Homeຂ່າວພາຍ​ໃນສ້າງຄວາມເຂົ້າໃຈວຽງງານການທູດໃຫ້ພະນັກງານ

ສ້າງຄວາມເຂົ້າໃຈວຽງງານການທູດໃຫ້ພະນັກງານ

Published on

ສ້າງຄວາມເຂົ້າໃຈວຽງງານການທູດໃຫ້ພະນັກງານ

 

ໃນວັນທີ 6 ມີນາ 2013 ນີ້ ທີ່ສູນເຝິກອົບຮົມ ແລະ ຮ່ວມມືສາກົນ (ICTC) ສະຖາບັນການຕ່າງປະເທດ ກະຊວງການຕ່າງປະ
ເທດ ໄດ້ຈັດສຳມະນາໃນຫົວຂໍ້ “ການທູດເສດຖະກິດ ການທູດປະຊາຊົນ ແລະ ການທູດຊ່ອງທາງທີສອງ” ຊຶ່ງເປັນກິດຈະກຳໜຶ່ງ
ນອນຢູ່ໃນແຜນການເຄື່ອນໄຫວປະຈຳປີຂອງສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ຈຸດປະສົງແມ່ນເພື່ອເປັນການ
ຍົກລະດັບຄວາມສາມາດ ໃຫ້ແກ່ພະນັກງານຂອງກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ການຈັດ
ສຳມະນາໃນຄັ້ງນີ້ ແມ່ນຖືກຈັດຂຶ້ນໃນທ່າມກາງບັນຍາກາດແຫ່ງການສະຫຼອງ ວັນສ້າງຕັ້ງສະຖາບັນການຕ່າງປະເທດ ຄົບຮອບ
20 ປີ (ແຕ່ວັນທີ 10 ກຸມພາ 1993Œ10 ກຸມພາ 2013) ການຈັດກອງປະຊຸມສຳມະນາລະດົມແນວຄວາມຄິດ ກ່ຽວກັບການ
ເຄື່ອນໄຫວການທູດໃນ 3 ຫົວຂໍ້ດັ່ງກ່າວ ໂດຍໃຫ້ກຽດເປັນປະທານຂອງທ່ານ ບຸນເກີດ ສັງສົມສັກ ລັດຖະມົນຕີຊ່ວຍວ່າການ
ກະຊວງການຕ່າງປະເທດ ແລະ ໄດ້ເຊີນນັກວິທະຍາກອນຜູ້ທີ່ມີປະສົບການສູງເຊັ່ນ: ທ່ານທູດອາວຸໂສ ຫົວໜ້າກົມກ່ຽວຂ້ອງຂອງ
ກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ມາໃຫ້ບົດຮຽນ ປະສົບການໃນການເຄື່ອນໄຫວການຕ່າງ
ປະເທດ ໂດຍສະເພາະການທູດເສດຖະກິດ ການທູດປະຊາຊົນ ແລະ ການທູດຊ່ອງທາງທີສອງ ຜ່ານການປຶກສາຫາລືແລກປ່ຽນ
ທັດສະນະຄຳຄິດເຫັນເຊິ່ງກັນ ແລະ ກັນ ຜູ້ເຂົ້າຮ່ວມໄດ້ຮັບຮູ້ວ່າ: ການທູດເສດຖະກິດ ແມ່ນການຂົນຂວາຍຍາດແຍ່ງການຊ່ວຍ
ເຫຼືອຈາກສາກົນ ທີ່ຕິດພັນກັບທຸກໆການເຄື່ອນໄຫວວຽກງານການຕ່າງປະເທດ ຢາກເຮັດການທູດເສດຖະກິດໄດ້ດີ ຕ້ອງເຂົ້າໃຈ
ແຈ້ງກ່ຽວກັບແນວທາງການຕ່າງປະເທດໄລຍະໃໝ່ຂອງພັກ ຕ້ອງກຳໄດ້ສະພາບຈຸດພິເສດ ແລະ ກຸ່ມເປົ້າໝາຍ ລວມທັງສິລະປະ
ທາງການທູດ ເພື່ອດຶງດູດໂຄສະນານັກລົງທຶນ ກໍຄືຜູ້ໃຫ້ການຊ່ວຍເຫຼືອເຫັນໄດ້ທ່າແຮງ ແລະ ຈຸດພິເສດຂອງປະເທດເຮົາ ການ
ທູດປະຊາຊົນ ກໍແມ່ນວຽກງານທີ່ສຳຄັນໜຶ່ງ ທີ່ບໍ່ສາມາດຕັດແຍກອອກຈາກການເຄື່ອນໄຫວການທູດຂອງພາກŒລັດຖະບານໄດ້
ເພາະວ່າມັນແມ່ນການຂົນຂວາຍເອົາຄວາມເປັນໃຈຂອງປະຊາຊົນ ເພື່ອມາສະໜັບສະໜູນເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດ
ທະນາເສດຖະກິດŒສັງຄົມຂອງພັກŒລັດຖະບານ ໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້ໃນຍຸກສະໄໝປັດຈຸບັນ ການທູດຊ່ອງທາງທີສອງ
ກໍນັບມື້ນັບມີບົດບາດສຳຄັນ ໃນຖານະເປັນເສນາທິການສະໜອງຂໍ້ມູນໃຫ້ແກ່ລັດຖະບານ ເພື່ອນຳໄປສ້າງຍຸດທະສາດ ແລະ ທັດ
ສະນະຕ່າງໆໃຫ້ທັນກັບເວລາ ກອງປະຊຸມໃນຄັ້ງນີ້ ໄດ້ເຊື້ອເຊີນຜູ້ເຂົ້າຮ່ວມຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນ
ຕ່າງປະເທດສູນກາງພັກ ອະດີດພະນັກງານສະຖາບັນການຕ່າງປະເທດ ນັກເຝິກອົບຮົມຊຸດບຳລຸງພາສາອັງກິດ ຊຸດທີ 29 ລວມ
ທັງໝົດ 200 ກວ່າຄົນ.
ໃນກອງປະຊຸມສຳມະນາໃນຄັ້ງນີ້ ທ່ານ ບຸນເກີດ ສັງສົມສັກ ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດ ໄດ້ບັນລະຍາຍ
ສະຫຼຸບເນື້ອໃນລວມໂດຍຫຍໍ້ ກ່ຽວກັບການທູດເສດຖະກິດ ທີ່ຕິດພັນກັບນະໂຍບາຍການຕ່າງປະເທດຂອງ ສປປ ລາວ ແລະ ໄດ້
ຊີ້ໃຫ້ເຫັນເຖິງຄວາມໝາຍສຳຄັນຂອງການທູດເສດຖະກິດ ໃນຕາມລັກສະນະເສດຖະກິດŒສັງຄົມຂອງປະເທດຊາດ ໃນເງື່ອນໄຂ
ເສດຖະກິດຕະຫຼາດ ທີ່ລັດຖະບານລາວກຳລັງດຳເນີນ ແລະ ຈັດຕັ້ງປະຕິບັດໃນປັດຈຸບັນ ໂດຍໄດ້ຮັບຜົນສຳເລັດເປັນຢ່າງດີເປັນ
ກ້າວໆມາ ໃນໂອກາດດຽວກັນນີ້ ທ່ານນາງ ຄຳເພົາ ເອີນທະວັນ ຫົວໜ້າສະຖາບັນການຕ່າງປະເທດ ໄດ້ສະຫຼຸບສັງລວມໂດຍ
ຫຍໍ້ ຜົນງານການເຄື່ອນໄຫວວຽກງານຂອງສະຖາບັນການຕ່າງປະເທດໃນໄລຍະ 20 ປີໂດຍຫຍໍ້ ທີ່ສະແດງໃຫ້ເຫັນຫຼາຍຜົນງານ
ທີ່ສະຖາບັນການຕ່າງປະເທດສາມາດຍາດໄດ້ ໂດຍສະເພາະແມ່ນວຽກງານຈັດບຳລຸງພາສາອັງກິດ 6 ເດືອນໃຫ້ແກ່ພະນັກງານ
ຂອງລັດໄດ້ 29 ຊຸດ ມີຈຳນວນຜູ້ເຂົ້າຮ່ວມທັງໝົດ 1.797 ຄົນ ຍິງ 545 ຄົນ ເຝິກອົບຮົມທິດສະດີການເມືອງ ແລະ ວຽກ
ງານການຕ່າງປະເທດໄດ້ 19 ຊຸດ ຊຸດເຝິກອົບຮົມໃຫ້ແກ່ພັນລະຍາການນຳ 2 ຄັ້ງ ແລະ ຈັດຊຸດເຝິກອົບຮົມດ້ານວິຊາການ
ອື່ນໆ 44 ຄັ້ງ ນອກຈາກນີ້ຍັງມີວຽກຮ່ວມມືສາກົນການເຄື່ອນໄຫວການທູດຊ່ອງທາງທີສອງ ທີ່ໄດ້ປະກອບສ່ວນເຂົ້າຮ່ວມກອງປະ
ຊຸມສຳມະນາ ເຝິກອົບຮົມສາກົນຫຼາຍກວ່າ 35 ຄັ້ງຕໍ່ປີ ທີ່ເປັນເວທີຂອງການປະກອບສ່ວນເຜີຍແຜ່ແນວທາງນະໂຍບາຍຂອງພັກ
Œລັດເຮົາຕໍ່ສາກົນ ແລະ ທັງເປັນການປົກປ້ອງຕໍ່ສູ້ຍາດແຍ່ງຜົນປະໂຫຍດມາໃຫ້ປະເທດຊາດ ສະຖາບັນການຕ່າງປະເທດ ມີຜົນ
ງານໃນການຄົ້ນຄວ້າຍຸດທະສາດ ນະໂຍບາຍການຕ່າງປະເທດ ແລະ ຄົ້ນຄວ້າບັນຫາທີ່ພົ້ນເດັ່ນຂອງສາກົນ ແລະ ພາກພື້ນ ເພື່ອ
ລາຍງານໃຫ້ຂັ້ນເທິງໃຫ້ທັນເວລາ ນອກຈາກນີ້ຍັງໄດ້ຂຽນ ແລະ ຈັດພິມປຶ້ມກ່ຽວກັບບັນຫາຕ່າງໆຈຳນວນໜຶ່ງ.
ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...