Homeຂ່າວຕ່າງປະເທດປາ​ພະ​ຍາ​ນາກ ຍາວ 4 ແມັດ ເກີຍ​ຕື້ນ​ຢູ່​ຊາຍ​ຝັ່ງ​ທາງ​ພາກ​ກາງ​ຫວຽດ​ນາມ!

ປາ​ພະ​ຍາ​ນາກ ຍາວ 4 ແມັດ ເກີຍ​ຕື້ນ​ຢູ່​ຊາຍ​ຝັ່ງ​ທາງ​ພາກ​ກາງ​ຫວຽດ​ນາມ!

Published on

558000005642204

ປາ​ພະ​ຍາ​ນາກ ຍາວ 4.1 ແມັດ ຖືກ​ຄື່ນ​ຊັດ​ຂຶ້ນ​ມາ​ເກີຍ​ຕື້ນ​ໃນ​ຊາຍ​ຫາດ ທາງ​ພາກ​ກາງ​ຂອງ​ຫວຽດ​ນາມ ຊາວ​ບ້ານ​ພົບ​ເຫັນ​ຈະ​ຊ່ວຍ​ປ່ອຍ​ລົງ​ທະ​ເລ ໂຊກ​ຮ້າຍ​ເສຍ​ຊີ​ວິດ​ຍ້ອນ​ຢູ່​ເທິງ​ບົກ​ເປັນ​ເວ​ລາ​ດົນ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 13 ພຶດ​ສະ​ພາ​ຜ່ານ​ມາ​ນີ້​ວ່າ ປະ​ຊາ​ຊົນ​ກຸ່ມ​ໜຶ່ງ​ໃນ​ເຂດ​ເມືອງ​ ບໍ໋ຈັ໊ກ (Bo Trach) ແຂວງກວາງ​ບິ່ງ (Quang Binh) ປະ​ເທດ​ຫວຽດ​ນາມ ໄດ້​ພົບ​ກັບ​ປາ​ພະ​ຍາ​ນາກ​ຕົວ​ດັ່ງ​ກ່າວ ໃນ​ຂະ​ນະ​ທີ່​ຈະ​ລົງ​ຫລິ້ນ​ນ້ຳ​ ຕອນ​ທ່ຽງ​ຂອງ​ມື້​ວັນ​ທີ 12 ພຶດ​ສະ​ພາ​ຜ່ານ​ມາ ໂດຍ​ປາ​ພະ​ຍາ​ນາກ​ທີ່​ພົບ​ເຫັນ​ນີ້ ໄດ້​ຖືກ​ຄື່ນ​ນ້ຳ​ທະ​ເລ​ຊັດ​ຂຶ້ນ​ມາ​ເກີຍ​ຕື້ນ ນອນ​ຢູ່​ເທິງ​ຊາຍ​ຫາດ ຄວາມ​ຍາວ​ປະ​ມານ 4.1 ແມັດ ແລະ ມີ​ນ້ຳ​ໜັກ​ປະ​ມານ 40 ກິ​ໂລ, ຕອນ​ພົບ​ເຫັນ​ແມ່ນ​ປາ​ຍັງ​ມີ​ຊີ​ວິດ​ຢູ່ ແຕ່​ຜູ້​ທີ່​ພົບ​ເຫັນ​ເຂົ້າ​ໃຈ​ວ່າ​ປາ​ອາດ​ຈະ​ບາດ​ເຈັບ ຈິ່ງ​ແຈ້ງ​ໃຫ້​ເຈົ້າ​ໜ້າ​ທີ່​ທາງ​ການ​ໃນ​ທ້ອງ​ຖິ່ນ​ຮັບ​ຊາບ ເພື່ອ​ໃຫ້​ຄວາມ​ຊ່ວຍ​ເຫລືອ ແຕ່​ພາຍ​ຫລັງ​ເຈົ້າ​ໜ້າ​ທີ່​ມາ​ເຖິງ ເພື່ອ​ຫາ​ທາງ​ຊ່ວຍ​ເຫລືອ​ລົງ​ທະ​ເລ​ນັ້ນ ກໍ​ຊ້າ​ເກີນ​ໄປ​ແລ້ວ ໂດຍ​ປາ​ໂຕ​ດັ່ງ​ກ່າວ​ໄດ້​ເສຍ​ຊີ​ວິດ​ລົງ​ໃນ​ເວ​ລາ​ຕໍ່​ມາ.

ທັງ​ນີ້ ປາ​ພະ​ຍາ​ນາກ (Oarfish ຫລື Paddlefish) ແມ່ນ​ເປັນ​ປາ​ທີ່​ຫາ​ເບິ່ງ​ໄດ້​ຍາກ ເພາະ​ປາ​ຊະ​ນິດ​ນີ້​ຈະ​ອາ​ໄສ​ຢູ່​ໃນ​ມະ​ຫາ​ສະ​ໝຸດ​ເລິກ ນັບ​ຕັ້ງ​ແຕ່​ລະ​ດັບ 1,000 ແມັດ​ຂຶ້ນ​ໄປ.

558000005642202
558000005642201

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...