ຕົວ​ການເຮັດໃຫ້​ເຮົາ​ອາລົມ​ດີ​ແລະ​ມີ​ຄວາມ​ສຸກ

6

ກາຣົດ
ອຸດົມ​ໄປ​ດ້ວຍ​ສານ“ເບ​ຕ້າ​ແຄ​ໂລ​ທີນ”ຊຶ່ງ​ຈະ​ຊ່ວຍ​ເພີ່ມ​ລະ​ດັບ​ຮໍ​ໂມນ​ເພດ​ໂປ​ເຈດ​ເທີ​ໂລນ​ແລະ​ປະລິມານ​ອາສຸຈິຫລາຍຊຶ່ງ​ຈະ​ຊ່ວຍ​ໃຫ້​ຍັງ​ຮູ້ສຶກ​ຄຶກຄື້ນແລະ​ປະຕິ​ສົນ​ທິ​ໄດ້​ງ່າຍ​ຂຶ້ນ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...