Homeຂ່າວພາຍ​ໃນ‬ ໂຄ້ງສຸດທ້າຍໃຜຈະຢູໃຜຈະໄປພຣີເມຍລີກອັງກິດ

‬ ໂຄ້ງສຸດທ້າຍໃຜຈະຢູໃຜຈະໄປພຣີເມຍລີກອັງກິດ

Published on

10930877_1627512004128640_8642592931171163019_n

ເຂົ້າສູ້ໂຄ້ງສຸດທ້າຍແລ້ວ ສຳລັບ ການແຂ່ງຂັນເຕະບານ ພຣີເມຍລີກ ອັງກິດ ເຊິ່ງເຫຼືອການແຂ່ງຂັນອີກພຽງ 2 ນັດ ໂດຍ ເຊລຊີ ໄດ້ແຊ້ມໄປນອນກອດຢ່າງແນ່ນອນແລ້ວ ຂະນະທີ່ ອັນດັບ 2 ຕ້ອງລຸ້ນຕໍ່ລະຫວ່າງ ອາເຊນອລ ກັບ ແມນເຊັດສ໌ເຕີ ຊິຕີ ສ່ວນ ແມນເຊັດສ໌ເຕີ ຢູໄນເຕັດ ໄດ້ອັນດັບ 4 ແບບບໍ່ຕ້ອງສົງໄສ ຕ່າງແຕ່ວ່າ ຈະມີຄະແນນຫ່າງ ລິເວີພູລ ທີມອັນດັບ 5 ຈັກຄະແນນເທົ່ານັ້ນເອງ. ແຕ່ສິ່ງໜ້າສົນໃຈ, ສິ່ງທີ່ຕ້ອງລຸ້ນ ໃນຕອນນີ້ ກໍ່ຄືທີມ ທີ່ຈະຕາມ ເບິນລີ ໄປຫຼິ້ນໃນລີກ ແຊ໋ມປຽນຊິບ ລະດູການໜ້າ ໂດຍມີ ແອສຕັນ ວິລລາ, ເລສເຕີ ຊິຕີ, ຊັນເດີແລນ, ນິວຄາສເຊິລ ແລະ ຮັລ ຊິຕີ ທີ່ຫາຍໃຈຍັງຝືດຢູ່.
ແຊ້ມພຣີເມຍລີກ ລະດູການນີ້ ຮູ້ຕັ້ງແຕ່ ນັດທີ 31-32 ໂດຍ ເຊລຊີ ຄູ່ຄວນກັບຕຳແໜ່ງນີ້ຫຼາຍທີ່ສຸດ ເພາະມີຜົນງານດີຕໍ່ເນື່ອງ ພວກເຂົາມີເກມຮັບເປັນທີ 1 ແລະ ເກມບຸກເປັນທີ 2 ມູຣິນໂຢ ກັບມາຄຸມທີມເຊລຊີ ໄດ້ຢ່າງໂດດເດັ່ນ ພຽງ 2 ປີ ກໍ່ຄວ້າແຊ້ມ.
ສ່ວນທີມທີ່ຈະໄດ້ໄປຫຼິ້ນ ຢູຟາ ແຊ້ມປຽນລີກ ມີ ເຊລຊີ, ແມນ ຊິຕີ, ອາເຊນອລ ແລະ ແມນຢູ ເພາະຫຼັງຈາກທີ່ ລິເວີພູລ ບໍ່ຊະນະຈັກເທື່ອ ທີ່ ສະແຕມຟອດ ບຣິດ ກໍ່ສະເໝີ ເຊລຊີ 1-1 ເຮັດໃຫ້ ຫົງແດງ ລິເວີພູລ ຕາມຫຼັງ ຜີສາດແດງ ແມນຢູ ເຖິງ 6 ຄະແນນ ແລະ ປະຕູໄດ້ເສຍເປັນຮອບເຖິງ 14 ປະຕູ.
ໃນໂລກແຫ່ງຈິນຕະນາການ 14 ປະຕູ ກັບເກມທີ່ເຫຼືອອີກ 2 ນັດ ຟິລິບເປ ຄູຕິນໂຢ, ສະຕີເວັນ ເຈີຣາດ, ແລະ ຮາຣິມ ສະເຕີລິງ ຊ່ວຍແບ່ງກັນຍິງໜ້າຈະໄດ້ ແຕ່ໂລກແຫ່ງຄວາມເປັນຈິງ ໂອກາດມີບໍ່ຮອດ 1 ເປີເຊັນ ຄື ແມນຢູ ຕ້ອງເສຍໃນ 2 ນັດທີ່ເຫຼືອກັບເກມເປີດບ້ານພົບກັບ ອາເຊນອລ ແລະ ບຸກໄປຢາມ ຮັລ ຊິຕີ ຂະນະທີ່ ລິເວີພູລ ຕ້ອງເປີດ ແອນຟິລ ຊະນະ ຄຣິສຕັນ ພາເລຊ ແລະ ບຸກໄປຊະນະ ສະໂຕ໊ກ ຊິຕີ ທັງ 4 ເກມ ຜົນການແຂ່ງຂັນຕ້ອງເປັນແບບນີ້. ແຕ່ຄິດບໍ່ອອກ ໃນ 4 ເກມ ປະຕູໄດ້ເສຍຈະອອກມາເທົ່າ 14 ປະຕູ ເມື່ອຍໃຈແທນ ນັ້ນໝາຍຄວາມວ່າ ແມນຢູ ຕ້ອງເສຍ 3-4 ປະຕູ 2 ເກມຕິດຕໍ່ກັນ ແລະ ລິເວີພູລ ຕ້ອງຊະນະ 3-4 ປະຕູ ໃນ 2 ນັດທີ່ເຫຼືອເຊັ່ນກັນ. ແຕ່ແນວໃດກໍ່ຕາມ ອັນດັບ 5 ບໍ່ຫຼຸດມື ລິເວີພູລ ຢູ່ແລ້ວ ໂດຍ ສະເປີ ກັບ ເຊົາແທມຕັນ ກໍ່ຕ້ອງຍາດອັນດັບ 6-7 ເຊິ່ງອັນດັບ 6 ຈະໄດ້ໄປຫຼິ້ນ ຢູຟາ ຢູໂຣປາລີກ ແລະ ອັນດັບ 7 ກໍ່ຕ້ອງລຸ້ນໃຫ້ ອາເຊນອລ ຊະນະ ແອສຕັນ ວິລລາ ໃນເກມ ເອັຟເອ ຄັບ ຮອບຊີງຊະນະເລີດ ຈຶ່ງຈະໄດ້ໄປຫຼິ້ນໃນລາຍການດັ່ງກ່າວ ແຕ່ຖ້າ ອາເຊນອລ ສົ່ງຜົນໃຫ້ ວິລລາ ທີ່ໄດ້ແຊ້ມ ຄວ້າໂຄຕ້າ ໄປແທນ.

original (1)

ໃນເລື່ອງດາວຊັລໂວ ພຣີເມຍລີກ ເຊຄິໂອ ກຸນ ອາເກວໂຣ ຍິງແຮດທຣິກ ໄດ້ໃນເກມ ແມນ ຊິຕີ ຖະຫຼົ່ມ ຄວີນປາກ 6-0 ໃນອາທິດຜ່ານມາ ກໍ່ເປັນອັນຈົບໄປ ເພາະຕອນນີ້ ນຳ ແຮຣີ ເຄນ ດາວຮຸ່ງ ສະເປີ ຢູ 5 ປະຕູ ແຕ່ ຖ້າ ເຄນ ສະແດງອະພິນິຫານ ໃນເກມທີ່ເຫຼືອ ແລະ ແຊງ ກຸນ ຄວ້າລາງວັນເກີບຄຳໄປຄອງ
ແຕ່ສິ່ງດຽວທີລໍຖ້າຢູ່ໃນ 2 ນັດທີ່ເຫຼືອຂອງພຣີເມຍລີກ ຄື ທີມໃດຈະເປັນທີມສຸດທ້າຍທີ່ຕົກຊັ້ນຕາມຫຼັງ ເບິນລີ ແລະ ຄວີນປາກ.
5 ທີມຜູ້ໂຊກດີທີ່ມີຊື່ເຂົ້າປະກວດໃນຮອບສຸດທ້າຍໄດ້ແກ່: ຮັລ ຊິຕີ, ຊັນເດີແລນ, ນິວຄາສເຊິລ, ເລສເຕີ ຊິຕີ ແລະ ແອສຕັນ ວິລລາ.
ແລັດໂບຣກ ບໍລິສັດ ຮັບການພະນັນບານຖືກກົດໝາຍຂອງອັງກິດ ໄດ້ເຜີຍອັດຕາສ່ວນຄວາມສ່ຽງຄື: ຮັລ ຊິຕີ 1-3, ຊັນເດີແລນ 5-1, ນິວຄາສເຊິລ 5-1, ເລສເຕີ 33-1 ແລະ ແອສຕັນ ວິລລາ 66-1 ຕົວເລກ ຂອງ ຮັລ ຊິຕີ ຄື ແທງ 3 ຈ່າຍ 1 ວ່າ ຈະຕົກຊັ້ນ ເຊິ່ງໝາຍຄວາມວ່າ ມີໂອກາດສູງກວ່າທີມອື່ນໆ ທີ່ຈະປິວໃນລະດູການໜ້າ ສະຕີຟ ບຣູຊ ໃນເກມ ຮັລ ຊິຕີ ເປີດບ້ານເສຍໃຫ້ ເບິນລີ 0-1 ສະແດງໃຫ້ເຫັນວ່າ ລາວພ້ອມແລ້ວທີ່ຈະພາທີມໄປຫຼິ້ນໃນ ແຊ້ມປ້ຽນຊິບ.
ຂະນະທີ່ ຊັນເດີແລນ ກັບ ນິວຄາສເຊິລ ມີໂອກາດຕົກຊັ້ນ 5-1 ຫຼື ແທງ 1 ຈ່າຍ 5 ໂອກາດຕົກຊັ້ນບໍ່ໜ້ອຍໜ້າຄືກັນ ພຽງແຕ່ກະແຈດອກສຳຄັນ ຢູ່ທີ່ເກມນັດທີ 37 ຊັນເດີແລນ ຕ້ອງຮ້ອງ ເຢ໋…ແລະ ນິວຄາສເຊິລ ຕ້ອງອຸທານວ່າ ໂອຍຕາຍ..ຖ້າເກິດວ່າ ຮັລຊິຕີ ບຸກໄປຊະນະ ສະເປີ ທີ່ ໄວ ຮາດ ເລນ ສ່ວນ ເລສເຕີ ຊິຕີ ກັບ ແອສຕັນ ວິລລາ ຈະຕົກຊັ້ນ ພວກເຂົາຕ້ອງ ເສຍ 2 ນັດທີ່ເຫຼືອ. ລຸ້ນກັນຕໍ່ໄປວ່າ ທີມໃດທີ່ຈະຕົກຊັ້ນເປັນທີມສຸດທ້າຍ ຫຼື ຈະເປັນ ຮັລ ຊິຕີຕາມການວິເຄາະຫຼືບໍ?

ຂ່າວໂດຍ: ແຄ່ງທອງ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...