spot_img
Homeຂ່າວພາຍ​ໃນນັດໜີຕາຍ!ຊັນເດີແລນກັບເລສເຕີ

ນັດໜີຕາຍ!ຊັນເດີແລນກັບເລສເຕີ

Published on

ການແຂ່ງຂັນພຣີເມຍລີກ ອັງກິດ ລະດູການ 2014-2015 ນັດທີ 37 ປະຈຳວັນເສົາທີ 16 ພຶດສະພາ 2015 ມີລົງສະໜາມ 7 ຄູ່: ເຊົາແຮມຕັນ ພົບ ແອສຕັນ ວິນລາ, ຊັນເດີແລນ ພົບ ເລສເຕີ ຊີຕີ, ສະເປີ ພົບ ຮັນ ຊີຕີ, ເວສແຮມ ພົບ ເອັບເວີຕັນ, ເບີນລີ ພົບ ສະໂຕກ, ຄວີນສະປາກ ພົບ ນິວຄາສເຊີນ ແລະ ລິເວີພູ ພົບ ຄຣິສຕັນ ພາເລຊ

06077

ຊັນເດີແລນ ທີມອັນດັບ 16 ມີ 36 ຄະແນນຈາກ 35 ນັດ ຊະນະ 3 ຈາກເກມລີກ 5 ນັດ ຫຼ້າສຸດບຸກໄປຊະນະ ເອັບເວີຕັນ 2-0 ເປັນການຄວ້າໄຊຊະນະ 2 ນັດຕິດຕໍ່ກັນ ນັດນີ້ລົງຫຼີ້ນໃນຖີ່ນຕົວເອງ ດິກ ອັດໂວຄາດ ຫວັງ 3 ຄະແນນເທົ່ານັ້ນເພື່ອໜີຈາກການຕົກຊັ້ນ
ເລສເຕີ ຊີຕີ ທີມອັນດັບ 15 ມີ 37 ຄະແນນຈາກ 36 ນັດ ຊະນະ 4 ນັດຈາກເກມລີກ 5 ນັດ ຫຼ້າສຸດລົງຫຼີ້ນໃນຖີ່ນຕົວເອງຊະນະ ເຊົາແຮມຕັນ 2-0 ເປັນການຄວ້າໄຊຊະນະ 2 ນັດຕິດຕໍ່ກັນ ນັດນີ້ອອກມາເຢືອນຄູ່ແຂ່ງທີ່ກຳລັງໜີຕົກຊັ້ນເຊັ່ນກັນ ໄນເຈວ ເຟຍສັນ ຫວັງຊະນະຢ່າງດຽວເພື່ອຄວາມຢູ່ລອດຂອງທີມ

ສະໜາມ: ສະເຕດ້ຽມອອບ ໄລທ໌
ບັນຈຸຜູ້ເຂົ້າຊົມໄດ້: 49,000 ຄົນ
ຜູ້ຕັດສິນ: ມາຕິນ ແອັດກິນສັນ
ເວລາເຕະ: 21:00

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...